ອ່ານ​ຂ່າວ​ລະ​ອຽດ APP

ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ເຍືອງທາງ​ອະນາຄົດ

CRI2018-11-08 16:53:14

​ໃນ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າສາກົນ​ຈີນຄັ້ງທຳ​ອິດ ​ໄດ້​​ເປີດ​ໂຕ​ເຕັກ​ໂນ​ໂລ​ຊີ​ໃໝ່​ແລະ​ຜະລິດ​ຕະພັນ​ໃໝ່ຂອງ​ປະ​ເທດ​ຕ່າງໆ 100 ກວ່າ​ລາຍການ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ປະດິດ​ສ້າງ​ໃໝ່​ຂອງ​ມະນຸດ​ຢ່າງ​ເຕັມທີ່. ການ​ທີ່​ອົງການ​ຄົ້ນຄວ້າ​ການ​ຜະລິດ​​ແລະ​ບໍລິສັດ​ຕ່າງໆຂອງ​ບັນດາປະ​ເທດ​ໄດ້​ນຳ​ເອົາ​ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຊີ​ດີ​ເລີດຂອງ​ຕົນ​ມາ​ເປີດ​ໂຕຄັ້ງທຳ​ອິດໃນ​ງານວາງສະ​ແດງ​ສິນຄ້າ​ນຳ​ເຂົ້າສາກົນ​ຈີນນັ້ນ ກໍ​ເນື່ອງ​ຈາກ​ເຫັນ​ຊ່ອງ​ທາງ​ການຕະຫຼາດທີ່​ກວ້າງ​ໃຫຍ່​ໄພສານຂອງ​ຈີນ ​ແລະ ຄວາມ​ພະຍາຍາມ​ຂອງ​ຈີນ​ເພື່ອປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ​ພ້ອມ​ທັງ​ໝາກຜົນອັນ​ພົ້ນ​ເດັ່ນ​ທີ່​ໄດ້​ຮັບ​ໃນຫຼາຍປີ່ຜ່ານມາ.

ປັດຈຸບັນ, ຈີນ​ໄດ້​ຢືນ​ຢູ່​ແຖວ​ໜ້າແຕ່​ທີ 1 ຫາ​ທີ 20 ​ໃນ​ການຈັດ​ອັນ​ດັບ​ຕົວ​ຊີ້​ວັດ​ການ​ປະດິດ​ສ້າງ​ໃໝ່​ຂອງໂລກປີ 2018 ຂອງ​ອົງການ​ຊັບ​ສິນ​ທາງ​ປັນຍາ​ໂລກ ​ເຊິ່ງການ​ປະດິດ​ສ້າງ​ໃໝ່​ນັ້ນ​ໄດ້​ກາຍ​ເປັນ​ພະລັງ​ຊຸກ​ດັນ​ຕົ້ນຕໍ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ທີ່ມີ​ຄຸນ​ນະພາ​ບສູງ​ຂອງ​ຈີນ. ທ່ານບິ​ວ ​ເກັສ ນັກທຸລະກິດ​ທີ່​ມີ​ຊື່​ສຽງ​ໂດ່​ງດັງ​ຂອງ​ອາ​ເມຣິກາ​ກໍ​ໄດ້​ເຂົ້າຮ່ວມ​ເວທີ​ປຶກສາ​ຫາລື​ເສດຖະກິດ​ການ​ຄ້າ​ສາກົນ​ຫົງ​ສຽວ ​ໂດຍ​ກ່າວ​ວ່າ: ​ຈີນ​ໄດ້ມີ​ບົດບາດ​ຕໍ່​ໂລກ​, ໝາກຜົນ​ການປະດິດ​ສ້າງ​ໃໝ່ຕ່າງໆ​ຂອງ​ຈີນ​ບໍ່​ພຽງ​ແຕ່​ສາມາດ​ຕອບ​ສະໜອງ​ການບໍລິການ​ຕົວ​ເອງ​ເທົ່າ​ນັ້ນ, ​ແຕ່​ຍັງ​ສາມາດຕອບ​ສະໜອງ​ການ​ບໍລິການ​ໂລກ​ໄດ້​ອີກ​ດ້ວຍ.

ຄຽງ​ຄູ່​ກັນນັ້ນ, ຈີນ​ກໍ​ໄດ້​ເຂົ້າຮ່ວມສົນທິສັນຍາ​ສາກົນຕົ້ນຕໍ​ວ່າ​ດ້ວຍ​ຊັບ​ສິນ​ທາງ​ປັນຍາ​​ເກືອບ​ທຸກສະບັບ​ໃນ​ໂລກ, ປະລິມານ​ການ​ຮ້ອງ​ຂໍ​ການຂຶ້ນ​ທະບຽນ​ເຄື່ອງໝາຍ​ສິນຄ້າ​ໄດ້​ຄອງ​ອັນ​ດັບ​ທີ 1 ​ຂອງໂລກ​ເປັນ​ເວລາ 16 ປີຕິ​ດຕໍ່​ກັນ, ປະລິມານ​ການ​ຮ້ອງ​ຂໍ​ສິດທິບັດ​ການ​ປະດິດ​ສ້າງ​ໃໝ່​ໄດ້​ຄອງ​ອັນດັບ​ທີ 1 ຂອງ​ໂລກ​ເປັນ​ເວລາ 7 ປີຕິ​ດຕໍ່​ກັນ.

​ແຫຼ່ງຂ່າວ​ຈາກ​ສຳ​ນັກ​ງານ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າສາກົນ​ຈີນ​​ໄດ້ໃຫ້​ຮູ້​ວ່າ: ກ່ອນ​ຈະ​ຈັດ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ, ຝ່າຍ​ຈີນ​ໄດ້​​ໃຫ້​ຄຳ​ແນະນຳ​ນັກທຸລະກິດ​ທີ່​ເຂົ້າຮ່ວມ​ງານ​ວາງສະ​ແດງກ່ຽວ​ກັບ​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ ​ແລ​ະ ​ເຕືອນ​ນັກທຸລະກິດ​ຕ່າງໆ​ຕ້ອງກວດກາດ້ານ​ຊັບ​ສິນ​ທາງ​ປັນຍາ, ວາງ​ແຜນການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ ​ໂດຍ​ຜ່ານ​​ຄູ່​ມື​ເຂົ້າຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ, ​ເວັບ​ໄຊ​ທາງ​ການ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ ​ແລະ​ວິທີ​ອື່ນໆ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​​ເກີດການ​ລ່ວງ​ລະ​ເມີດ​ຊັບ​ສິນ​ທາງ​ປັນຍາ. ສິ່ງ​ທີ່​ເຮັດ​ໃຫ້​ນັກທຸລະກິດ​ປະ​ເທດ​ຕ່າງໆ​ທີ່​ເຂົ້າຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າຍິ່ງ​ສົນ​ໃຈ​ທີ່​ສຸດນັ້ນ ຄື ຄຳ​ປາ​ໄສ​ຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ໃນ​ພິທີ​ເປີດ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າຄັ້ງນີ້ ​ໂດຍ​ໃນ​ຄຳ​ປາ​ໄສ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ຕ້ອງ​ສ້າງ​ສະພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸລະ​ກິດ​ອັນ​ດັບ​ໜຶ່ງ​ຂອງ​ໂລກ ​​ໂດຍ​ຈະ​ນຳ​ໃຊ້​ມາດ​ຕະການ​ຕ່າງໆ ລວມທັງ “​ເດັດດ່ຽວ​ລົງ​ໂທດ​ການ​ກະທຳ​ທີ່ລ່ວງ​ລະ​ເມີດ​ຜົນ​ປະ​ໂຫຍ​ດອັນ​ຖືກຕ້ອງ​ຕາມ​ກົດໝາຍຂອງ​ນັກທຸລະກິດ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ​ແມ່ນ​ການ​ກະທຳ​ທີ່​ລ່ວງລະ​ເມີດ​ຊັບ​ສິນ​ທາງ​ປັນຍາ, ຍົກ​ສູງ​ຄຸນ​ນະພາ​ບ​ແລະ​ປະສິດທິພາບຂອງ​ການ​ກວດກາ​ຊັບ​ສິນ​ທາງ​ປັນຍາ, ສ້າງ​ລະບຽບ​ການ​ໃຊ້​ແທນ​ທີ່​ມີ​ລັກສະນະລົງ​ໂທດ ​ແລະ ​ເຮັດ​ໃຫ້​ຜູ້​ລະ​ເມີດ​ກົດໝາຍ​ນັ້ນ​ຕ້ອງເສຍ​ຄ່າ​ໃຊ້​ແທນຫຼາຍຂຶ້ນກວ່າ​ເກົ່າ​ຢ່າງຊັດ​ເຈນ”.

ປັດຈຸບັນ, ງານວາງສະ​ແດງ​ສິນຄ້າ​ນຳ​ເຂົ້າສາກົນ​ພວມ​ດຳ​ເນີນຢ່າງ​ຄຶກຄື້ນ​ ​ເຊິ່ງມັນ​ເໝືອນ​ດັ່ງ​ແວ່ນ​ແຍງ​ສອງ​ໜ້າ ຄື: ໜ້າໜຶ່ງ​ໄດ້​ເຍືອງ​ທາງ​ອະນາຄົດ​ຂອງ​ມວນ​ມະນຸ​ດ ​ແລະ​ອີກ​ໜ້າ​ໜຶ່ງ​ໄດ້​ເປີດ​ຍຸກ​​ໃໝ່​ແຫ່ງ​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ​ຂອງ​ໂລກ.

Not Found!(404)