ອ່ານ​ຂ່າວ​ລະ​ອຽດ APP

ບຸກ​ຄົນ​ວົງ​ການ​ການ​ຄ້າ​ແລະ​ການ​ເມືອງ​ຂອງ​ຫຼາຍ​ປະ​ເທດ​ຍ້ອງ​ຍໍ​ຕໍ່​ການ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​

cri2018-11-08 15:56:03

ຕາມ​ຂ່າວCRI: ນັບ​ແຕ່​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 5 ພະ​ຈິກ​ນີ້​ເປັນ​ຕົ້ນ​ມາ, ບຸກ​ຄົນ​ວົງ​ການ​ການ​ຄ້າ​ແລະ​ການ​ເມືອງ​ຂອງ​ບັນ​ດາ​ປະ​ເທດ​ໄດ້​ພາ​ກັນ​ສະ​ແດງ​ຄວາມ​ຍ້ອງ​ຍໍ​ມາດ​ຕະ​ການ​ຂອງ​ຈີນ​ໃນ​ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕື່ມ​ອີກ​ແລະ​ຊຸກ​ຍູ້​ການ​ຄ້າ​ເສ​ລີ​​ຢ່າງ​ຕັ້ງ​ໜ້າ.
 

ທ່ານ ໂມດ ຊາ​ຣິນ ມາ​ໂດ​ຣ​ສ ຫົວ​ໜ້າ​ກົມ​ພັດ​ທະ​ນາ​ການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ມາ​ເລ​ເຊຍ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ກ່າວ​ໃນ​ຂະ​ນະ​ທີ່​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ວັນ​ທີ 7 ພະ​ຈິກ​ນີ້​ວ່າ: ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ພໍ​ດີເປັນ​ການ​ສະ​ໜອງ​ໂອ​ກາດ​ໃຫ້​ແກ່​ການ​ເຕີບ​ໂຕ​ດ້ານການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ​ມາ​ເລ​ເຊຍ-ຈີນ. ທ່ານ​ເຫັນ​ວ່າ: ຈີນ​ຍຶດ​ໝັ້ນການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແມ່ນ​ນະ​ໂຍ​ບາຍ​ທີ່​​ໂດດ​ເດັ່ນ​ທີ່​ສຸດ.
 

ທ່ານ ອອງ​ຕູ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ມຽນ​ມາ​ທີ່​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້​ກ່າວ​ໃນ​ວັນ​ທີ 6 ພະ​ຈິກ​ນີ້​ວ່າ: ການ​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້​ຈະ​ເຮັດ​ໃຫ້​ມຽນ​ມາ​ສາ​ມາດ​ໄດ້​ຮັບ​ກາ​ລະ​ໂອ​ກາດ​ດ້ານ​ການ​ຄ້າ​ສົ່ງ​ອອກ​ຫຼາຍກວ່າ​ເກົ່າ. ຈີນ​ກຳ​ລັງ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ອື່ນໆ,ໃນ​ນັ້ນ ຊ່ອງ​ທາງ​ການ​ຊ່ວຍ​ເຫຼືອ​ອັນ​ໜຶ່ງກໍ່​ແມ່ນ​ເປີດກວ້າງ​ການ​ເປີດ​ປະ​ຕູສູ່​ພາຍນອກ,ເຮັດ​ໃຫ້ສິນ​ຄ້າ​ແລະ​ການ​ບໍ​ລິ​ການ​ຂອງ​ປະ​ເທດ​​ພວມ​ພັດ​ທະ​ນາ​ສາ​ມາດ​ເຂົ້າ​ເຖິງ​ຕະ​ຫຼາດ​ຈີນ​ໄດ້ຫຼາຍກວ່າ​ເກົ່າ​.
 

ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ດຶ​ງ​ດູດ​ວິ​ສາ​ຫະ​ກິດ​ຫຼາຍ​ພັນ​ແຫ່ງ​ຂອງ​ໂລກ​ເຂົ້າ​ຮ່ວມ,ບຸກ​ຄົນ​ວົງ​ການ​ການ​ຄ້າ​ແລະ​ການ​ເມືອງ​ຂອງ​ບັນ​ດາ​ປະ​ເທດ​ເຫັນ​ວ່າ: ການ​ທີ່​ຈີນຈັດ​ງານ​ວາງ​ສະ​ແດງ​​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ໃຫ້​ແກ່​ເຂົາ​ເຈົ້າ.

Not Found!(404)