ອ່ານ​ຂ່າວ​ລະ​ອຽດ APP

ສື່ມວນ​ຊົນ​ຕາ​ເວັນ​ຕົກ​ສົນ​ໃຈ​ງານ​ວາງ​ສະ​ແດ​ງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຢ່າງ​ລຽນ​ຕິດ

cri2018-11-09 16:20:14

    ຫຼັງ​ຈາກ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ຢູ່​ກຳ​ແພງ​ນະ​ຄອນ​ຊຽງ​ໄຮ​ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາ, ໃນຫຼາຍມື້​ມານີ້, ສື່ມວ​ນ​ຊົນ​ຕາ​ເວັນ​ຕົກ​ໄດ້​ສົນ​ໃຈ​ຕໍ່​ງານ​ວາງ​ສະ​ແດງ​ຄັ້ງ​ມະ​ໂຫລານ​ດັ່ງ​ກ່າວ​ຢ່າງ​ລຽນ​ຕິດ ແລະ​ຍ້ອງ​ຍໍ​ຈີນ​ທີ່​ມີ​ຄວາມ​ຕັດ​ສິນ​ໃຈ​ແລະ​​ມີມາດ​ຕະ​ການ​ໃນ​ການ​ເປີດກວ້າງ​ການ​​ເປີດປະ​ຕູ​ສູ່​ພາຍນອກ, ຕະຫຼາດ​ຈີນ​​ເປີດ​ປະ​ຕູ​ໄດ້​ນຳ​ເອົາກາ​ລະ​ໂອ​ກາດ​ໃໝ່​ມາ​ໃຫ້​ບັນ​ດາ​ປະ​ເທດ.

    ໜັງ​ສື​ພິມ​ການ​ເງິນ​ມີ​ລານ​ຂອ​ງ​ອີ​ຕາ​ລີ ໄດ້​ສົນ​ໃຈ​ຕໍ່ 5 ມາດ​ຕະ​ການ​ໃນ​ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ຊຸກ​ຍູ້​ການ​ນຳ​ເຂົ້າ​ທີ່​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ ປະ​ກາດ, ໂດຍ​ໄດ້​ສຳ​ພາດ​ຜູ້​ຊ່ຽວ​ຊານ​ທີ່​ກ່ຽ​ວຂ້ອງ​ແລະ​ລາຍ​ງານ​ຂ່າວ​ວ່າ: ເບິ່ງ​ຈາກ​ໃນ​ແງ່​ມູມ​​ຂອງກົດ​ໝາຍ​ແລ້ວ​ເຫັນ​ວ່າ, ຄຳ​ປາ​ໄສ​ຂອງ​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ ບໍ່​ພຽງ​ແຕ່​ເປັນ​ການ​ສະ​ແດງ​ທ່າ​ທີ​ທີ່​ຈະ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕື່ມ​ອີກ​ຂອງ​ຈີນ, ​ແຕ່​ຍັງ​ເປັນ​ສິ່ງຮັບ​ປະ​ກັນການ​ເປີດ​ກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ໃນ​ອະ​ນາ​ຄົດ.

    ທ່ານ ຄາຍ​ເກີ​ ໂນ​ວິ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ໂທ​ລະ​ພາບ​ທີ່​ຂຶ້ນ​ກັບບໍ​ລິ​ສັດ​ໂຄ​ສະ​ນາ​ແຫ່ງ​ຊາດ​ເບ​ຣ​ຊິນ​ໄດ້​ມາ​ຢ້ຽມ​ຢາມ​ຈີນ​ເປັນ​ຄັ້ງ​ທຳ​ອິດ, ​ທ່ານຮູ້​ສຶກ​ປິ​ຕິ​ຊົມ​ຊື່ນຕໍ່​ຜົນ​ງານ​ການ​ພັດ​ທະ​ນາ​ທີ່​ຈີນ​ໄດ້​ຮັບ​ໃນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ເວ​ລາ 40 ປີ​ມານີ້, ເມື່ອ​ໄດ້​ໄປ​ຊົມ​ງານ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ຄັ້ງ​ທຳ​ອິດ​ແລ້ວ, ທ່ານ​ໄດ້​ມີ​ຄວາມ​ໝັ້ນ​ໃຈ​ອັນ​ເຕັມ​ປ່ຽມ​ຕໍ່​ເສດ​ຖະ​ກິດ​ຂອງ​ຈີນ​ກໍ​ຄື​ຂອງ​ໂລກ​ໃນ​ອະ​ນາ​ຄົດ.

Not Found!(404)