ອ່ານ​ຂ່າວ​ລະ​ອຽດ APP

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ເປີດ​ໂອ​ກາດ​ໃໝ່​ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ

CRI2018-11-10 14:48:51

ໃນ​ເຂດ​ວາງ​ສະ​ແດງ​ອາ​ຫານ ແລະ ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈຫຼາຍ​ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​​ຄັ້ງ​ທຳ​ອິດ, ​​ຜູ້​ວາງ​ສະ​ແດງທີ່​ມາ​ຈາກ​ປະ​ເທດ​ພວມ​ພັດ​ທະ​ນາ ແລະ​ປະ​ເທດ​ດ້ອຍ​ພັດ​ທະ​ນາໄດ້​ນຳ​ສະ​ເໜີ​ຜ​ະ​ລິດ​ຕ​ະ​ພັນ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ປະ​ເທດ​ຕົນ​ຢ່າງ​ຫ້າວ​ຫັນ, ເຊິ່ງ​ໄດ້​ດຶງ​ດູດນັກ​ທຸ​ລະ​ກິດ​​ເຂົ້າ​ມາ​ຫາ​ລື​ເລື່ອງການ​ຮ່ວມ​ມືທຸ​ລະ​ກິດ.

 

ໃນ​ຂະ​ນະ​ທີ່​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ວາງ​ສະ​ແດງ​ເຕັກ​ໂນ​ໂລ​ຊີ​ ແລະ ຜ​ະ​ລິດ​ຕະ​ພັນລະ​ດັບ​ສູງ, ​ປະ​ເທດ​ພວມ​ພັດ​ທະ​ນາ ແລະ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ ໄດ້​ນຳ​ມາເຊິ່ງ​ຜະ​ລິດ​ຕະ​ພັນ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຕົນ​ລວມ​ທັງ ອາ​ຫານ, ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ເຄື່ອງ​ນຸ່ງ​ຫົ່ມ, ເຄື່ອງ​ໃຊ້​ປະ​ຈຳ​ວັນ, ພ້ອມ​ດ້ວ​ຍ​ຊັບ​ພະ​ຍາ​ກອນ​​ທ່ອງ​ທ່ຽວ ແລະ ວັດ​ທະ​ນະ​ທຳປະ​ຫວັດ​ສາດ ​ຢ່າງ​ອຸ​ດົມ​ສົມ​ບູນ ເພື່ອ​ແຂ່ງ​ຂັນ​ກັບ​ຜ​ະ​ລິດ​ຕະ​ພັນ​ຂອງ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ. ເຊິ່ງ​ເຮັດ​ໃຫ້​ມີ​ຄວາມ​ຮູ້​ສຶກ​ຢ່າງ​ເລິກ​ເຊິ່ງ​ວ່າ: ການ​ສະ​ແຫວງ​ຫາ​ຊີ​ວິດ​ທີ່​ຜາ​ສຸກ​ເປັນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ, ​ບໍ່​ຄວນ​ປະ​ຖິ້ມ​ໃຜ​ໄວ້​ຢູ່​ທາງຫຼັງ​ບົນ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ; ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ທັດ​ສະ​ນະ​ທີ່​ສ້າງ “ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ”, ແລະ​ໄດ້​ສະ​ເໜີ​ເຈດ​ຈຳ​ນົງ​ທີ່ “ຍຶດ​ໝັ້ນ​ການ​ພັດ​ທະ​ນາ​ແບບ​ມີຜົນ​ປະ​ໂຫຍດທົ່ວ​ເຖິງ ແລະ ກວມ​ລວມ, ຊຸກ​ຍູ້​ໃຫ້​ປະ​ເທດ​ຕ່າ​ງໆ​ພັດ​ທະ​ນາ​ພ້ອມ​ກັນ” ໃນ​ການ​ກ່າວ​ສູນ​ທອນ​ພົດ​ໃນ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ໄດ້​ເປັນ​ການ​ຊີ້​ແຈງ​ທິດ​ທາງ ແລະ​ຊ່ອງ​ທາງ​​ແຫ່ງ​ການບັນ​ລຸ​ຄວາມ​ປາ​ຖະ​ໜາ​ດັ່ງ​ກ່າວ.

 

​ຄວາມ​ຈິງ​ແລ້ວ, ງານ​ວາງ​ສ​ະ​ແດງ​ຄັ້ງ​ນີ້​ກໍ​ເປັນ​ແບບ​ຢ່າງ​ທີ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບກວມ​ລວມ ແລະ​ມີ​ຜົນ​ປະ​ໂຫຍດ​ທົ່ວ​ເຖິງ. ວິ​ສາ​ຫະ​ກິດ 3600 ກວ່າ​ແຫ່ງ​ໄດ້ນຳ​ເອົາ​ຜະ​ລິດ​ຕະ​ພັນ​ຂອງ​ຕົນ​ມາ​ວາງ​ສະ​ແດງ,  172 ປະ​ເທດ ເຂດ​ແຄວ້ນ ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ເຂົ້າ​ຮ່ວມ, ເຊິ່ງ​ລວມ​ທັງ​ສະ​ມາ​ຊິກG20, ປະ​ເທດບ​ຣິກ​ສ, ​ປະ​ເທດສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ, 58 ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ 35 ປະ​ເທດ​ດ້ອຍ​ພັດ​ທະ​ນາ, ເຊິ່ງ​​ໄດ້ສ່ອງ​ແສງ​​ໃຫ້​ເຫັນເຖິງ​​ການ​ມີສ່ວນ​ຮ່ວມ​ຈາກ​ທົ່ວ​ໂລກ​ທີ່ກວ້າງ​ຂວາງ​ທີ່​ສຸດ.  ສຳ​ລັບ​ເລື່ອງ​ນີ້, ທ່ານ​ໂຣ​ເບີ​ໂຕ ອາ​ເຊ​ເວ​ໂດ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ​ກ່າວ​ວ່າ, ​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ​ທີ່ຈີນ​ໄດ້​ສ້າງ​ສາຍ​ພົວ​ພັນ​ທີ່​ດີ​ກັບ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ ລວມ​ທັງ​ປະ​ເທດ​ດ້ອຍ​ພັດ​ທະ​ນາ, ຈີນ​ເປີດກວ້າງ​ການ​ນຳ​ເຂົ້າ​ສິນ​ຄ້າ​ຈະ​ເຮັດ​ໃຫ້​ປະ​ເທດ​ເຫຼົ່າ​ນີ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຕື່ມ​ອີກ.

 

ປະ​ຈຸ​ບັນ​ນີ້, ການ​ກະ​ທຳ​ຕ້ານ​ໂລ​ກາ​ພິ​ວັດ ແລະ ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ໄດ້​ປາ​ກົດ​ຂຶ້ນ, ເສດ​ຖະ​ກິດ​ໂລກ​ຜະ​ເຊີນ​ກັບ​ຄວາມ​ກົດ​ດັນ​ທີ່​ເຕີບ​ໂຕ​ຊ້າ​ລົງ, ​ເຊິ່ງປະ​ເທດ​ພວມ​ພັດ​ທະ​ນາ ແລະ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​ໄດ້​ງ່າຍ​ກ່ອນ​ໝູ່. ຖ້າ​ຢາກ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​​ການພັດ​ທະ​ນາ​ແບບ​ຍືນ​ຍົງ 2030ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ຮັບ​ມື​ກັບ​ຄວາມ​ສ່ຽງ ແລະ​ສິ່ງ​ທ້າ​ທາຍ​ຮ່ວມ​ຂອງມວນ​ມະ​ນຸດ, ອາ​ໄສ​​ພຽງແຕ່​ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ​ປະ​ເທດ​ດຽວ​ນັ້ນ​​ແມ່ນ​ບໍ່​ພຽງ​ພໍ, ຫາກ​ຕ້ອງ​ການ​ບັນ​ດາ​ປະ​ເທດ​ໃນ​ໂລກ​ແກ້​ໄຂ​ຄວາມ​ເຫັນ​ທີ່​ຂັດ​ແຍ້ງ​ກັນ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຕົນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບກວມ​ລວມ. ​ໂດຍ​ເໝືອນ​ດັ່ງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ຊີ້​​ໃຫ້​ເຫັນ​ຂະ​ນະ​ກ່າວ​ສູນ​ທອນ​ພົດ​ວ່າ: “ໃນ​ຊູ່​ມື້​ນີ້​ທີ່​​​ຂະ​ບວນ​ການ​ເສດ​ຖະ​ກິດໂລ​ກາ​ພິ​ວັດ​ກ້າວ​ສູ່​ລວງ​ເລິກ, ຜູ້​ເຂັ້ມ​ແຂງເປັນ​ເສືອ​ສະ​ໝິງ ຜູ້​ອ່ອນ​ແອ​ເປັນ​ກວາງ​ສະ​ມັ່ນ, ຜູ້​ຊະ​ນະ​ເອົາ​ປຽບ​ທຸກ​ຢ່າງ​ນັ້ນ​ຈະ​ເປັນ​ເສັ້ນ​ທາງ​ທີ່​ນັບ​ມື້​ນັບ​ແຄບ​ເຂົ້າ​ຈົນ​ກາຍ​ເປັ​ນ​ເສັ້ນ​ທາງ​ຕັນ, ການ​ພັດ​ທະ​ນາ​ແບບກວມ​ລວມ ແລະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ທົ່ວ​ເຖິງ, ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຈຶ່ງ​ຈະ​ເປັນ​ເສັ້ນ​ທາງ​ຖືກ​ຕ້ອງ​ທີ່​ນັບ​ມື້​ນັບ​​ສົດ​ໃສ ແລະ ກວ້າງ​ອອກ.” ດັ່ງ​ນັ້ນ, ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ນີ້, ກໍ​ເໝືອນ​ດັ່ງ​ໄດ້​ເປີດ​ປະ​ຕູ​ໃໝ່​ທີ່​ກ້າວ​ສູ່​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ.

Not Found!(404)