ອ່ານ​ຂ່າວ​ລະ​ອຽດ APP

ໃບໄມ້ປ່ຽນສີທີ່ໜ້າທ່ຽວຊົມໃນສວນບາຕາຊູ

CRI2018-11-13 10:40:40

ໃບໄມ້ປ່ຽນສີທີ່ໜ້າທ່ຽວຊົມໃນສວນບາຕາຊູ

ໂດຍ: ບຸນຄົງ ມິດຕະພອນ

(ຊ່ຽວ​ຊານ​ລາວ​ທີ່​ກຳ​ລັງ​ຊ່ວຍ​ວຽກ​ຢູ່ CRI)

图片默认标题_fororder_微信图片_20181113092736

ວັດລິງກວາງແມ່ນສະຖານທີ່ທີ່ຂ້າພະເຈົ້າໄປເກືອບ 20 ຄັ້ງເພື່ອກາບໄຫວ້ທັນຕະທາດ ຫລື ເປັນສະຖານທີ່ບັນຈຸແຂ້ວຂອງພະພຸດທະເຈົ້າໃນທາດ. ວັດດັ່ງກ່າວຕັ້ງຢູ່ພາຍໃນສວນ ບາຕາຊູໃນຊານເມືອງທິດຕາເວັນຕົກສ່ຽງເໜືອເຊ່ິງເປັນສວນທີ່ສວຍງາມທີ່ສຸດແຫ່ງໜຶ່ງໃນນະຄອນຫລວງປັກກິ່ງ ສປ ຈີນ ແລະ ເປັນບ່ອນທີ່ຄົນນິຍົມໄປທ່ອງທ່ຽວຢ່າງບໍ່ຂາດ ສາຍ.

图片默认标题_fororder_微信图片_20181113092651

ໃນລະດູໃບໄມ້ຫລົ່ນ,ຄວາມໜາວເຢັນຄືບຄານເຂົ້າມາສູ່ປັກກ່ິງ.ຕົ້ນໄມ້ໃບຫຍ້າກໍປ່ຽນຈາກສີຂຽວເປັນສີເຫລືອງ.ໃນປັກກິ່ງນີ້ມີຕົ້ນໄມ້ຊະນິດໜຶ່ງງົດງາມເປັນພິເສດທີ່ເພ່ິນເອີ້ນ ວ່າຕົ້ນແປກກວຍທີ່ໃບຂອງມັນປ່ຽນຈາກສີຂຽວເປັນສີເຫລືອງ ງາມປານເອົາໃບຄຳໄປ ປະດັບໄວ້ຕົ້ນໄມ້ ແລະ ກໍເປັນຕົ້ນໄມ້ທີ່  ຊາວຈີນກໍຄືຊາວຕ່າງປະເທດນິຍົມ ຖ່າຍຮູບ ຮ່ວມກັບມັນ ຄ້າຍຄືກັບວ່າໄດ້ຖ່າຍຮູບຮ່ວມກັບດາລາດັງທີ່ຕົນນິຍົມຊົມຊອບ.

  

图片默认标题_fororder_微信图片_20181113103349

ພວກນ້ອງພະນັກງານລາວທີ່ມາຮຽນຢູ່ຈີນຊວນຜູ້ຊ່ວຍວຽກ 4 ຄົນຂອງ ວິທະຍຸສາກົນ  ແຫ່ງປະເທດຈີນທີ່ນະຄອນຫລວງປັກກິ່ງໃຫ້ພາໄປທ່ຽວສວນບາຕາຊູ.ເປົ້າໝາຍການທ່ອງ ທ່ຽວຂອງພວກເຮົາກໍຄືໄປໃຫ້ເຖິງນ້ຳເຕົ້າແດງ 8 ໜ່ວຍທີ່ຢູ່ເທິງພູສູງ . ໃນສວນບາຕາຊູ ມີທາງເບຕົງ ແລະ ທາງປູດ້ວຍຫີນແບບທຳມະຊາດ. ຜູ້ຂຽນ ແລະ ນ້ອງນັກຮຽນອີກ 2 ຄົນເລືອກຍ່າງຂື້ນທາງລັດ ເຊິ່ງແມ່ນທາງຂັ້ນໄດປູດ້ວຍຫີນກ້ອນນ້ອຍກ້ອນໃຫຍ່ທີ່ມະ ນຸດສັບຊ້ອນເຂົ້າກັນຢ່າງປານີດງົດງາມທ່າມກາງສຽງສູດສຽງເພງຈີນແຜ່ວເບົ່າມາຈາກຕູ້ລຳໂພງຮູບຫີນທີ່ຕັ້ງຍັ່ງຍາຍເປັນຈຸດໆ.

图片默认标题_fororder_微信图片_20181113092643

   ພວກເຮົາມາທາງລັດ, ບໍ່ດົນກໍ່ເຖິງຈຸດໝາຍປາຍທາງນ້ຳເຕົ້າແດງ 8 ໜ່ວຍກ່ອນ  ຄົນອື່ນໃນກຸ່ມພວກເຮົາ 7 ຄົນທີ່ ຍ່າງມາຕາມທາງເບຕົງແບບຄ່ອຍຍ່າງຄ່ອຍກິນ ລົມຊົມວິວ ແລະ ຖ່າຍຮູບຄວາມງົດງາມຂອງໃບໄມ້ປ່ຽນສີ. ໃນບໍລິເວນນ້ຳເຕົ້າ 8 ໜ່ວຍສາມາດຫລຽວເຫັນຄວາມງົດງາມຂອງຕົວເມືອງປັກກິ່ງໄດ້ຢ່າງຈະແຈ້ງ, ສະນັ້ນສະຖານທີ່ແຫ່ງນີ້ຈຶ່ງເປັນອີກມູມໜຶ່ງທີ່ໂດດເດັ່ນທີ່ຄົນມັກຖ່າຍຮູບແບບດ່ຽວແບບ ລວມໝູ່ ແລະ ແບບຄູ່ກໍ່ຍິ່ງຄັກສຳລັບຄົນມີແຟນ.

   ສວນບາຕາຊູມີວັດວາອາລາມຫລາຍມີເຖິງ 8 ວັດໃຫ້ໄດ້ກາບໄຫວ້ຕັ້ງແຕ່ຕີນພູຈົນເຖິງ ເທິງພູ.ຄົນທີ່ມາທ່ຽວສວນບາຕາຊູໃຫ້ຄົບທຸກຈອກທຸກແຈຕ້ອງໃຊ້ເວລາຫລາຍກວ່າໜຶ່ງມື້ເພາະສວນແຫ່ງນີ້ກ້ວາງໃຫຍ່ອີຫລີ. ສວນນີ້ມີເນື້ອທີ່ເຖິງ 250 ເຮັກຕາ. ສວນທີ່ກວ້າງໃຫຍ່ ແຫ່ງນີ້ມີຕົ້ນໄມ້ສະລັບຊັບຊ້ອນເຂົ້າກັບວັດວາອາລາມຕາມສະຖາປັດຕະຍະກຳບູຮານຈີນຢ່າງສະຫງ່າງາມ.

图片默认标题_fororder_微信图片_20181113103358  

ມີຕົ້ນໄມ້ຫລາຍກໍມີນົກຫລາຍຮ້ອງຈໍແຈໂດຍສະເພາະນົກຫາງຍາວແບບນົກແຊວ.ພິ ເສດແມ່ນຝູງນົກກາງ ແກທີ່ມັກບິນເຈີດຂື້ນຈັບເທິງຕົ້ນໄມ້ ແລະ ບິນລົງໜ້າເດີ່ນແຄມວັດ ໃນບໍລິເວນພະທາດໃນວັດລິງກວາງ ເຮັດໃຫ້ວັດແຫ່ງນີ້ເພີ່ມຄວາມມີຊີວິດຊີວາຂື້ນຕື່ມ. ຜູ້ມາຢ້ຽມຢາມໜ້າໃໝ່ຂອງສວນແຫ່ງນີ້ສ່ວນຫລາຍກໍມັກພາກັນຊື້ຫົວອາຫານເກືອນົກ ກາງແກເພື່ອຈະໄດ້ຖ່າຍຮູບຮ່ວມກັບພວກມັນຢ່າງໃກ້ຊິດ,ບາງໂຕຕອດເອົາຢູ່ໃນມືແບບ ເປັນກັນເອງໂລດ.

ຂ້າພະເຈົ້າຖາມພວກນ້ອງນັກຮຽນທີ່ມານຳກັນວ່າ: ບ່ອນໃດງາມທີ່ສຸດໃນສວນບາຕາ ຊູ. ຄຳຕອບສ່ວນຫລາຍກໍເປັນເອກະພາບກັນວ່າ: ມີຫລາຍບ່ອນ ແລະ ຄວາມງາມກໍແຕກ ຕ່າງກັນໄປ. ຫລາຍຄົນແລກປ່ຽນຮູບຖ່າຍໃນຫລາຍມູມ ຫລາຍຈຸດມັກທີ່ແຕກຕ່າງກັນ, ແຕ່ຂ້າພະເຈົ້າເຫັນຄວາມຄ້າຍຄືກັນນັ້ນແມ່ນທຸກຄົນມ່ວນຊື່ນຍີ້ມຫົວເມື່ອໄດ້ມາທ່ຽວທີ່ນີ້ທັງຄົນຈີນຄົນລາວ ແລະ ຕ່າງປະເທດເຂດອື່ນ.

图片默认标题_fororder_微信图片_20181113092728

ມັນເປັນຄວາມຈິງທີ່ວ່າ,ຍາມໃດພວກເຮົາຮູ້ສຶກວ່າທ່ຽວກຳລັງມ່ວນ,ເວລາມັນຈັ່ງແມ່ນຜ່ານໄປຢ່າງໄວວາບໍລໍຖ້າ. ຕາເວັນເລີ່ມລັບຂອບຟ້າ ພວກເຮົາຕ້ອງຈາກລາສວນບາຕາຊູ, ຈາກລາໃບໄມ້ປ່ຽນສີທີ່ກຳລັງງົດງາມ.ຍັງມີຫລາຍອັນທີ່ພວກເຮົາບໍທັນໄດ້ເບິ່ງໄດ້ສຳຜັດ ໄດ້ທົດລອງໂດຍສະເພາະແມ່ນການຂ່ີສະໄລເດີ ແລະ ການຂີ່ອູ່ໄຟຟ້າ. ໃບໄມ້ອາດປ່ຽນສີ ຕາມລະດູການແຕ່ຂ້າພະເຈົ້າບໍ່ປ່ຽນໃຈຍັງຈະກັບໄປຂີ່ສະໄລເດີ ແລະ ອູໄຟຟ້າອີກ ແນ່ນອນ.

Not Found!(404)