ອ່ານ​ຂ່າວ​ລະ​ອຽດ APP

ຈີນຈະ​ສະ​ໜອງການ​ບໍ​ລິ​ການ​ການ​ນຳ​ທາງ​ໃຫ້​ແກ່​ປະ​ເທ​ດ​ແລະ​ເຂດ​ແຄວ້ນ​ລຽບ​ຕາມ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢ່າງ​ເປັນ​ທາງ​ການ

cri2018-11-19 10:37:35

ຄຽງ​ຄູ່​ກັບ​ດາວ​ທຽມ​ສອງດວງ​ຂອງ​ລະ​ບົບ​ເປີຍ​ໂຕວ​​ຖືກ​ສົ່ງ​ຂຶ້ນ​​ສູ່ອະ​ວະ​ກາດ​ຢູ່​ຖານສົ່ງດາວ​ທຽມ​ຊີ່​ຊ່າງ​ໃນ​ຕອນ​ຮຸ່ນ​ເຊົ້າ​ວັນ​ວັນ​ທີ 19 ພະ​ຈິກ​ນີ້, ຈີນ​ໄດ້​ສຳ​ເລັດ​ການ​ປະ​ກອບ​ລະ​ບົບ​ດາວ​ທຽມ​ເປີຍ​ໂຕວ 3 ໃນ​ຂັ້ນ​ພື້ນ​ຖານ​ແລ້ວ.

ທ່ານ​ຢາງ​ສາງ​ເຟີງ, ​ນັກ​ອອກ​ແບບ​ໃຫຍ່​ຂອງ​ລະ​ບົບ​ນຳ​ທາງ​ດາວ​ທຽມ​ເປີຍ​ໂຕວ​ຈີນ​ກ່າວ​ວ່າ, ລະ​ບົບ​ພື້ນ​ຖານ​ເປີຍ​ໂຕວ 3 ຈະສາ​ມາດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ​ນີ້, ​ແລະສະ​ໜອງ​ການ​ບໍ​ລິ​ການ​ນຳ​ທາງ​ພື້ນ​ຖານ​ໃຫ້​ແກ່​ປະ​ເທດ​ແລະ​ເຂດ​ແຄວ້ນ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ​ເຊິ່ງ​ເປັນ​ການຢ​ວ່າງ “ບາດ​ກ້າວ​ສຳ​ຄັນ” ​ທີ່​ພັດ​ທະ​ນາ​ຈາກ​ພາກ​ພື້ນ​ໄປ​ສູ່​ທົ່ວ​ໂລກ.

ລະ​ບົບ​ນຳ​ທາງ​ເປີຍ​ໂຕວ​ແມ່ນ​​ໜຶ່ງ​ໃນຜົນ​ງານ​ສຳ​ຄັນ​ທີ່​ຈີນ​ໄດ້​ຮັບ​ໃນ​ການ​ປະ​ຕິ​ຮູບແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕະ​ຫຼອດ​ໄລ​ຍະ 40 ປີ​ຜ່ານ​ມາ, ໂດຍຈະ​ສ້າງ​ລະ​ບົບ​ນຳ​ທາງ​ທົ່ວ​ໂລກ​ທີ່​ປະ​ກອບ​ດ້ວຍ​ດາວ​ທຽມ​ເປີຍ​ໂຕວ 30 ກວ່າ​ດວງ​ກ່ອນ​ທ້າຍ​ປີ 2020 ແລະ​ບໍ​ລິ​ການ​ທົ່ວ​ໂລກ.

Not Found!(404)