ອ່ານ​ຂ່າວ​ລະ​ອຽດ APP

ກວາງ​ຊີ​ພະ​ຍາ​ຍາມ​ສ້າງ​ບ້ານ​ເຜົ່າ​ຈ້ວງ​ທີ່​ມີ​ສະ​ເໜ່

CRI2018-12-03 14:47:15

ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ເປັນ​ເຂດ​ປົກ​ຄອງ​ຕົນ​ເອງ​ທີ່​ມີ​ປະ​ຊາ​ກອນ​ຊົນ​ເຜົ່າ​ສ່ວນ​ໜ້ອຍຫຼາຍ​ທີ່​ສຸດ​ຂອງ​ຈີນ ແລະ ປະ​ຊາ​ຊົນ​ເຜົ່າ​ຕ່າງໆ​ໄດ້​ສ້າງວັດ​ທະ​ນະ​​ທຳ​ທີ່​ມີຫຼາກຫຼາຍ​ສີ​ສັນ ແລະ ອຸ​ດົມ​ສົມ​ບູນ. ນັບ​ແຕ່​ໄດ້​ສ້າງ​ເປັນ​ເຂດ​ປົກ​ຄອງ​ຕົນ​ເອງ 60 ປີ ແລະ ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ຕົ້ນ​ມາ, ເຂດກວາງ​ຊີ​ໄດ້​ເພີ່ມ​​ທະ​ວີໃນ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ວັດ​ທະ​ນະ​ທຳ ແລະ ເຮັດ​ໃຫ້​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ມີ​​ຊີ​ວິດ​ຊີ​ວາ​ຍິ່ງ​ຂຶ້ນ.

ໃນຫຼາຍ​ປີ​ມາ​ນີ້, ເຂດກວາງ​ຊີ​ໄດ້​ຊ່ວຍ​ເຫຼືອ​ຜູ້​ສືບ​ທອດ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​​ເພງ​ພື້ນ​ເມືອງ​ເຜົ່າ​ຈ້ວງ​ໃນ​ລະ​ດັບ​ຊາດ​ຢ່າງ​ສຳ​ເລັດ​ຜົນ ລວມ​ທັງເທດ​ສະ​ການ​ຮ້ອງ​ເພງ​ເຜົ່າ​ຈ້ວງ ແລະ ອື່ນໆ ພ້ອມ​ທັງ​ວຽກ​ງານ​ບັນ​ທຶກ​ສີ​ມື​ກໍ່​ສ້າງ​​ອາ​ຄານ​ໄມ້​ເຜົ່າ​ຕຸ້ງ​ເປັນ​ດີ​ຈີ​ຕອນ​ກໍ​ສຳ​ເລັດ​ເຊັ່ນ​ກັນ. ນອກ​ນີ້, ຍັງ​ໄດ້​ຊ່ວຍ​ເຫຼືອ​ຜູ້​ສືບ​ທອດເຜົ່າ​ຕ່າງໆ​ທີ່​ເປັນ​ຕົວ​ແທນ​ເພື່ອບັນ​ທຶກວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ຕ່າງໆ. ​ມາ​ຮອດ​ເດືອນ​ຕຸ​ລາ​ປີ​ນີ້, ໄດ້​ເກັບ​ກຳ​ຮູບ​ພາບ 18.000 ແຜ່ນ, ວິ​ດິ​ໂອ 1.400 ຊົ່ວ​ໂມງ ແລະ ຕົວ​ໜັງ​ສື 192.000 ກວ່າ​ໂຕ ເພື່ອ​ສ້າງ​ເປັນ​ຄັງ​ຂໍ້​ມູນ​​ມູນ​ເຊື້ອວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ທີ່​ດີ​ງາມ​ຂອງ​ເຂດກວາງ​ຊີ.

ມາ​ຮອດ​ເດືອນ​ຕຸ​ລາ​ປີ​ນີ້, ​ລວມ​ທັງ​ໝົດແລ້ວ, ເຂດກວາງ​ຊີ​ມີ​ລາຍ​ການ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ລະ​ດັບ​ຊາດ 50 ລາຍ​ການ ເຊັ່ນ: ເພງ​ລິວ​ຊ່ານ​ເຈ໋ຍ, ເພງ​ເຜົ່າ​ຕຸ້ງ ແລະ ອື່ນໆ, ​ ​ລະ​ດັບ​​ເຂດ​ປົກ​ຄອງ​ຕົນ​ເອງ 618 ລາຍ​ການ, ​ລະ​ດັບ​ນ​ະ​ຄອນ 1.039 ລາຍ​ການ ແລະ ລະ​ດັບ​ເມືອງ 2.561 ລາຍ​ການ.

Not Found!(404)