40 ປີແຫ່ງການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນ, ກໍຄື 40 ປີທີ່ວຽກງານຄົມມະນາຄົມຂອງຈີນເກີດມີການປ່ຽນແປງແລະພັດທະນາ. ທາງລົດໄຟຄວາມໄວສູງທີ່ທັນສະໄໝ, ການບິນພົນລະເຮືອນປົກຄຸມຢ່າງກວ້າງຂວາງ, ເສັ້ນທາງຄົມມະນາຄົມທາງລາງໃນຕົວເມືອງທີ່ໄດ້ຮັບການພັດທະນາ, ຮູບແບບການເດີນທາງມີຢ່າງຫຼວງຫຼາຍເຊັນ: ການສັ່ງຈອງລົດຕັກຊີທາງອິນເຕີເນັດແລະອື່ນໆ, ໄດ້ປ່ຽນແປງແນວຄິດແລະຮູບແບບການດຳລົງຊີວິດຂອງຈີນ, ໄດ້ສ້າງ “ຄວາມໄວຂອງຈີນ” ແລະ “ຮູບແບບຂອງຈີນ” ທີ່ປະຈັກຕາຕໍ່ຊາວໂລກໃນປະຫວັດສາດການຄົມມະນາຄົມຂອງໂລກ.