ອ່ານ​ຂ່າວ​ລະ​ອຽດ APP

ຜູ້​ຕ້ອງ​ຫາ​ຕົ້ມຕົວະ​ຫຼອກ​ລວງ​ທາງ​ໂທລະ​ຄົມ 233 ຄົນ​ຖືກ​ສົ່ງ​ກັບ​ຄືນ​ປະ​ເທດຈີນ

CRI2018-12-07 16:12:11

ວັນ​ທີ 6 ທັນວາ​ນີ້, ຜູ້​ຕ້ອງ​ຫາ​ຕົ້ມ​ຕົວະ​ຫຼອກ​ລວງ​ທາງ​​ໂທລະ​ຄົມທີ່​ປອມ​ຕົວ​ເປັນ​ພະນັກງານ​ພະ​​​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ, ​ໄອ​ຍະ​ການ ​ແລະ​ສານ​ຈີນ 233 ຄົນ​ໄດ້​ຖືກ​ຄຸມ​ຕົວສົ່ງ​ກັບ​ຄືນ​ປະ​ເທດ​ໂດຍ​ຕຳຫຼວດ​ຈີນ. ​ໃນ​ເດືອນ​ຕຸ​ລາ​ຜ່ານ​ມາ​, ກະຊວງປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ໄດ້​ສົ່ງ​ໜ່ວຍ​ງານ​ທີ່​ປະກອບ​ດ້ວຍ​ຕຳຫຼວດ​ແຂວງ​ກວາງ​ຕຸ່ງ​ເດີນທາງ​ໄປ​ກຳ​ປູ​ເຈຍ​ເພື່ອ​ດຳ​ເນີນ​ການ​ຮ່ວມ​ມື​ຕ້ານ​ການ​ຕົ້ມ​ຕົວະ​ຫຼອກ​ລວງ​ທາງ​ໂທລະ​ຄົມ. ພາຍ​ໃຕ້​ການ​ສະໜັບສະໜູນ ​ແລະ​ປະສານ​ງານ​ຂອງ​ສະຖານ​ທູດ​ຈີນ​ປະຈຳ​ກຳປູ​ເຈຍ, ຕຳຫຼວດ​ຈີນ ​ແລະ​ກຳປູ​ເຈຍ​ໄດ້ຮ່ວມຈັບ​ກຸມ​ກຸ່ມ​ຕົ້ມ​ຕົວະຢູ່ 3 ​ແຫ່ງ ​ແລະ​ຈັບ​ຜູ້​ຕ້ອງ​ຫາ 233 ຄົນ, ມ້າງ​ຄະດີຫຼາຍ​ກວ່າ 2000 ລາຍ​ທີ່​ມີມູນ​ຄ່າຫຼາຍ​ກວ່າ 63 ລ້ານ​ຢວນ.

 

图片默认标题_fororder_235bb0e4af4a4b60ae3f8671ccee351b

图片默认标题_fororder_b6fb9c108bc14f929551696f895c8e7c

图片默认标题_fororder_a03a7f059d9446ff8b88e795e7368716

图片默认标题_fororder_e97d54ffbe3e4986ae9fe06b17d93b7c

图片默认标题_fororder_fdf4dc422ea24797ac66a3610046a0b7

 

Not Found!(404)