ອ່ານ​ຂ່າວ​ລະ​ອຽດ APP

ຈັດ​ກອງ​ປະ​ຊຸມ​ສະ​ຫຼອງ​ການ​ສ້າງ​ຕັ້ງ​ມະ​ຫາ​ວິ​ທະ​ຍາ​ໄລ​ກວາງ​ຊີ​ ສ​ປ ຈີນ​ຄົບ​ຮອບ 90 ປີ

cri2018-12-10 14:59:27

图片默认标题_fororder_1

ວັນ​ທີ 8 ທັນ​ວານີ້ ມະ​ຫາ​ວິ​ທະ​ຍາ​ໄລ​ກວາງ​ຊີ ສ​ປ ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ສະ​ເຫຼີມ​ສະ​ຫຼອງ​ການ​ສ້າງ​ຕັ້ງ​ຄົບ​ຮອບ 90 ປີ. ວິ​ຊາ​ການ, ຜູ້ຕາງ​ໜ້າ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລຕ່າງໆ ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ, ພ້ອມ​ກັບ​ອາ​ຈານ ແລະ​ນັກ​ສຶກ​ສາ​ລວມ 5 ພັນ​ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມດັ່ງ​ກ່າວ.

ໃນ​ເວ​ລາ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ​ລູ້​ຊິນ​ເຊີ້ ເລ​ຂາ​ຄະ​ນະ​ເລ​ຂາ​ເຂດກວາງ​ຊີ​ເຜົ່າ​ຈ​ວ້າງ​ປົກ​ຄອ​ງ​ຕົນ​ເອງ ສ​ປ ຈີນ​ກ່າວ​ວ່າ, ການ​ພັດ​ທະ​ນາ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ກວາງ​ຊີ​ແມ່ນ​ເປັນ​ຮູບ​ຫຍໍ້​ຂອງ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ການ​ສຶກ​ສາ​ລະ​ດັບ​ສູງ​ຂອງກວາງ​ຊີ, ແມ່ນ​ສ່ວນ​ປະ​ກອບ​ທີ່​ສຳ​ຄັນ​ຂອງ​ຜົນ​ງານ​ອັນ​ຮຸ່ງ​ເຮືອງ​ທີ່​ເຂດກວາງ​ຊີ​ເຜົ່າ​ຈ​ວ້າງ​ປົກ​ຄອ​ງ​ຕົນ​ເອງ ສ້າງ​ຕັ້ງ​ຂຶ້ນ​ເມື່ອ 60 ປີ ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ໃນ 40 ປີ​ມານີ້.

ມະ​ຫາ​ວິ​ທະ​ຍາ​ໄລ​ກວາງ​ຊີ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1928, ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ປະ​ຫວັດ​ດົນ​ນານກວ່າ​ໝູ່ ແລະ​ໃຫຍ່ກວ່າ​ໝູ່​ຂອງກວາງ​ຊີ, ຕະ​ຫຼອດ​ໄລ​ຍະ 90 ປີ, ມະ​ຫາ​ວິ​ທະ​ຍາ​ໄລ​ກວາງ​ຊີ​ໄດ້​ຍຶດ​ຖື “ສ້າງ​ຊາດ​ໃຫ້​ຈະ​ເລີນ ສ້າງກວາງ​ຊີ​ໃຫ້​ຮຸ່ງ​ເຮືອງ”ເປັນວັດ​ຖຸ​ປະ​ສົບ​ໃນ​ການ​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ຖື “ຄວາມ​ດຸ​ໝັ່ນ ຈິງ​ໃຈ, ເນັ້ນ​ວິ​ຊາ​ການ​ແລະ​ການ​ປະ​ດິດ​ສ້າງ”ເປັນຄຳ​ຂວັນ​ປະ​ຈຳ, ໄດ້​ຝຶກ​ອົບ​ຮົ​ມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ໃຫ້​ແກ່ ສັງ​ຄົມ. ປັດ​ຈຸ​ບັນ ມະ​ຫາ​ວິ​ທະ​ຍາ​ໄລ​ກວາງ​ຊີ​ໄດ້​ກາຍ​ເປັນ​ໂຮງ​ຮຽນ​ຊັ້ນ​ສູງ​ທີ່​ສຳ​ຄັນ​ທີ່​ມີ​ກະ​ຊວງ​ສຶກ​ສາ​ທິ​ການ​ຈີນ ແລະ​ອົງ​ການ​ປົກ​ຄອງ​ເຂດກວາງ​ຊີ ຮ່ວມ​ກັນ​ສ້າງ​ສາ ແລະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ເປັນ​ພິ​ເສດ​ຈາກ​ລັດ​ຖະ​ບານ.

Not Found!(404)