ອ່ານ​ຂ່າວ​ລະ​ອຽດ APP

ເຂດກວາງ​ຊີສ້າງຖານ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ຈີນ-ອາ​ຊຽນ

cri2018-12-14 16:58:33

ວັນ​ທີ 13 ທັນ​ວາ​ນີ້, ທ່ານ​ເມີງ​ເວີນ​ຫູ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ປົກ​ຄອງ​ນະ​ຄອນ​ນານ​ນິງ​ເຂດກວາງ​ຊີກ່າວ​ວ່າ, ນະ​ຄອນ​ນານ​ນິງ​ຈະ​​ເນັ້ນ​ໜັກ​ກ່ຽວ​ກັບ​ຂະ​ແໜງ​ການ​ດີ​ເດັ່ນ​ແລະ​ສຳ​ຄັນ, ອີງ​ຕາມ​ເຂດ​ທົດ​ລອງ​ສັງ​ລວມ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກຂ້າມ​ຊາດ(ນານ​ນິງ)ຈີນ, ​ແມ່ນພັດ​ທະ​ນາ​ຂະ​ແໜງ​ການ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​​ຂ້າມ​ຊາດ​ໃຫ້​ເຂັ້ມ​ແຂງ, ສ້າງ​ຊ່ອງ​ທາງ​ການ​ຄ້າ​ໃໝ່​ທີ່​ບຸກ​ທະ​ລຸ​​ດ້ານຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ແລະ​ບໍ​ລິ​ການ​ອາ​ຊຽນ.

ນະ​ຄອນ​ນານ​ນິງ​ໄດ້​ຮັບ​ອະ​ນຸ​ມັດ​ເປັນ​ເຂດ​ທົດ​ລອງ​ສັງ​ລວມ​ການຄ້າເອເລັກໂຕຣນິກ​ຂ້າມ​​ຊາດ​ຄັ້ງທຳ​ອິດ​ຂອງ​ຈີນ​ເມື່ອ​ເດືອນ​ກໍ​ລະ​ກົດ​ປີ​ນີ້, ທ່ານ​ເມີງ​ເວີນ​​ຫູ ກ່າວ​ວ່າ, ​ ເຂດ​ທົດ​ລອງ​ສັງ​ລວມ​ການ​ຄ້າເອ​ເລັກ​ໂຕ​ຣ​ນິກ​​ຂ້າມ​ຊາດ(ນານ​ນິງ)ຈີນໄດ້​ສຳ​ເລັດ​ວຽກ​ງານ​ໄລ​ຍະ​ຕົ້ນ​ຕ່າງໆ​ແລ້ວ, ຈະ​ເລີ່ມ​ເປີດ​ບໍ​ລິ​ການ​ໃນ​ວັນ​ທີ 15 ທັນ​ວາ​ນີ້, ຮອດ​ເວ​ລາ​ນັ້ນຈະ​ມີ​ກຸ່ມ​ບໍ​ລິ​ສັດ FTZCOC, ບໍ​ລິ​ສັດ​​ອິນ​ເຕີ​ເນັດຈົ່ງ​ຕ້າ​ເມີນ​ແລະ​ບໍ​ລິ​ສັດ​ອື່ນໆ​ເຊິ່ງ​ເປັນ​ວິ​ສາ​ຫະ​ກິດ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​​ຂ້າມ​ຊາດ​ເຂົ້າ​ປະ​ຈຳ​​ການ​ຢູ່ນະ​ຄອນ​ນານ​ນິງ.

ປັດ​ຈຸ​ບັນ, ນະ​ຄອນ​ນານ​ນິງ​ຖື​​ນິ​ຄົມການ​ຄ້າເອ​ເລັກ​ໂຕ​ຣ​ນິກ​​ຂ້າມ​ຊາດ(ນານ​ນິງ)ຈີນ​ເປັນ​ໃຈ​ກາງ, ​ໂດຍ​ໄດ້ສ້າງ​ເຂດ​ຂະ​ແໜງ​ການ​ການ​ຄ້າ​ເອ​​ເລັກ​ໂຕ​ຣ​ນິກ​ໄລ​ຍະ​ທີ​ໜຶ່ງ​ເຊັ່ນ​: ສູນ​ການ​ຄ້າ​ຂ້າມ​ຊາດ​ນານ​ນິງ, ​ເຂດ​ນິ​ຄົມ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ນານ​ນິງ​ແລະ​ອື່ນໆ, ລະ​ບົບ​ເຂດ​ນິ​ຄົມ​ສັງ​ລວມ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ທີ່​​ມຸ້ງ​ໜ້າ​ສູ່ອາ​ຊຽນ​ໄດ້​​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ເທື່ອ​ລະ​ກ້າວ.

Not Found!(404)