ອ່ານ​ຂ່າວ​ລະ​ອຽດ APP

ທ່ານ ສີ​ຈິ້ນ​ຜິງ: ບໍ່​ອະ​ນຸ​ຍາດ​ໃຫ້ຜືນ​ແຜ່ນ​ດິນທີ່​ຫວງ​ແຫນ​ຂອງ​ປະ​ເທດ​ຊາດຖືກຕັດ​ແຍກ​ອອກ​ໄປ​ແມ່ນ​ແຕ່​ໜ້ອຍ​ດຽວ​ກໍ​ບໍ່​ໄດ້​ຢ່າງ​ເດັດ​ຂາດ

cri2018-12-18 15:15:14

ທ່ານ ສີ​ຈິ້​ນ​ຜິງ ກ່າວ​ໃນວັນ​ທີ 18 ທັນ​ວາ​​ນີ້​ວ່າ: ຈີນ​ຄວນ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ “ປະ​ເທ​ດດຽວ​ສອງ​ລະ​ບອບ”“​ຊາວຮົງ​ກົງ​ປົກ​ຄອງ​ຮົງ​ກົງ”“ຊາວ​ມາ​ກາວ​ປົກ​ຄອງ​ມາ​ກາວ”ແລະ​ປົກ​ຄອງ​ຕົນ​ເອງ​ໃນ​ລະ​ດັບ​ສູງ,ປະ​ຕິ​ບັດ​ງານຕາມ​ລັດ​ຖະ​ທຳ​ມະ​ນູນ​ແລະ​ກົດ​ໝາຍ​ພື້ນ​ຖານ​ຢ່າງ​ເຂັ້ມ​ງວດ,ປັບ​ປຸງ​ກົນ​ໄກ​ແລະ​ລະ​ບຽບ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ປະ​ຕິ​ບັດ​ກົດ​ໝາຍ​​ພື້ນ​ຖານ​ໃຫ້​ດີ​ຂຶ້ນ,ຮັກ​ສາ​ຄວາມວັດ​ທະ​ນາ​ຖາ​ວອນ​ແລະ​ສະ​ຖຽນ​ລະ​ພາບຂອງ​ຮົງ​ກົງ​ແລະ​ມາ​ກາວ​ໃຫ້​ຍືນ​ຍາວ,ສະ​ໜັບ​ສະ​ໜູນ​ແລະ​ຊຸກ​ຍູ້​ໃຫ້​ຮົງ​ກົງ​ແລະ​ມາ​ກາວ​ເຊື່ອມ​ໂຍງ​ເຂົ້າ​ກັນ​ກັບ​ສະ​ພາບ​ລວມ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໄດ້ເປັນ​ຢ່າງ​ດີກວ່າ​ເກົ່າ,ເຮັດ​ໃຫ້​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ແລະ​ມາ​ກາ​ວ​ຮ່ວມ​ກັບປະ​ຊາ​ຊົນ​ແຜ່ນ​ດິນ​ແມ່​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທາງ​ປະ​ຫວັດ​ສາດ​ທີ່​ຈະ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຊາດ​ຈີນ,ຮ່ວມ​ກັນ​ຊົມ​ໃຊ້​ກຽດ​ອັນ​ສູງ​ສົ່ງ​ຈາກ​ຄວາມ​ຮັ່ງ​ມີ​ເຂັ້ມ​ແຂງ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ເທດຊາດ.
 

ທ່ານ ສີ​ຈິ້ນ​ຜິງ ໄດ້​ເນັ້ນໜັກ​ໃຫ້​ຍຶດ​ໝັ້ນ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ​ແລະ​ຄວາມ​ຮັບ​ຮູ້​ເປັນ​ເອ​ກະ​ພາບ​ປີ 1992,ປັບ​ປຸງ​ແລະ​ພັດ​ທະ​ນາ​ພື້ນ​ຖານ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບໄຕ້​ຫວັນ​ໂດຍ​ສັນ​ຕິ​ໃ​ຫ້​ໝັ້ນ​ຄົງ,ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ແລະວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ,ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ພີ່​ນ້ອງ​ຮ່ວມ​ຊາດ​ຂອງ​ສອງ​ຝັ່ງຊ່ອງ​ແຄບ. ທ່ານ​ກ່າວ​ວ່າ: ຈີນ​ມີ​ຄວາມ​ຕັດ​ສິນ​ໃຈ​ທາງ​ການ​ເມືອງ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ​ແລະ​ຄວາມ​ສາ​ມາດ​ທີ່​ເຂັ້ມ​ແຂງ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ,ຜືນ​ແຜ່ນ​ດິນ​ທີ່​ຫວງ​ແຫນ​ຂອງ​ປະ​ເທດ​ຊາດ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ຖືກ​ຕັດ​ແຍກ​ອອກ​ໄປ​ແມ່ນ​ແຕ່​ໜ້ອຍ​ດຽວ​ກໍ່​ບໍ່​ໄດ້​ຢ່າງ​ເດັດ​ຂາດ!

Not Found!(404)