ອ່ານ​ຂ່າວ​ລະ​ອຽດ APP

ຈີນ​ເປີດ​ເຜີຍ​ບັນ​ຊີ​ລາຍ​ຊື່ “​​ນັກ​ຮຽນ​ກຽດ​ນິ​ຍົມ 40 ຄົນຈົບ​ຈາກ​ຕ່າງ​ປະ​ເທດ​ກັບ​ຄືນ​ປະ​ເທດ​ຊາດ​ໃນ 40 ປີ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ”

cri2018-12-24 15:26:46

​ວັນ​ທີ 22 ທັນ​ວາ​ນີ້, ຄັງ​ປັນ​ຍາຈີນ​ກັບ​ໂລ​ກາ​ພິ​ວັດ, ສະ​ຫະ​ພັນບໍ​ລິ​ການນັກຮຽນ​ຈົບ​ຈາກ​ຕ່າງ​ປ​ະ​ເທດ​ກັບ​ຄືນ​ປະ​ເທດ​ຈີນແລະ​ໜ່ວຍ​ງານ​ອື່ນໆໄດ້​ຮ່ວມ​ກັນ​ເປີດ​ເຜີຍ​ບັນ​ຊີ​ລ​າຍ​ຊື່ “​​​ນັກ​ຮຽນ​ກຽດ​ນິ​ຍົມ 40 ຄົນຈົບ​ຈາກ​ຕ່າງ​ປະ​ເທດ​ກັບ​ຄືນ​ປະ​ເທດ​ຊາດ​ໃນ 40 ປີ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ” ຢູ່​ໃນ​ງານ​ແລກ​ປ່ຽນ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຕ່າງ​ປະ​ເທດ​ຈີນ 2018ແລະ​ງານ​ແລກ​ປ່ຽນ​ວິ​ທະ​ຍາ​ສາດ​ເຕັກ​ນິກກວາງ​ໂຈ່ວ​ສຳ​ລັບນັກຮຽນ​ຈົບ​ຈາກ​ຕ່າງ​ປະ​ເທດ​ຂອງ​ຈີນ​ຄັ້ງ​ທີ 20.
 

 ໃນ​ໄລ​ຍະ 40 ປີ​ທີ່​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ, ​ຈຳ​ນວນຄົນ​ຈີນ​ທີ່​ໄປ​ຄົ້ນ​ຄວ້າ​ຮ່ຳ​ຮຽນ​ຢູ່​ຕ່າງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ, ແລະ​ຈຳ​ນວນ​ຄົນ​ທີ່​ຮຽນ​ຈົບ​ແລ້ວ​ກັບ​ຄືນ​ປະ​ເທດ​ກໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ນັບແຕ່​ປີ 1978ຫາ​ປີ 2017, ​ລວມ​ທັງ​ໝົດ​ແລ້ວ, ​ມີ​ຄົນ​ຈີນ​ທີ່​ໄປ​ຄົ້ນ​ຄວ້າ​ຮ່ຳ​ຮຽນ​ຢູ່​ຕ່າງ​ປະ​ເທດ​ບັນ​ລຸ​ເຖິງ 5.194.900 ຄົນ,  3.132.000  ຄົນ​ໄດ້​ກັບ​ຄືນ​ປະ​ເທດ.
 

ທຸກ​ມື້​ນີ້, ​ນັກ​ຮຽ​ນ​ຈົບ​ຈາກ​ຕ່າງ​ປະ​ເທດ​ໄດ້​ປະ​ກອບ​ສ່ວນໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ​ທີ່​ຂະ​ຫຍາຍ​ຕົວ​ຢ່າງວ່ອງ​ໄວ​ນັບ​ມື້​ນັບຫຼາຍ​ຂຶ້ນ. ຈາກ​ຄວາມ​ນິ​ຍົມ​ໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ​​ແລະ​ການກັບ​ຄືນ​ປະ​ເທດ​ເພື່ອ​ປະ​ກອບ​​ອາ​ຊີບຫຼື​ປະ​ກອບທຸ​ລະ​ກິດ, ໄດ້​ກາຍ​ເປັນ​ປາ​ກົດ​ການ​ທີ່​ດີ​ໃນ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ສາ​ກົນ​ລະ​ດັບ​ໂລກ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ຈີນ ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ຈີນ​ໃຫ້​ຫັນ​ເປັນ​ທັນ​ສະ​ໄໝ​ແລະ​ໂລ​ກາ​ພິ​ວັດ.

Not Found!(404)