ອ່ານ​ຂ່າວ​ລະ​ອຽດ APP

ຈີນ​ຈັດ​ການ​ສຳ​ມະ​ນາ​ທິດ​ສະ​ດີ​ເພື່ອ​ສະ​ເຫຼີມ​ສະຫຼອງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຄົບ​ຮອບ 40 ປີ

cri2018-12-25 11:08:32

​ການ​ສຳ​ມະ​ນາ​ທິດ​ສະ​ດີ​ເພື່ອ​ສະ​ເຫຼີມ​ສະຫຼອງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຄົບ​ຮອບ 40 ປີໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ແຕ່​ວັນ​ທີ 23-24 ທັນ​ວາ​ນີ້. ຕອນ​ເຊົ້າ​ວັນ​ທີ 24 ທັນ​ວາ​ນີ້, ທ່ານ​ວາງ​ຮູ້​ນິງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ,ເລ​ຂາ​ທິ​ການ​ ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ກ່າວ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ.
 

ການ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ນີ້​ເປັນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ສຳ​ຄັນ​ຕ່າງໆ​ເພື່ອ​ສະ​ເຫຼີມ​ສະຫຼອງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຄົບ​ຮອ​ບ 40 ປີ. ໃນ​ໄລ​ຍະ​ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເຕັມ​ທີ່​ໂດຍ​ປິ່ນ​ອ້ອມ​ການ​ເຊື່ອມ​ຊຶມ​ບົດ​ປາ​ໄສ​ສຳ​ຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ເຊິ່ງ​ໄດ້​ລົງ​ເລິກ​ຄວາມ​ເຂົ້າ​ໃຈ​ຕໍ່​ຄວາມ​ໝາຍ​ສຳ​ຄັນ​ແລະ​ຜົນ​ສະ​ທ້ອນ​ອັນ​ເລິກ​ເຊິ່ງ​ຍາວ​ນານ​ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ເທື່ອ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ສະ​ໄໝ​ທີ 11, ​ລົງ​ເລິກ​ຄວາມ​ເຂົ້າ​ໃຈ​ຕໍ່ຂະ​ບວນ​ວິ​ວັດ​ອັນ​ໂດດ​ເດັ່ນ​ສະ​ຫງ່າ​ງາມ,ຜົນ​ສຳ​ເລັດ​ທີ່​ຍິ່ງ​ໃຫຍ່, ບົດ​ຮຽນ​ອັນ​ປະ​ເສີດ​ແລະ​ຂໍ້​ຄິດ​ທີ່​ດີ​ຈາກ​ພຶດ​ຕິ​ກຳ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຄົບ​ຮອບ 40 ປີ, ລົງ​ເລິກ​ຄວາມ​​ເຂົ້າ​ໃຈ​ຕໍ່​ການ​ຊູ​ຄັນ​ທຸງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃຫ້​ສູງ​ຂຶ້ນ ແລະ​ນຳ​ພາ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ຍຸກ​ໃໝ່​ໃຫ້​ຂະ​ຫຍາຍ​ຕົວ​ເຂົ້າ​ສູ່​ລວ​ງ​ເລິກ, ກຳ​ນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ໜ້າ​ທີ່​ປະ​ຫວັດ​ສາດ​​ຂອງ​ຜູ້​ເຮັດ​ວຽກ​ງານ​ທິດ​ສະ​ດີ.
 

ທ່ານ​ຮ​ວງ​​ຄຸ່ນ​ມິງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ,ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ປະ​ທານ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້.

Not Found!(404)