ອ່ານ​ຂ່າວ​ລະ​ອຽດ APP

ທູດ​ຣັດ​ເຊຍຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ຜົນ​ງານການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ

cri2018-12-28 16:10:40

ວັນ​ທີ 27 ທັນ​ວາ​ນີ້, ທ່ານອັນ​ເດ​ຣ ດີ​ນີ​ຊອ​ຟ ເອກ​ອັກ​ຄ​ະ​ລັດ​ຖະ​ທູດ​ຣັດ​ເຊຍ​ປະ​ຈຳ​ຈີນ​ພ້ອມ​ດ້ວຍ​ຄະ​ນະ​ໄດ້​ເຂົ້າ​ຊົມ “ການ​ປ່ຽນ​ແປງ​ທີ່​ຍິ່ງ​ໃຫຍ່--ງານ​ວ​າງ​ສະ​ແດງ​ຂະ​ໜາດ​ໃຫຍ່​ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ການ​ປະ​​ຕິຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ຄົບ​ຮອບ 40 ປີ”, ແລະ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ຜົນ​ງານ​ຂອງ​ຈີນ​ໃນ 40 ປີ​ທີ່​ປະ​ຕູ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ.

ທ່ານດີ​ນີ​ຊອ​ຟ ກ່າວ​ວ່າ, ຜົນ​ງານ​ທີ່​ໄດ້​ຮັບ​ໃນ​ຂະ​ບວນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ແມ່ນ “ບົດ​ຮຽນ​ອັນ​ລ້ຳ​ຄ່າ​ທີ່​ສຸດ” ​ເວ​ລາ​ໄດ້​ເປັນ​ສິ່ງ​ພິ​ສູດ​ແລ້ວ. ທ່ານ​​ເນັ້ນ​ໜັກ​ວ່າ, ຈີນ​ໄດ້​ປະ​ດິດ​ສ້າງ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ໃໝ່​​ຢ່າງ​ສຳ​ເລັດ​ຜົນ, ແລະ​ໄດ້​ປະ​ຕິ​ບັດ​ການ​ພັດ​ທະ​ນາ​ດັ່ງ​ກ່າວໃຫ້​ປາ​ກົດ​ຜົນ​ເປັນ​ຈິງ. ໂດຍ​ຜ່ານ​ຄວາມ​ພະ​ຍາ​ຍາມ​ເປັນ​ໄລ​ຍະເວ​ລາ 40 ປີ, ຈີນ​ໄດ້​ເກີດ​ການ​ປ່ຽນ​ແປງແບບ​ຫຼັງ​ມື​ເປັນ​ໜ້າ​ມື, ການ​ປ່ຽນ​ແປງ​ດັ່ງ​ກ່າວ​ບໍ່​ແມ່ນ​ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງ, ​ແຕ່​ຫາກແມ່ນ​ກວມ​ເອົາ​ຂອບ​ເຂດ​ທົ່ວ​ປະ​ເທດ. ທ່ານ​ດີ​ນີ​ຊອ​ຟ ກ່າວ​ຕື່ມ​ວ່າ, ຈີນ​ໄດ້​ຢືນ​ຢັນ​ຄວາມ​ສຳ​ຄັນ​ຂອງ “ການ​ປົດ​ປ່ອຍ​ແນວ​ຄິດ” ສຳ​ລັບ​ການ​ພັດ​ທະ​ນາ​ຕໍ່​ທົ່ວ​ໂລກ, ແລະ​ຈະ​ສືບ​ຕໍ່​ກ້າວ​ໜ້າ​ໂດຍ​ອີງ​ຕາມ​ເສັ້ນ​ທາງ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ອີກຕື່ມ.

Not Found!(404)