ອ່ານ​ຂ່າວ​ລະ​ອຽດ APP

ທ່ານ​ຢາງ​ເຈຍ​ຊື​ເຂົ້າ​ຮ່ວມກອງ​ປະຊຸມ​ສົນທະນາ​ວຽກ​ງານ​ກົດໝາຍ​ສາກົນ

cri2018-12-28 16:24:25

ວັນ​ທີ 28 ທັນວາ​ນີ້, ທ່ານ​ຢາງ​ເຈຍ​ຊື ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຫົວໜ້າ​ຫ້ອງການ​ຄະນະ​ກຳມະການ​ວຽກ​ງານ​ຕ່າງປະ​ເທດ​ສູນ​ກາງ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ສົນທະນາວຽກ​ງານ​ກົດ​ໝາຍ​ສາກົນ​​ເນື່ອງໃນ​ການ​ປະຕິ​ຮູບ ​ແລະ​ເປີດ​ປະຕູ​ສູ່​ນອກຄົບຮອບ 40 ປີ ​ແລະ​ກ່າວ​ປາ​ໄສ.

ທ່ານ​ກ່າວ​​ເນັ້ນ​ວ່າ: ຜ່ານ​ການບຸກບືນ​ສູ້​ຊົນ​ໃນ​​ໄລຍະ 40 ປີ, ສາຍ​ພົວພັນ​ຈີນກັບ​ສາກົນໄດ້​ຢືນ​ຢູ່​ຈຸດ​ເລີ່​ມ​ຕົ້ນໃໝ່, ຕ້ອງ​ຍຶດໝັ້ນວຽກ​ງານ​ກົດໝາຍ​ສາກົນ​ທີ່​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່​ຂອງ​ການ​ປະຕິ​ຮູບ ​ແລະ​ເປີດ​ປະຕູ​ສູ່​ນອກ​ຮອບ​ໃໝ່, ຈັດ​ຕັ້ງ​ປະຕິບັດ​​ເນື້ອ​ໃນ​ຈິດ​ໃຈຂອງ​ກອງ​ປະຊຸ​ມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ ​ແລະ​ກອງ​ປະຊຸມ​ວຽກ​ງານ​ຕ່າງປະ​ເທດ​ສູນ​ກາງພັກ, ຖື​ແນວ​ຄິດສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ​ແລະ​ແນວ​ຄິດ​ທາງ​ການ​ທູດ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ເປັນທິດ​ນຳ, ສ້າງ “ 4 ສະຕິ”, ຍຶດໝັ້ນ “ 4 ຄວາມໝັ້ນ​ໃຈ”, ​ຍົກ​ສູງ​ລະດັບ​ວຽກ​ງານ​ກົດໝາຍ​ກັບຕ່າງປະ​ເທດ​ຢາງ​ບໍ່​ຢຸດ​ຢັ້ງ ​ແລະ​ພະຍາຍາມ​ຊຸກຍູ້​ວຽກ​ງານ​ກົດໝາຍ​ສາກົນ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່ ​ເພື່ອ​ປະກອບສ່ວນ​ໃຫຍ່​ກວ່າ​ເກົ່າ​ເຂົ້າ​​ໃນ​ການ​ລົງ​ເລິກ​ການ​ປະຕິ​ຮູບ ​ແລະ​ສ້າງ​ປະຕູ​ສູ່​ນອກ​ໃນ​ຍຸກ​ໃໝ່, ​ເປີດ​ສະພາບ​ການ​ໃໝ່​ດ້ານ​ການ​ທູດ​ລະຫວ່າງ​ປະ​ເທດ​ໃຫຍ່​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ ​ແລະ​ຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ.

 

Not Found!(404)