ບົດທີ 1 ທັກທາຍ​ສະບາຍດີ

 ຄຳ​ເຫັນ
 
  • ສະບາຍດີ ​ໃນ​ພາສາ​ຈີນ, ມີ​ຫລາຍໆ​ວິທີ​ເວົ້າ​ເຖິງ​ຄຳ​ວ່າ"ສະບາຍດີ". ຄຳ​ທີ່ ​ເວົ້າ​ໂດຍ​ທົ່ວ​ໄປ​ນັ້ນ​ແມ່ນ 你好nǐhǎo.你 ​nǐແປ​ວ່າ​"​ເຈົ້າ",好hǎo​ແປ​ວ່າ"ດີ"ຫລື​ວ່າ"ສະບາຍດີ".​ເວົ້າລວມກັນ​ກໍ່​ ແມ່ນ:​ເຈົ້າສະບາຍດີ ​ແປ​ວ່າ 你好nǐ hǎo.你好nǐ hǎo ສາມາດ​ເວົ້າ​ໄດ້​ໃນ​ທຸກ​​ເວລາ,ທຸກ ກໍລະນີ​ແລະ​ເວົ້າຕໍ່​ຄົນ​ ທົ່ວ​ໄປ.ບໍ່​ວ່າ​ແມ່ນ​ຄົນ​ແປກ​ຫນ້າ​ຫລື​ວ່າ​ຄົນ​ທີ່ຮູ້ຈັກ​ກັນມາກ່ອນ ກໍ່​ເວົ້າ​ໄດ້.ຕົວຢ່າງ​ວ່າ:ສອງ​ຄົນ​ພົບ​ກັນ,ຜູ່​ຫນຶ່ງ​ເວົ້າ ວ່າ:你好nǐhǎo,ອີກ​ຜູ່​ຫນຶ່ງກໍ່​ຕອບ ​ວ່າ:你好nǐhǎo ​ໄດ້​ຄື​ກັນ. ການ​ອອກສຽງ:你 nǐອອກສຽງ​ຄ້າຍຄື​ກັບ"ຫນີ້"ຂອງ​ພາສາ​ລາວ, 好 hǎoອອກສຽງ​ຄື​ກັບ "ຫ້າວ"ຂອງ​ພາສາ​ລາວ.
  • ​ເຈົ້າຊື່​ຫຍັງ? ຖ້າວ່າ​ຢາກ​ຮູ້​ຊື່​ຂອງ​ຜູ່​ກ່ຽວ,ກໍ່​ຖາມ​ວ່າ: 你叫什么名字?nǐ jiào shénme míngzi?你nǐ ​ແປ​ວ່າ ​ເຈົ້າ ,叫​ jiàoແປ​ວ່າ ​ເອີ້ນ, 什么 ​shénmeແປ​ວ່າຫຍັງ, 名字 ​míngziແປ​ວ່າຊື່; 你叫什么名字?nǐ jiào shénme míngzi? ​ໃນ​ເວລາ​ຕອບ​ຄຳ​ຖາມ​ນີ້,ທ່ານ​ຈະ​ເວົ້າວ່າ: 我叫 wǒjiào ບວກ​ກັບ​ຊື່​ຂອງ​ທ່ານ.ຫລື​ບອກ​ຊື່​ຂອງ​ທ່ານ​ເອງ​ໂດຍ​ກົງ​ກໍ່​ໄດ້.
  • ນີ້​ແມ່ນ​ນາມບັດ​ຂອງ​ຂ້ອຍ ຢູ່​ຈີນ​ໃນ​ຊູ່​ມື້​ນີ້, ຄົນທົ່ວ​ໄປ​ມັກ​ແລກປ່ຽນ​ນາມບັດ​ກັນ​ໃນ​ເວລາ​ພົບ​ ຫນ້າ​ກັນ​ເທື່ອ​ທຳ​ອິດ. 这 ​zhèແປ​ວ່າ ນີ້. 是 ​shìແປ​ວ່າ ​ແມ່ນ 我的 wǒde​ແປວ່າ ຂອງ​ຂ້ອຍ 这是我的 zhè shì wǒde​ແປ​ວ່າ ນີ້​ແມ່ນ​ຂອງຂ້ອຍ 名片 ​ míngpìan ແປ​ວ່າ ນາມບັດ 这是我的名片 zhè shì wǒde míngpìan ນີ້​ແມ່ນ​ນາມບັດ​ຂອງ​ຂ້ອຍ.
  • ດົນ​ແລ້ວ​ບໍ່​ໄດ້​ພົບ​ຫນ້າ​ກັນ. ສົມມຸດ​ວ່າ​ທ່ານ​ກັບ​ຫມູ່​ຂອງ​ທ່ານ​ດົນ​ແລ້ວ​ບໍ່​ໄດ້​ພົບ​ກັນ,ພາສາ​ຈີນ​ມັກ​ເວົ້າວ່າ:好久不见hǎojiǔ bùjìan.好久 hǎojiǔ​ແປ​ວ່າດົນຫລາຍ, 不 bù​ແປ​ວ່າ ບໍ່, 见​jìanແປ​ວ່າ ພົບ​ກັນ.