ສີແດງຢູ່ທົ່ງພຽງ
-----------------------------------------------------------------------------------------------------------------
ກ:ເລື່ອງແປກໆເລື່ອງຕໍ່ໄປທີ່ຈະເວົ້າສູ່ຟັງແມ່ນການຂຸດພົບວັດຖຸບູຮານທີ່ມີຄ່າສູງຂອງສອງພໍ່ລູກ.ຄືນໃນຫຼາຍມື້ກ່ອນສອງພໍ່ລູກອັງກິດໄດ້ຂຸດພົບກັບອັນຢູ່ໃນທົ່ງນາ,ທີ່ມີມູນຄ່າປະມານ1ລ້ານກວ່າປອນ,ຫືຼປະມານ2ລ້ານກວ່າໂດລາ.
ຂ:ພວກເຂົາເຈົ້າຈັ່ງແມ່ນໂຊກດີແທ້ໆເນາະ,ແຕ່ວ່າພໍ່ກັບລູກສອງຄົນນີ້ຮູ້ວ່າຢູ່ພື້ນດີມີຂອງມີຄ່າໄດ້ແນວໃດ?
ກ:ໃນເວລາທີ່ເຂົາເຈົ້າເຮັດນາຢູ່,ເຄື່ອງວັດແທກໂລຫະພື້ນດິນໄດ້ດັງຂຶ້ນ,ເຂົາເຈົ້າສົງໄສວ່າໃຕ້ດິນມີໂລຫະຫຍັງນໍ້ ກໍ່ເລີຍຂຸດເບິ່ງ,ໃນທີ່ສຸດ,ກໍ່ໄດ້ພົບກັບເງິນອັນໜຶ່ງ.ກັບເງິນນີ້ປະນີດງາມທີ່ສຸດ,ເຕັມໄປດ້ວຍເງິນຫຼຽນເກົ່າຫຼາຍຮ້ອຍຫຼຽນ,ແລະເຄື່ອງປະດັບຄຳຈຳນວນໜຶ່ງ.
ຂ:ແມ່ນວັດຖຸບູຮານບໍ່?
ກ:ແມ່ນແລ້ວ,ຜູ່ຊ່ຽວຊານບອກວ່າ,ຂອງລ້ຳຄ່າເຫຼົ່ານີ້ອາດຈະແມ່ນຖືກຝັງໃນປີຄ.ສ. 1000,ຈາກລັກສະນະຂອງເງິນຫຼຽນເກົ່າແລະເຄື່ອງປະດັບຄາດວ່າ,
ສ່ວນຫຼາຍແມ່ນເຄື່ອງທີ່ໂຈນສະລັດປຸ້ນມາຈາກອາຟການີສະຖານ,ອຽກລັງ,ຣັດເຊຍແລະເອີລົບ.
ຂ:ພວກເຮົາຊິບໍ່ມີໂອກາດໂຊກດີສອງພໍ່ລູກນີ້ບໍ່ເນາະ,ເອົາມາຟັງເພງດີກວ່າໃນ,ເພງປ່ອຍໃຈເຈົ້າ,ຂໍມອບໃຫ້ຜູ້ຟັງທຸກທ່ານທີ່ພວມຟັງລາຍການຢູ່ໃນຂະນະນີ້.
ຂ:… ໂອລິມປິກປັກກິ່ງໃກ້ເຂົ້າມາໃຫ້ເຂົ້າມາແລ້ວໄດ໋ເນາະ,ດຽວນີ້ຫຼາຍຄົນກໍ່ໃຫ້ຄວາມສົນໃຈນຳຂອງລະລຶກຕ່າງໆຂອງງານກິລາໂອລິມປິກແລ້ວ.
ກ:ເຈົ້າ,ເຊັ່ນ,ວ່າຫຼຽນລະລຶກໂອລິມປິກ,ສະແຕມໂອລິມປິກ.
ຂ:…ໄດ້ອ່ານເຫັນຢູ່ອິນເຕີເນັດ,ທ້າວຈ່າງຢູ່ທີ່ນະຄອນທຽນສິນຂອງຈີນໂຄສະນາຂາຍເບີໂທ"13920080808".ລາວເວົ້າວ່າ,ເບີດໂທທີ່ຖືກກັບມື້ໄຂໂອລິມປິກປັກກິ່ງ ຄືວັນທີ8ເດືອນ8ປີ2008ນັ້ນແມ່ນເບີໂທທີ່ລາວໄດ້ມາຫຼາຍປີແລ້ວ,ໄດ້ປະກາດປະມູນຂາຍຕໍ່ສັງຄົມໃນວັນທີ8ສິງຫາປີນີ້,ສ່ວນລາຄາຕ່ຳສຸດແມ່ນ2ແສນຢວນ,ຄັນທຽບເງິນກີບກໍ່ແມ່ນປະມານ200ລ້ານກວ່າກີບ.
ກ:ເບີນີ້ກໍ່ພິເສດແທ້ໄດ໋ເນາະ,ລາວໄດ້ມາແນວໃດ?
ຂ:ລາວບອກວ່າ,ໃນປີ2002,ໝູ່ຊ່ອຍຊື້ເບີນີ້ໃຫ້ລາວ,ຫຼັງຈາກນັ້ນ,ກົມກິລານະຄອນທຽນສິນກໍ່ເຄີຍຂໍໃຫ້ລາວບໍລິຈາກເບີໂທນີ້,ແຕ່ລາວກໍ່ປະຕິເສດ.
ກ:ລາວຢາກຂາຍເອົາກຳໄລແມ່ນບໍ່?
ຂ:ບໍ່ແມ່ນ,ລາວບອກວ່າ,ຄາລາຂອງເບີໂທດັ່ງກ່າວບໍ່ສຳຄັນ.ແຕ່ລາວຢາກສະແດງໃຫ້ເຫັນຄຸນຄ່າຂອງເບີນີ້ຫຼາຍກວ່າ,ລາວເວົ້າວ່າ,ຖ້າຄະນະກຳມະການຈັດຕັ້ງງານກິລາໂອລິມປິກປັກກິ່ງຢາກໄດ້ເບີນີ້,ແລະເຮັດໃຫ້ເບີນີ້ເປັນເບີບໍລິການຂອງທາງການ,ລາວກໍ່ຈະພິຈາລະນາມອບໃຫ້.
ກ:ໂອ!ຫວັງວ່າເບີໂທທີ່ມີຄ່ານີ້,ຈະກາຍເປັນ ຂອງຄະນະກຳມະການຈັດຕັ້ງງານກິລາໂອລິມປິກປັກກິ່ງເນາະ,ມາປ່ຽນບັນຍາກາດຟັງເພງອີກ,ໃນເພງ"ສີແດງຢູ່ທົ່ງພຽງ,ແລະເພງ"ຂໍຄວາມຮັກຈາກເຈົ້າ.
ຂ:ຟັງເພງຜ່ານໄປ,ບັດນີ້ກໍເງິງເວລາທີ່ໜຸ່ມໃຫຍ່ອາລົມດີຈະເລົ່າຕະຫຼົກເລື່ອງທີ່ສອງສູ່ຟັງ
ກ:(ເລື່ອງຕະຫຼົກທີ2)
ຂ:ສອງເພງທີ່ທ່ານຟັງຜ່ານໄປນັ້ນແມ່ນເພງຜູ້ຊາຍຕ້ອງເຂັ້ມແຂງ,ແລະເພງລະດູການທີ່ຫງ່ວມເຫງົາ.
ກ: ທີ່ທ່ານພວມຟັງຢູ່ນີ້ແມ່ນລາຍການສຸກສັນສະໂມສອນຂອງວິທະຍຸCRI FM93ເມກາເຮີສ.
ຂ:ນຳເອົາຄວາມມ່ວນຊື່ນມາໃຫ້ທ່ານແມ່ນຄວາມປາຖະໜາຂອງພວກເຮົາ.ຖ້າທ່ານມີຄວາມເຫັນຫຼືຂໍ້ສະເໜີແນວໃດ,ຫຼືວ່າຈະສົ່ງເລື່ອງຕະຫຼົກຄັກໆມາໃຫ້ພວກເຮົາເວົ້າອອກອາກາດກໍ່ແຮງດີ,ແຕ່ຕ້ອງເປັນເລື່ອງທີ່ບໍ່ສາມົກແລະສຽດສີໃຜ!
ກ:ທ່ານສາມາດໂທລະສັບມາໄດ້ທີ່ເລກໝາຍ,0086-10-68892192
ຂ:E-mailແມ່ນ:laocri@yahoo.com.cn
ກ:ສົ່ງຂໍ້ຄວາມສັ້ນແມ່ນໝາຍເລກ2430000
ຂ:ຖ້າທ່ານຢາກສົ່ງຈົດໝາຍໄປເຖິງCRI,ທີ່ຢູ່ພວກເຮົາແມ່ນLao Service CRI-13, China Radio International,p.o.box4216 Beijing P.R.China100040
ກ:ພວກເຮົາຄອງຄອຍທ່ານມີສ່ວນຮ່ວມໃນລາຍການ.
ຂ:ທ່ານຜູ້ຟັງທີ່ເຄົາລົບ,ລາຍການສຸກສັນສະໂມສອນມາຮອດນີ້ກໍໃກ້ຈະສິ້ນສຸດລົງແລ້ວ,ກ່ອນຈາກກັນໃນຄືນນີ້,ຈະໃຫ້ຟັງເພງ",ຄວາມຮັກປ່ຽນແປງ, ຂໍມອບໃຫ້ທ່ານຜູ້ຟັງທຸກທ່ານທີ່ພວມຟັງລາຍການຢູ່ໃນຂະນະນີ້,ຂໍໃຫ້ທ່ານຈົ່ງນອນຫຼັບຝັນດີ,…ແລະ…ຈະກັບມາພົບກັບທ່ານອີກໃນຄືນວັນອາທິດໜ້າ,ໃນເວລາດຽວກັນນີ້,ສະບາຍດີ.
ກ:ສະບາຍດີ.


