ບ້ານ​ນ້ອຍ​ຊົນ​ນະ​ບົດ​ທີ່​ຜາ​ສຸກ

(GMT+08:00) 2009-08-14 11:03:24 cri
-----------------------------------------------------------------------------------------------------------------


ແມ່​ເຖົ້າ​ເຜົ່າ​ເຕີອາງ

ໃນ​ທ່າມກາງ​​ແສງ​ແດດອ່ອນ ຍາມ​ໃກ້​ທ່ຽງ ​ແມ່​ເຖົ້າ​​ເຜົ່າ​ເຕີອາງ​ອາຍຸ​ປະມານ 80 ປີ​ໃນ​ຊຸດ​ເສື້ອ​ສິ້ນ​ສີດຳມີ​ແຂບ​ແດງ​ຢູ່​ຕີນ​ສິ້ນ​ພວມ​ຊອກ​ເກັບ​ໝາກອຶ​ອ່ອນ​ຕາມ​ພຸ່ມ​ເຄືອ​ທີ່​ເລືອ​ຢູ່​ຕາມ​ໜ້າ​ດິນ​ໃກ້ໆ​ເຮືອ​ກໍ່​ຕ່ຳ​ຢູ່​ເທິງ​ພູ​ທີ່​ສູງ​ຈາກ​ລະດັບ​ນ້ຳ​ທະ​ເລ​ປະ ມານ​800​ແມັດ.​ເບີ່ງ​ສີ​ໜ້າ​ແມ່​ເຖົ້າ​ແລ້ວ​ບໍ່​ມີ​ຄວາມ​ກັງ​ວົນ​ຫຍັງ​ເລີຍ, ​ແຕ່​ສີ​ໜ້າ​ສະ​ແດງ​ເຖິງ​ຄວາມ​ສະ​ບາຍ​ໃຈ​ຜາ​ສຸກ​ກັບ​ຊີ​ວິດ​ຊົນ​ນະ​ບົດ​ທີ່​ບໍ່​ທຸກ​ຍາກ​ຄື​ແຕ່​ກ່ອນ.​


ບ້ານ​"ຢຸນ​ຊ່ຽນ"

ນີ້​ຄື​ມຸມ​ໜຶ່ງ​ຂອງ​ຊີວິດ​ຂອງ​ປະ​ຊາ​ຊົນ​ເຜົ່າ​ເຕີ​ອາງ​ຢູ່​ບ້ານ​"ຢຸນ​ຊ່ຽນ"​ທີ່​ແມ່ນ 1 ​ໃນ 31 ບ້ານ​ຂອງ​ຕາ​ແສງ​ຊ່ານ​ທາຍ​ຊ່ານ, ​ເມືອງ​ລູ້​ຊີ່,​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ລື້-ຈິງ​ໂຜ​ເຕີ​ຫົງ; ຄະນະ​ນັກ​ຂ່າວ CRI​ພວກ​ເຮົາ​ເດີ​ນທາງ​ຈາກ​ເມືອງ​ໝາງ​ສື,​ເທດ​ສະ​ບານ​ຂອງ​ກິ່ງ​ແຂວງ​ເຕີ​ຫົງ​ອຸ້ງ​ໜ້າ​ສູ່​ທິດຕາ​ເວັນ​ຕົກ​ປະ​ມານ​40​ນາ​ທີ ລົດ​ກໍ່​ລ້ຽວ​ຂວາ​ແລ່ນ​ຂຶ້ນ​ພູ​ທີ່​ບໍ່​ສູງ​ຫຼາຍ​ປານ​ໃດ​ແລ້ວ​ກໍ່​ມາ​ຈອດ​ທີ່​ຫ້ອງ​ການ​ປົກ​ຄອງ​ບ້ານ​ຢຸນ​ຊ່ານ.


ທ່ານ​ຊ້ຽນ​ຈ່າ​ສຽງ ໃຫ້ສຳພາດຕໍ່ນັກຂ່າວCRI

ທ່ານ​ຊ້ຽນ​ຈ່າ​ສຽງ​ທີ່​ໜຸ່ມ​ແໜ້ນ​ຫັນ​ມັງ, ອາຍຸ​ຫາ​ກໍ່ 41 ປີ, ຄະນະ​ຕາ​ແສງ​ຊ່ານທາຍ​ຊ່ານ​ພ້ອມ​ດ້ວຍ​ຄະນະ​ບ້ານ​ລໍຖ້າ​ຕ້ອນຮັບ​ພວກ​ເຮົາ​ດ້ວຍ​ໃບ​ໜ້າ​ຍິ້ມ​ແຍ້ມ​ແຈ່ມ​ໃສ; ​ເພິ່ນ​ໄດ້​ແນະນຳ​ໃຫ້​ພວກ​ເຮົາ​ຮູ້​ກ່ຽວ​ກັບ​ບ້ານ​ຢຸນຊ່ຽນ​ທີ່​ເປັນ​ບ້ານ​ພັດທະນາ​ແບບ​ຢ່າງ​ຂອງ​ຕາ​ແສງ.​ທ່ານ​ບອກ​ວ່າ,​ບ້ານ​ນີ້​ໄດ້​ຍ້າຍ​ລົງ​ມາ​ຈາກ​ຈອມ​ພູ​ສູງ​ຈາກ​ລະດັບ​ນ້ຳ​ທະ​ເລ 1200​ແມັດ​ພ້ອມ​ກັບ​ອີກ 10 ບ້ານ​ລົງ​ມາ​ຕັ້ງ​ຢູ່​ເຂດ​ນີ້​ແຕ່​ປີ​2003. ​ແຕ່​ກ່ອນ​ຢູ່​ເທິງ​ພູ​ສູງ​ ປະ​ຊາ​ຊົນ​ທຸກ​ຍາກ​ຫຼາຍ, ​ເສັ້ນທາງ​ຄົມ​ມະ​ນາ​ຄົມ​ບໍ່​ສະ​ດວກ, ​ເວລາ​ທີ່​ປູກ​ພືດ​ພັນ​ທັນ​ຍາ​ຫານ​ເພື່ອ​ຂາຍ, ​ເວລາ​ເອົາ​ລົງ​ມາ​ຂາຍ​ບໍ່​ຍາກ​ຫຼື​ພໍ່​ຄ້າ​ຈະ​ຂຶ້ນ​ໄປ​ເກັບ​ຊື້​ກໍ່​ຍາກ​ເຊັ່ນ​ກັນ. ນ້ຳ​ໃຊ້​ກໍ່​ຍາກ​ຫຼາຍ.​ສຳ​ລັບ​ການ​ຍ້າຍ​ລົງ​ມາ​ນີ້,​ອົງ​ການ​ປົກຄອງ​ທ້ອງ​ຖິ່ນ​ກໍ່​ບໍ່​ໄດ້​ບັງຄັບ ອີງ​ຕາມ​ຄວາມ​ຕື່ນ​ຕົວ​ສະໝັກ​ໃຈ​ຂອງ​ປະຊາຊົນ​​ເອງ.


ເຮືອນ​ຕູບ​ນ້ອຍ​ມຸງ​ຫຍ້າໃນແຕ່ກ່ອນ

ເວລາ​ຢູ່​ພູ​ສູງ​ໃນ​ເມື່ອ​ກ່ອນ​ນັ້ນ ​ເຮືອນ​ກໍ່​ເປັນ​ເຮືອນ​ຕູບ​ນ້ອຍ​ມຸງ​ຫຍ້າ; ​ແຕ່​ດຽວ​ນີ້​ທຸກ​ຫຼັງ​ຄາ​ເຮືອນ​ໃນ​ບ້ານ​ນີ້​ແມ່ນ​​ເຮືອນ​ກໍ່​ດ້ວຍ​ດິນ​ຈີ່​ຊີ​ມັງ​ມຸງ​ດ້ວຍ​ກະ​ເບື້ອງ​ໜາ,​ຊັ້ນ​ດຽວ​ກໍ່​ມີ​ສອງ​ຊັ້ນ​ກໍ່​ມີ, ​ແຕ່​ລະ​ຫຼັງ​ຢ່າງ​ໜ້ອຍ​ກໍ່​ມີ​3​ຫ້ອງ​ນອນ​ທີ່​ສະ​ດວກ​ສະ​ບາຍ​ແໜ້ນ​ໜາ​ຖາ​ວອນ​ຫຼາຍ. ​ເຄື່ອງ​ໃຊ້​ໄຟ​ຟ້າ​ໃນ​ເຮືອນ​ກໍ່​ມີ​ຫຼາຍ​ສົມ​ຄວນ,​ລົດຈັກ​ກໍ່​ມີ,​ທາງ​ຂຶ້ນ​ບ້ານ​ກໍ່​ກວ້າງ​ສົມ​ຄວນ ຈົນ​ລົດ​ເບົາ​ສາມາດ​ຂຶ້ນ​ມາ​ໄດ້, ຕາມ​ຮ່ອມ​ທາງ​ແຕ່ລະ​ເຮືອນ​ກໍ່​ປູ​ດ້ວຍ​ຊີມັງ​ຄັກ​ແນ່​ກວ້າງ​ປະ​ມານ​ແມັດ​ປາຍ. ລົມ​ກັນ​ໄດ້​ປະ​ມານ​ເຄິ່ງຊົ່ວ​ໂມງ​ ທ່ານ​ຊຽນຈ່າ​ສຽງ​ກໍ່​ພາ​ພວກ​​ເຮົາ​ຍ່າງ​​ເບິ່ງ​ອ້ອມ​ບ້ານ​ທັງ​ລົມ​ກັນ​ໄປພ້ອມ.


ນັກຂ່າວໄປເອົາຂ່າວຢູ່ເຮືອນຂອງຊາວບ້ານ"ຢຸນ​ຊ່ຽນ"ແຫ່ງໜຶ່ງ

ເວົ້າ​ເຖິງ​​ເຜົ່າ​​ເຕີ​ອາງ​ແລ້ວ, ຖື​ວ່າ​ເປັນ​ເຜົ່າ​ທີ່​ມີ​ຈຳນວນ​ພົນ​ລະ​ເມືອງ​ໜ້ອຍຫຼາຍ, ​ແຕ່​ກ່ອນ​ທົ່ວປະ​ເທດມີ​ພຽງ​ແຕ່ 5 ພັນ​ຄົນ; ​ແຕ່​ວ່າ​ດຽວ​ນີ້​ເພີ່ມ​ຂຶ້ນ​ເກືອບ 2 ໝື່ນ​ຄົນ​ແລ້ວ, ​ໃນນີ້​ຢູ່​ກິ່ງ​ແຂວງ​​ເຕີ​ຫົງ​ມີ 13,600 ກວ່າ​ຄົນ,  ຢູ່​ທົ່ວ​​ເມືອງ​ລູ້​ຊີ່​ມີ 8 ພັນ​ກວ່າ​ຄົນ,​ ​ແລະ​ສະ​ເພາະ​ຢູ່​ຕາ​ແສງ​ຊ່ານ​ທາຍ​ຊ່ານ​ມີ 3,800 ຄົນ, ຊຶ່ງ​ຖື​ວ່າ​​ເມືອງ​ລູ້​ຊີ່​ເປັນ​ບ່ອນ​ທີ່​ຄົນ​​ເຜົ່າ​​ເຕີ​ອາງ​ອາ​ໃສ​ຢູ່ຫຼາຍກວ່າ​ບ່ອນ​ອື່ນ. ພວກ​ເຮົາ​ຍ່າງ​​ເລາະ​ລຽບ​ໄປ​ຕາມ​ບ້ານ​ທີ່​ເປັນ​​ເນີນ​ພູ​ນ້ອຍ​ຕ່ຳ​ສູງ, ສະ​ລັບ​ກັບ​ເຮືອນ​ກໍ່​ຂອງປະຊາຊົນ​ກໍ່​ມີ​ກໍ່​ໃຜ່​ໃຫຍ່​ທີ່​ເປັນ​ພືດ​ເສດຖະກິດ​ສຳຄັນ​ຂອງ​ບ້ານ​ທີ່​ປູກ​ຂາຍ; ນອກ​ນັ້ນ​ຕາມຫວ່າງ​ເຮືອນ​ກໍ່​ມີ​ຕົ້ນ​ໄມ້​ກິນ​ໝາກ​ນາໆ​ຊະນິດ​ທີ່​ຄ້າຍໆ​ກັບ​ໝາກ​ໄມ້​ຢູ່​ລາວ, ບໍ່​ວ່າ​ຈະ​ເປັນ​ຕົ້ນ​ໝາກ​ມີ້, ໝາກມ່ວງ​ໝາກ​ສີດາ, ໝາກຫຼອດ, ໝາກກ້ວຍ, ກາ​ເຟ. ສ່ວນ​ຜັກ​ກໍ່​ມີ​ຜັກ​ພື້ນ​ເມືອງຫຼາຍຊະນິດ​. ບໍ່​ວ່າ​ຈະ​ເປັນ​ເຄືອ​ໝາກອຶ, ໝາກ​ເຜັດ, ໝາກ​ແຄ້ງ​ຈົນ​ໄປ​ຮອດ​ຜັກ​ຄາຫຼືພາກ​ເໜືອ​ຂອງ​ລາວ​ເອີ້ນ​ວ່າ​ຜັກ​ເໝັນ​ກໍ່​ຍັງ​ມີ​​ເລີຍ.

ລາຍ​ໄດ້​ຕົ້ນຕໍ​ຂອງ​ປະຊາຊົນ​ບ້ານ​ຢຸນຊ່ຽນ​ແມ່ນ​ມາ​ຈາ​ກການ​ປູກ​ໄມ້​ໃຜ່, ປູກ​ກາ​ເຟ, ປູ​ກຊາ​ຕົ້ມ​ນ້ຳ, ກ້ວຍ​ແລະ​ອ້ອຍ. ​ເຮືອນ​ງາມ​ທີ່​ແໜ້ນໜາ​ແຕ່ລະຫຼັງນັ້ນ​ ຕອນ​​ເຂົາ​ເຈົ້າ​ຍ້າຍ​ມາ​ຢູ່​ນີ້​ໃໝ່ໆ​ອົງກາ​ນປົກຄອງ​ໃຫ້​ເງິ​ນອຸດ​ໜູນ​ຊ່ວຍ​ປູກ 3 ພັນ​ກວ່າ​ຢວນ, ​ແຕ່​ວ່າ​​ເບີ່​ງ​ເຮືອນ​ທີ່​ເຂົາ​​ເຈົ້າ​ປູກ​ແລ້ວ, ບາງຫຼັງກໍ່​ປະມານ 3 ໝື່ນ​ກວ່າ​ຢວນກໍ່​ມີ;  ນີ້​ກໍ່​ຍ້ອນ​ມີ​ລາຍ​ຮັບ​ຈາກ​ການ​ປູກ​ພືດ​ພັນ​ທີ່​ກ່າວ​ມາ, ບາງ​ຄອບຄົວ​ຂອງ​ທ້າວຫຼີລ້າ​ຈຸ່ນ, ອາຍຸ 32 ປີ, ມີ​ສະມາຊິກ​ຄອບຄົວ​ເຖິງ 7 ຄົນ, ມີ​ເຮືອນ​ກໍ່ 2 ຊັ້ນຫຼັງງາມ. ​ໃນ​ວັນ​ທີ 1 ​ເມສາ​ປີ​ກາຍ​ນີ້​ໃນ​ໂອກາດ​ທີ່​ທ່ານ​ເວີ່ນ​ເຈ່ຍ​ປາ​ວ, ນາຍົກລັດຖະມົນຕີມາຢາມ​ຊົນນະບົດ​ເຜົ່າ​ສ່ວນ​ໜ້ອຍ​ເຂດ​ນີ້, ກໍ່​ໄດ້​ມາ​ຢາມ​ເຮືອນ​ຂອງ​ລາວ​ຄື​ກັນ. ລາວ​ບອກ​ວ່າ ຮູ້ສຶກ​ເປັນ​ກຽດ​ແລະ​ພູມ​ໃຈ​ຕື້ນ​ຕັນ​ໃຈຫຼາຍທີ່​ຜູ້ນຳ​ຂອງປະ​ເທດ​ໃຫ້​ຄວາມ​​ເອົາ​ໃຈ​ໃສ່​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ​ໃນ​ໂອກາດ​ທີ່​ທ່ານ​ນາຍົກ​ກໍ່​ໄດ້​ໃຫ້​ນະ​ໂຍບາຍ 4 ຂໍ້​ແກ່​ອົງກາ​ນປົກຄອງ​ທ້ອງ​ຖິ່ນ​ເພື່ອ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ​ແລະ​ລົບ​ລ້າງ​ຄວາມທຸກ​ຍາກ​ໃຫ້​ໄດ້​ໃນ​ທີ່​ສຸດ!

ລາຍ​ຮັບ​ຂອງ​ປະຊາຊົນ​ບ້ານ​ຢຸນຊ່ຽນ​ແຕ່​ກ່ອນ​ສະ​ເລ່ຍຕໍ່​ຫົວ​ຄົນ​ໄດ້​ພຽງ​ແຕ່ 500 ຢວນຕໍ່​ປີຫຼືປະມານ 6 ​ແສນ​ກີບ​ຕໍ່​ປີ​​ເທົ່າ​ນັ້ນ; ​ແຕ່​ວ່າ​ດຽວ​ນີ້​ໄດ້ 1,800 ກວ່າ​ຢວນຫຼືປະມານ 2 ລ້ານ 3 ​ແສນ​ກວ່າ​ກີບ, ​ແລະ​ຄາດ​ວ່າ​ໝົດ​ປີ​ນີ້​ຈະ​ໃຫ້​ໄດ້2 ພັນ​ຢວນຂຶ້ນ​ໄປ.

ຄະນະ​ບ້ານ​ພາ​ພວກ​ເຮົາ​ຍ່າງ​ເລາະ​ລຽບ​ໄປ​ຕາມ​ທາງ​ດິນ​ຫີນ​ທ່າມກາງ​ກໍ່​ໃຜ່​ໃຫຍ່​ທີ່​ຮົ່ມ​ເຢັນ​ສະບາຍ​ໄປ​ປະມານ​ເຄິ່ງຫຼັກ, ສິ່ງ​ທີ່​ພວກ​ເຮົາ​ກໍ່​ຄາດ​ຄິດ​ກໍ່​ປະກົດ​ຕໍ່​ສາຍຕາ, ນັ້ນ​ກໍ່​ຄື​ໂຄງການ​ສ້າງ​ເຮືອນ 97 ຫຼັງສຳລັບ 97 ຄອບຄົວ​ທີ່​ຈະ​ສຳ​ເລັດ​ໃນ​ເດືອນ​ຕຸລາ​ປີ​ນີ້ ​ເພື່ອ​ຮັບ​ຕ້ອນ​ຄອບຄົວ​ຊົນ​ເຜົ່າ​ຈິງ​ໂຜທີ່​ຈະ​ຍ້າຍ​ລົງ​ມາ​ຈາກ​ຈອມ​ພູ​ສູງ. ​ເຮືອນ​ແຕ່ລະຫຼັງສຳ​​ເລັດ​ໄປ 50 ກວ່າ​ສ່ວນ​ຮ້ອຍ​ແລ້ວ, ​ເປັນ​ເຮືອນ​ກໍ່​ມາດຕະຖານ 3 ຫ້ອງ​ນອນ; ​ເພື່ອນ​ນັກ​ຂ່າວ​ຈີນ​ຂອງ CRI ກໍ່​ຍັງ​ຈົ່ມ​ອິດສາ​ວ່າ ຢູ່​ປັກ​ກິ່ງ​ຖ້າ​ເຮືອນ​ຂະໜາດ​ນີ້​ຫາ​ເງິນ​ຊື້​ຍາກຫຼາຍ. ​ແຕ່​ວ່າ​ໂຄງການ​ນີ້​ອົງກາ​ນປົກ ຄອງ​ທ້ອງ​ຖິ່ນ​ໃຊ້​ງົບ​ກໍ່ສ້າງ​ເຖິງ 12 ລ້ານ​ຢວນ. ​ເມື່ອ​ຮອດ​ເວລາ​ນັ້ນ, ​ເຂດ​ນີ້​ກໍ່​ຈະ​ກາຍ​ເປັນ​ເຂດ​ທີ່​ເປັນ​ຊຸມ​ຊົນ​ຂອງ​ເຜົ່າ​ຊິງ​ໂຜທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ​ຈີນ​ກໍ່​ວ່າ​ໄດ້.
ຈາກ​ຄວາມບຸກບືນ​ສູ້​ຊົນ​ຂອງ​ປະຊາຊົນ​ເອງ ບວກ​ກັບ​ການ​ຊ່ອຍ​ຊູ​ຍູ້​ໜູນ​ຈາກ​ລັດ, ປະຊາຊົນ​ເຜົ່າ​ເຕີ​ອາງ​ແລະ​ເຜົ່າ​ຈິງ​ໂຜທີ່​ແຕ່​ກ່ອນ​ຢູ່​ກິນ​ຕາມ​ທຳ​ມະ​ຊາດ​ພູຜາ​ປ່າດົງ​ຫ່າງ​ໄກ​ສອກຫຼີກດ້ວຍ​ຄວາ​ມທົນ​ທຸກ​ທໍລະມານ; ມາ​ໃນ​ມື້​ນີ້ ​ເຂົາ​ເຈົ້າ​ມີ​ເຮືອນ​ຢູ່​ຖາວອນ, ມີ​ໄຟຟ້າ, ນ້ຳ​ປະປາ​ແລະ​ເສັ້ນທາງ​ຄົມມະນາຄົມ​ທີ່​ສະດວກ​ສະບາຍ​ແກ່​ການ​ຊື້-ຂາຍ, ລາຍ​ຮັບ​ກໍ່​ນັບ​ມື້​ນັບຫຼາຍຂຶ້ນ; ​ແລະ​ກໍ່​ເຊື່ອ​ວ່າ​ແຕ່​ນີ້​ໄປ​ ປະຊາຊົນ​ເຜົ່າ​ເຕີ​ອາງ​ແລະ​ເຜົ່າ​ຈິງ​ໂຜຈະ​ນັບ​ມື້​ນັບ​ມີ​ຊີວິດ​ທີ່​ຜາ​ສຸກ​ຍິ່ງ​ໆ​ຂຶ້ນ​ໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>