10ປະ​ເທດ​ອາ​ຊຽນ​ກ້າວ​ເຖິງ​ຂັ້ນ​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​​ການ​ລົງ​ທຶນ​ເຂົ້າ​ໃນ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ພາກ​ພື້ນ

(GMT+08:00) 2009-04-10 15:29:33 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ9​ເມສາ​ນີ້,ທ່ານ​ກອນ ຈາ​ຕິ​ກະ​ວານິດ,ລັດຖະມົນຕີ​ວ່າການ​ກະຊວງ​ການ​​ເງິນ​ໄທ​ກ່າວ​ວ່າ,ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະຊວງ​ການ​ເງິນ​ອາ​ຊຽນ​ຄັ້ງ​ທີ​13​ທີ່​ຈັດ​ຂຶ້ນ​ຢູ່​ພັດ​ທະ​ຍາ ​ເມືອງ​ທ່ອງ​ທ່ຽວ​ຢູ່​ແຄມ​ທະ​ເລ​ພາກ​ຕາ​ເວັນ​ອອກ​ຂອງ​ໄທ​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ການ​ລົງທຶນຂອງ​ປະ​ເທດ​ອາ​ຊຽນ​ເຂົ້າ​​ໃນຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ພາກ​ພື້ນ ຄື ​ໄທ ມະ​ເລ​ເຊຍ ສິງກະ​ໂປ ອິນ​ໂດ​ເນ​ເຊຍ​ແລະ​ຟິ​ລິບ​ປິນ​ຈະ​ບໍ່​ຫຼາຍ​ກວ່າ​10%ຂອງ​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຂອງ​ຕົນ,​ຄື​ປະ​ມານ​4​ຕື້​700​ລ້ານ​ໂດ​ລາ,ອີກ5​ປະ​ເທດ​ຂອງ​ອາ​ຊຽນ ຄື ລາວ ບຼູ​ໄນ ຫວຽດນາມ ກຳ​ປູ​ເຈຍ​ແລະ​ມຽນ ມາ​ຕ່າງ​ລົງ​ທຶນ​ຈະ​ບໍ່​ຫຼາຍ​ກວ່າ​5%​ຂອງ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງປະ​ເທດ​ຂອງ​ຕົນ,​ໃນ​ນັ້ນ,​ຫວຽດ​ນາມ​ແມ່ນ1​ຕື້​ໂດ​ລາ,ກຳ​ປູ​ເຈຍ​​ແມ່ນ120ລ້ານ​ໂດ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>