ວັນທີ 11 ມັງກອນນີ້ຢູ່ທີ່ປັກກິ່ງ, ທ່ານຫູຈີນທ່າວ, ປະທານປະເທດຈີນ, ປະທານຄະນະກຳມະການທະຫານສູນກາງຈີນແລະທ່ານຢາງເຈສື, ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນໄດ້ຕ້ອນຮັບແລະພົບປະກັບທ່ານໂຣເປີດ ເກັດສ໌, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາທີ່ມາຢ້ຽມຢາມ.

ທ່ານຫູຈີນທ່າວກ່າວວ່າ, ການຢ້ຽມຢາມເທື່ອນີ້ຂອງທ່ານເກັດສ໌ໄດ້ສະແດງໃຫ້ເຫັນວ່າຈີນອາເມລິກາສົນໃຈໃນລະດັບສູງນຳການຂະຫຍາຍການພົວພັນລະຫວ່າງກອງທັບຂອງສອງປະເທດ, ແລະເປັນນິມິດໝາຍທີ່ດີໃນການໄປມາຫາສູ່ກັນລະຫວ່າງກອງທັບສອງປະເທດ. ທ່ານເຊື່ອວ່າ, ການຢ້ຽມຢາມຂອງທ່ານເກັດສ໌ເທື່ອນີ້ມີຜົນດີຕໍ່ຈີນແລະອາເມລິກາໃນການເພີ່ມຄວາມເຂົ້າໃຈແລະໄວ້ເນື້ອເຊື່ອໃຈກັນ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດຂະຫຍາຍໄປໜ້າຕື່ມອີກ.
ໃນເວລາພົບປະກັນ, ທ່ານຢາງເຈສືກ່າວວ່າ, ຈີນຍິນດີເພີ່ມທະວີການແລກປ່ຽນ, ປະສານງານແລະການຮ່ວມມືກັບອາເມລິກາ, ຮ່ວມກັນທຳຄວາມພະຍາຍາມເພື່ອສັນຕິພາບ, ສະຖຽນລະພາບແລະການພັດທະນາໃນພາກພື້ນອາຊີປາຊີຟິກກໍຄືໃນໂລກ.
ທ່ານເກັດສ໌ກ່າວວ່າ, ລັດຖະບານອາເມລິກາສຸມກຳລັງເພື່ອຂະຫຍາຍການພົວພັນລະຫວ່າງອາເມລິກາກັບຈີນ, ການຢ້ຽມຢາມຈີນເທື່ອນີ້ຂອງທ່ານຈະຊຸກຍູ້ການປັບປຸງການພົວພັນລະຫວ່າງກອງທັບສອງປະເທດດີຂຶ້ນຢ່າງຍາວນານ, ອາເມລິກາກໍຄອງຄອຍປະທານຫູຈີນທ່າວໄປຢ້ຽມຢາມອາເມລິກາທາງລັດຖະກິດໃນໄວໆນີ້.