ອາເມລິກາພະຍາຍາມຊຸກຍູ້"ການພົວພັນຄູ່ບໍລິເວນປາຊິຟິກ"
(GMT+08:00) 2011-07-27 16:03:47 cri
ວັນທີ25ກໍລະກົດນີ້,ໃນເວ ລາກ່າວປາຖະກະຖາຢູ່ຮົງກົງ,ນາງຮິວລາຣີ ຄຼິນຕັນ,ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາກ່າວຢ້ຳວ່າ,ອາເມລິກາຫວັງວ່າຈະສາມາດອະທິບາຍເນື້ອໃນຂອງ"ການພົວພັນຄູ່ເສດຖະກິດຍຸດທະສາດບໍລິເວນປາຊິຟິກ"ຫຼືTPPໃນໄລຍະຈັດກອງປະຊຸມບໍ່ເປັນທາງການຂອງຜູ່ນຳຈາກອົງການຮ່ວມມືເສດຖະກິດອາຊີປາຊິຟິກຫຼືເອເປັກຢູ່ຮາວາອີໃນເດືອນພະຈິກປີນີ້.ນາງຄຼິນຕັນກ່າວວ່າ,ສັນຍາສະບັບນີ້ຈະເປັນບ່ອນຮວມສູນ ຂອງທຸກໆອົງກອນເສດຖະກິດຢູ່ທົ່ວພາກພື້ນປາຊິຟິກເຊິ່ງລວມທັງປະເທດທີ່ພັດທະນາແລ້ວແລະປະເທດທີ່ພວມພັດທະນາ,ເຮັດໃຫ້ອົງກອນເສດຖະກິດເຫຼົ່ານີ້ກາຍເປັນອົງກອນການຄ້າທີ່ເປັນເອກະພາບກັນ.ມີຜູ່ຊ່ຽວຊານກ່າວວ່າ,ການກະທຳນີ້ມີຈຸດປະສົງທາງການເມືອງຢ່າງຈະແຈ້ງທີ່ຢາກເປັນຜູ່ນຳພາອົງປະກອບທາງດ້ານເສດຖະກິດການຄ້າຂອງອາຊີ,ແລະປັບປຸງຖານະບົດບາດຂອງຕົນໃຫ້ໝັ້ນຄົງ.
ໃນປີ2005,ສີ່ປະເທດປາຊິຟິກ ຄື:ບຼູໄນ,ສິງກະໂປ,ຈີເລແລະນູແວນເຊລັງເຊັນສັນ ຍາການຄ້າເສລີສະບັບໜຶ່ງພາຍໃນຂອບອົງການເອເປັກ,ເຊິ່ງຖືເອົາການຍົກເວັ້ນພາສີເປັນຫຼັກການ.ໃນທ້າຍເດືອນພຶດສະພາປີ2006,ສັນຍາສະບັບນີ້ເກີດມີຜົນສັກສິດ.ແຕ່ຍ້ອນວ່າ 4ປະເທດດັ່ງກ່າວມີປະລິມານເສດຖະກິດໜ້ອຍ,ສະນັ້ນ,ໃນເວລາເລີ່ມຕົ້ນແມ່ນບໍ່ໄດ້ຮັບຄວາມສົນໃຈຫຼາຍ.ໃນເດືອນພະຈິກປີ2009,ທ່ານບາຣັກ ໂອບາມາ,ປະທານາທິບໍດີອາເມລິກາປະກາດຢ່າງໜັກແໜ້ນວ່າ,ອາເມລິກາຈະເຂົ້າຮ່ວມການເຈລະຈາ,ແລະຈະຍົກສັນຍາສະບັບນີ້ຂຶ້ນສູ່ລະດັບທີ່ເປັນ"ກະຕິກາການຄ້າສະຕະວັດທີ21",ແລ້ວຄ່ອຍໆກາຍມາເປັນ TPPໃນປະຈຸບັນນີ້.ພາຍຫຼັງມາ,ອົສຕຼາລີ,ເປຣູ,ຫວຽດນາມແລະມະເລເຊຍກໍ່ໄດ້ເຂົ້າຮ່ວມການເຈລະຈາ.
ມີນັກວິເຄາະເຫັນວ່າ,ອາເມລິກາຖືທ່າທີຕັ້ງໜ້າຕໍ່ການສ້າງຕັ້ງTPPແມ່ນມີການພົວ ພັນກັບສະພາບການທີ່ການສົ່ງອອກສິນຄ້າຂອງອາເມລິກາຫຼຸດລົງຢ່າງຫຼວງຫຼາຍແລະອັດ ຕາການຫວ່າງງານເພີ່ມຂຶ້ນຢ່າງຕໍ່ເນື່ອງພາຍຫຼັງວິກິດການການເງິນສາກົນ.ວໍຊິງຕັນຫວັງວ່າຈະໃຊ້ຮູບການເພີ່ມທະວີການຄ້າກັບປະເທດອາຊີປາຊິຟິກ,ເພື່ອບັນລຸເປົ້າໝາຍນະໂຍບາຍທີ່ເຮັດໃຫ້ການສົ່ງອອກເພີ່ມຂຶ້ນ1ເທົ່າແລະສ້າງ2ລ້ານຕຳແໜ່ງອາຊີບພາຍໃນ5ປີ.ນອກຈາກນັ້ນ,ຍ້ອນວ່າການພັດທະນາຂອງເສດຖະກິດຈີນໄດ້ກາຍເປັນພະລັງແຮງຂອງພາກພື້ນອາຊີປາຊິຟິກ,ສະນັ້ນ,ອາເມລິກາກໍ່ຫວັງຢາກໃຊ້ການສ້າງຕັ້ງແບບ ຢ່າງTPPນີ້ເພື່ອບັນລຸເປົ້າໝາຍທີ່ສືບຕໍ່ເປັນຜູ່ນຳພາການປ່ຽນແປງຂອງໂຄງປະກອບດ້ານການເມືອງແລະເສດຖະກິດໃນພາກພື້ນນີ້.
ປະຈຸບັນນີ້,ການເຈລະຈາກ່ຽວກັບTPPທີ່ເລີ່ມແຕ່ເດືອນມີນາປີກາຍເປັນຕົ້ນມາໄດ້ຈັດຂຶ້ນ7ຄັ້ງແລ້ວ.ອີງຕາມການຈັດວາງວາລະປະຊຸມ,ການເຈລະຈາຄັ້ງທີ8ແລະຄັ້ງທີ9ຈະຈັດຂຶ້ນໃນເດືອນກັນຍາແລະເດືອນຕຸລາປີນີ້ຢູ່ອາເມລິກາແລະເປຣູ.ອາເມລິກາຫວັງຢາກຈະໄດ້ຮັບຜົນສຳເລັດໃນໄລຍະກອງປະຊຸມບໍ່ເປັນທາງການຂອງຜູ່ນຳເອເປັກທີ່ຈະຈັດຂຶ້ນຢູ່ອາເມລິກາໃນເດືອນພະຈິກປີນີ້.
ສັງເກດຈາກການວິເຄາະຂອງຝ່າຍຕ່າງໆເຫັນໄດ້ວ່າ,ປະຈຸບັນນີ້,ການເຈລະຈາດຳເນີນບໍ່ຄ່ອຍສະດວກປານໃດ.ນັກວິເຄາະເຫັນວ່າ,ໃນ9ປະເທດສະມາຊິກທີ່ເຂົ້າຮ່ວມການເຈລະຈາໃນປະຈຸບັນນີ້,ມີທັງປະເທດທີ່ເຂັ້ມແຂງທາງດ້ານເສດຖະກິດ ຄື:ອາເມລິກາ,ທັງມີອົງກອນເສດຖະກິດທີ່ຈະເລີນໃໝ່,ຄື:ຫວຽດນາມ.ບໍ່ວ່າສັງເກດຈາກGDPສະເລ່ຍຕໍ່ຫົວຄົນ,ຫຼືວ່າລະດັບພາສີທີ່ປະຕິບັດໃນປະຈຸບັນນີ້,ປະເທດເຫຼົ່ານີ້ຍັງມີຄວາມຫຼຸດໂຕນກັນ ຫຼາຍ.