ໃນຫໍວາງສະແດງຕ່າງໆຂອງສວນງານວາງສະແດງໂລກຊຽງໄຮ, ຈະປະກົດເຫັນສະພາບການທີ່ໜ້າສົນໃຈຫຼາຍຢ່າງ. ຄົນຕ່າງປະເທດທີ່ເຮັດວຽກຢູ່ນີ້ສ່ວນຫຼາຍເວົ້າພາສາຈີນຢ່າງຫຼ່ຽນໄຫຼ, ບັນຍາຍແລະບໍລິການນັກທ່ອງທ່ຽວຢ່າງມີຄວາມກະຕືລືລົ້ນ. ຖ້າບໍ່ມີຄວາມແຕກຕ່າງກັນດ້ານຜິວພັນ, ພຽງແຕ່ຈຳແນກດ້ວຍສຽງກໍ່ບໍ່ມີຄວາມແຕກຕ່າງຫຍັງກັບຄົນຈີນ. ຄົນຕ່າງປະເທດເຫຼົ່ານີ້ກັບງານໃຝໃໃວາງສະແດງໂລກມີເລື່ອງຫຍັງທີ່ລືມຍາກ?ພວກເພິ່ນມີເຄັດລັບຫຍັງໃນການຮຽນພາສາຈີນ?ໃນຄໍລຳມື້ນີ້, ພວກເຮົາຈະເລົ່າເລື່ອງຂອງທ້າວທິວ ດິດຄຼິສຜູ້ບ່າວເຢຍລະມັນສູ່ຟັງ.
ທ້າວຕິວ ດິດຄຼິສອາຍຸ25ປີປີນີ້, ຮຽນພາສາຈີນໃນມະຫາວິທະ ຍາໄລຕຼີເອີເຊິ່ງເປັນບ້ານເກີດຂອງທ່ານກາກ ມາກເປັນເວລາ4ປີ, ຍ້ອນມີຄວາມສົນໃຈຕໍ່ຈີນແລະຄວາມຫວັງຢາກປະກອບສ່ວນເຂົ້າໃນມິດຕະ ພາບລະຫວ່າງຈີນກັບເຢຍລະມັນຈິ່ງໄດ້ມາຮ່ວມໃນຫໍວາງສະແດງເຢຍລະມັນ, ໂດຍເປັນຜູ້ບັນຍາຍດ້ວຍພາສາຈີນຜູ້ໜຶ່ງໃນຫໍວາງສະແດງເຢຍລະມັນ. ເມື່ອຖືກຖາມເຖິງເລື່ອງກ່ຽວກັບຄວາມຮູ້ສຶກຂອງການເຮັດວຽກໃນສວນງານວາງສະແດງໂລກ, ທ້າວທິວ ດິດຄຼິສໄດ້ສະແດງຄວາມພໍໃຈດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ່ວ່າ.
"ຂ້ອຍຮູ້ສຶກດີໃຈຫຼາຍທີ່ໄດ້ເຮັດວຽກໃນສວນງານວາງສະແດງໂລກ, ຍ້ອນວ່າຂ້ອຍຮູ້ສຶກວ່ານີ້ແມ່ນໂອກາດໃຫຍ່, ສາມາດແລກປ່ຽນແລະ ສົນ ທະນາກັບນັກທ່ອງທ່ຽວໃນແຕ່ລະມື້, ໄດ້ຄວາມຮູ້ໃໝ່ຫຼາຍ. ຂ້ອຍ ຍັງຮູ້ສຶກວ່ານີ້ມີຄວາມຊ່ວຍເຫຼືອຫຼາຍຕໍ່ມິດຕະພາບລະຫວ່າງຈີນກັບເຢຍລະມັນ ".ຫໍວາງສະແດງເຢຍລະມັນມີການອອກແບບຢ່າງລະອຽດ, ເມື່ອຍ່າງເຂົ້າປະຕູ, ຜູ້ຊົມຈະຕ້ອງຜ່ານເຂດທິວທັດທີ່ເປັນຮູບເນີນ, ຢູ່ນີ້ມີຄຳ ແນະນຳກ່ຽວກັບລັດແລະເຂດຕ່າງໆຂອງເຢຍລະມັນ, ຫຼັງຈາກຜ່ານ ທາງອຸໂມງໄປຮອດທ່າທະເລທີ່ມີໂສມໜ້າໃໝ່ແລ້ວ,ຜູ້ຊົມຈະໄດ້ເຂົ້າຫ້ອງແຜນຜັງອະນາຄົດ, ສວນດອກໄມ້ວັດທະນະທຳ, ສວນສາທາລະ ນະຕົວ ເມືອງ, ໂຮງງານປະດິດສ້າງໃໝ່, ສະໜາມຫຼວງຕົວເມືອງແລະ ສວນວັດຖຸຕາມລຳດັບ,ພາກສ່ວນນີ້ແມ່ນການສະແດງຊີວິດການເປັນຢູ່ໃນຕົວເມືອງຂອງເຢຍລະມັນດ້ວຍຮູບພາບແລະສິ່ງກໍ່ສ້າງດ້ານຊີວິດການ ເປັນຢູ່ໃນຕົວເມືອງທີ່ມີລັກສະນະແບບຢ່າງ, ສະແດງຫົວຂໍ້ຫຼັກ"ຕົວ ເມືອງທີ່ກົມກຽວກັນ". ໃນຕອນສຸດທ້າຍຂອງການທ່ຽວຊົມ, ຜູ້ຊົມຈະມາຮອດຫໍໃຫຍ່"ແຫຼ່ງພະລັງ"ທີ່ມະຫັດສະຈັນທ້າວທິວດິດຄຼິສກ່າວຢ່າງພາກພູມໃຈວ່າ,"ແຫຼ່ງພະລັງ"ແມ່ນສິ່ງລ້ຳຄ່າສຳຄັນທີ່ສຸດໃນຫໍວາງສະແດງເຢຍລະມັນ.
"ສິ່ງທີ່ນັກທ່ອງທ່ຽວມັກເບິ່ງທີ່ສຸດໃນຫໍວາງສະແດງເຢຍລະມັນຂອງພວກເຮົາແມ່ນແຫຼ່ງພະລັງ", "ໃນແຫຼ່ງພະລັງ"ແມ່ນໝາກບານ ໃຫຍ່ອັນໜຶ່ງ, ມີນ້ຳໜັກໜຶ່ງໂຕນປາຍ, ມີດອກໄຟ4ແສນດອກ, ຖ້າຄົນ ທັງຫຼາຍຮ້ອງດ້ວຍສຽງດັງ, ໝາກບານໜ່ວຍນີ້ກໍ່ຈະແກວ່ງໄປແກວ່ງມາ, ສິ່ງທີ່ໄດ້ບົ່ງບອກໃຫ້ພວກເຮົາຮູ້ນັ້ນແມ່ນ, "ຖ້າເຮົາສາມັກຄີກັນ, ກໍ່ສາ ມາດຍ້າຍພູໄທຊານໄດ້", ຖ້າມະນຸດເຮົາຮ່ວມມືກັນ, ກໍ່ສາມາດຍູ້ໜ່ວຍ ໂລກໄດ້. ນີ້ກໍ່ແມ່ນສິ່ງລ້ຳຄ່າທີ່ສຸດໃນຫໍວາງສະແດງເຢຍລະມັນຂອງພວກເຮົາ.
ນອກຈາກ "ແຫຼ່ງພະລັງ"ແລ້ວ, ຢູ່ໃນຫໍວາງສະແດງເຢຍລະມັນຍັງມີຜະລິດຕະພັນເຕັກໂນໂຣຊີສູງທີ່ໃຊ້ໃນຊີວິດປະຈຳວັນຫຼາຍຢ່າງ ໂດຍໄດ້ເຮັດໃຫ້ຫໍວາງສະແດງເຢຍລະມັນກາຍເປັນໜຶ່ງໃນຫໍທີ່ໄດ້ຮັບຄວາມນິຍົມຊົມຊອບໃນງານວາງສະແດງໂລກ, ນັກທ່ອງທ່ຽວລຽນແຖວຢ່າງຍາວຢຽດຢູ່ນອກຫໍ, ສ່ວນຫຼາຍໃຊ້ເວລາ3-4ຊົ່ວໂມງຈິ່ງສາມາດເຂົ້າໄປໄດ້. ເພື່ອສຳຜັດກັບຄວາມຮູ້ສຶກໃນການລຽນແຖວ, ທ້າວທິວ ດິດຄຼິສທ໌ກໍ່ໄດ້ໄປລຽນແຖວນຳຜູ້ເຂົ້າຊົມຄົນອື່ນໆ.
ລາວເວົ້າວ່າ:"ເພື່ອສຳຜັດກັບຄວາມຮູ້ສຶກໃນການລຽນແຖວ, ຂ້ອຍໄດ້ໄປລຽນແຖວເພື່ອເຂົ້າຊົມຫໍວາງສະແດງເຢຍລະມັນ, ຂ້ອຍໄດ້ລຽນແຖວປະມານ3ຊົ່ວໂມງ, ຮູ້ສຶກຍາກຫຼາຍແລະເມື່ອຫຼາຍ, ເມື່ອເຂົ້າໄປໃນຫໍວາງສະແດງແລ້ວກໍ່ບໍ່ຢາກເບິ່ງຫຍັງແລະຮຽນຮູ້ຫຍັງເລີຍ, ແຕ່ນັກທ່ອງທ່ຽວທີ່ໄປຊົມຫໍວາງສະແດງເຢຍລະມັນນັ້ນ, ເຖິງວ່າຕ້ອງໃຊ້ເວລາ3ຊົ່ວໂມງລຽນແຖວກໍ່ຕາມ, ເມື່ອເຂົ້າຫໍແລ້ວຍັງມີຄວາມສົນໃຈແລະຢາກຮຽນຮູ້ຫຼາຍຢ່າງ. ນີ້ແມ່ນດີຫຼາຍ."
ທ້າວດິດຄຼິສທ໌ເວົ້າຕື່ມວ່າ, ໃນເວລາລຽນແຖວ, ລາວກໍ່ຮຽນຮູ້ນຳນັກທ່ອງທ່ຽວ, ເອົາຕັ່ງນ້ອຍໄປນຳ, ບຶດໜຶ່ງນັ່ງບຶດໜຶ່ງຢືນ, ແລະທັງກິນໝາກແຕງໄປນຳ ເພື່ອເພີ່ມວິຕາມິນໃຫ້ຮ່າງກາຍ. ມີຄອບຄົວເຜົ່າອຸຍເກີທີ່ມາຈາກຊິ່ນຈ່ຽງໄດ້ຂີ່ລົດໄຟ3-4ມື້ ເພື່ອໄປຊົມງານວາງສະແດງໂລກ, ເພາະວ່າເຂົາເຈົ້າເຫັນວ່າ, ງານວາງສະແດງໂລກແມ່ນໂອກາດທີ່ດີຂອງການເຂົ້າໃຈຕ່າງປະເທດ.ທ້າວດິດຄຼິສທ໌ເວົ້າວ່າ, ບໍ່ພຽງແຕ່ແມ່ນນັກທ່ອງທ່ຽວເທົ່ານັ້ນ, ລາວກໍ່ໄດ້ຄວາມຮູ້ຫຼາຍຈາກງານວາງສະແດງໂລກ, ໂດຍສະເພາະແມ່ນລະດັບພາສາຈີນຂອງລາວ ໄດ້ຍົກສູງຂຶ້ນຫຼາຍ. ລາວເວົ້າວ່າ:
"ດຽວນີ້ຂ້ອຍເຮັດວຽກຢູ່ຫໍວາງສະແດງເຢຍລະມັນ, ຂ້ອຍໄດ້ຮຽນຄຳສັບໃໝ່ທຸກມື້, ໃນເວລາລົມກັບນັກທ່ອງທ່ຽວ, ສ່ວນຫຼາຍເຂົາເຈົ້າຈະເວົ້າຫົວຂໍ້ລະອຽດ, ຂ້ອຍກໍ່ໄດ້ຮຽນຫຼາຍສິ່ງຫຼາຍຢ່າງແລະຄຳສັບໃໝ່ໃນການລົມກັນ."
ເຖິງວ່າທ້າວດິດຄຼິສທ໌ເວົ້າພາສາຈີນໄດ້ຢ່າງຄ່ອງແຄ້ວໃນປະຈຸບັນ, ແຕ່ລາວເວົ້າວ່າ, ໃນໄລຍະທີ່ລາວຫາກໍ່ມາຮອດຈີນໃໝ່ໆ, ລາວເວົ້າພາສາຈີນບໍ່ເປັນຈັກຄວາມເລີຍ. ລາວເວົ້າວ່າ:
"ຂ້ອຍໄດ້ຮຽນພາສາຈີນ2ປີຢູ່ເຢຍລະມັນແລ້ວ, ແຕ່ຮຽນບໍ່ເກັ່ງ, ເພາະວ່າຢູ່ເຢຍລະມັນບໍ່ມີສະພາບແວດລ້ອມທີ່ຊ່ວຍໃຫ້ຮຽນພາສາຈີນ, ສະນັ້ນໃນໄລຍະທີ່ຂ້ອຍຫາກໍ່ມາຮອດຈີນ, ຂ້ອຍເວົ້າພາສາຈີນບໍ່ເປັນຈັກຄວາມ, ຫຼັງຈາກຂ້ອຍຮຽນຢູ່ມະຫາວິທະຍາໄລຊ້ຽຍເມີນແລ້ວຈິ່ງເວົ້າເປັນ. ແຕ່ຂ້ອຍບໍ່ໄດ້ເຂົ້າຮຽນເລື້ອຍໆ, ສ່ວນຫຼາຍແມ່ນຮຽນໃນການລົມກັນກັບໝູ່ຈີນ, ຂ້ອຍກັບໝູ່ຈີນໄປກິນເຂົ້າໄປຮ້ອງເພງແລະໄປຫຼິ້ນນຳກັນ, ຮຽນໄດ້ໄວຫຼາຍກວ່າ. ຂ້ອຍມັກເອົາປື້ມນ້ອຍໆໄປນຳ, ເມື່ອໄດ້ຍິນຄຳສັບທີ່ຂ້ອຍບໍ່ເຄີຍໄດ້ຍິນຈັກເທື່ອ, ຂ້ອຍກໍ່ໃຫ້ເຂົາເຈົ້າຂຽນໃຫ້, ຂ້ອຍຮຽນໄດ້ກໍຍ້ອນແບບນີ້ລະ"