李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສັນ​ຍະ​ລັກ​ທີ່​ສະ​ແດງ​ໃຫ້​ເຫັນ​ໂສມ​ໜ້າ​ເມືອງ​ເວີ່ນ​ໂຈ່ວ

2019-04-12 16:33:18 cri

图片默认标题_fororder_1 (3)

ໂຕະ​ວາງ​ສະ​ແດງ​ແຜນ​ຜັງ​ດິ​ຈິ​ຕອນ ສະ​ແດງ​ໃຫ້​ເຫັນ​ເຖິງການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ເມືອງ​ເວີ່ນ​ໂຈ່ວ

 ຖ້າ​ຢາກ​ຊອກ​ຮູ້​ຄວາມ​ເປັນ​ມາ​ຂອງ​ຕົວ​ເມືອງ​ແຫ່ງ​ໜຶ່ງ​ຢ່າງວ່ອງ​ໄວ, ສູນ​ວາງ​ສະ​ແດງແຜນ​ຜັງຈຳ​ລອງ​​ຕົວ​ເມືອງ ກໍ​ແມ່ນ​ສະ​ຖານ​ທີ່​ທີ່​ຕ້ອງ​ໄປ. ສູນ​ວາງ​ສະ​ແດງ​ແຜນຜັງ​ຈຳ​ລອງ​ຕົວ​ເມືອງ​ເວີ່ນ​ໂຈ່ວ ໄດ້​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2016 ໂດຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ສະ​ພາບ​ຜັງ​​ເມືອງ​ແລະ​ສິ່ງ​ກໍ່​ສ້າງໃນ​ເມືອງ​ເວີ່ນ​ໂຈ່ວ​ຢ່າງ​ຮອບ​ດ້ານ​ພາຍ​ໃຕ້​ຫົວ​ຂໍ້ “ເມືອງ​ອັດ​ສະ​ລິ​ຍະ​ທີ່​ມີ​ພູ​ຜາ​​ແລະແມ່​ນ້ຳ, ເວີ່ນ​ໂຈ່ວ​ຂອງ​ໂລກ”. ສະ​ຖານ​ທີ່​ແຫ່ງນີ້ ບໍ່​ພຽງ​ແຕ່​ແມ່ນ​ປ່ອງ​ຢ້ຽມ​ສຳ​ລັບ​ຊາວ​ເມືອງ​ໃນ​ການ​ຊອກ​ຮູ້​ແລະ​ເຂົ້າ​ຮ່ວມ​ການ​ວາງ​ຜັງ​​ເມືອງ​ເທົ່າ​ນັ້ນ, ແຕ່​ຍັງ​ແມ່ນ​ສັນ​ຍະ​ລັກ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ໂສມ​ໜ້າ​ຂອງ​ເມືອງ​ເວີ່ນ​ໂຈ່ວ ແລະ​ເປັນ​ເວ​ທີ​ດຶງ​ດູດ​ເງິນ​ທຶນແລະ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ອົງ​ການ​ປົກ​ຄອງ​ນຳ​ອີກ.

ຄຳ​ເຫັນ

0