覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດ​ງານ​ຮູບ​ເງົາ​ສາ​ກົນ​ປັກ​ກິ່ງ​ຄັ້ງ​ທີ 9 ຄຳ​ນັບ​ຮັບ​ຕ້ອນ​ວັນ​ສະ​ຖາ​ປະ​ນາ ສ​ປ ຈີນ​ຄົບ​ຮອບ 70 ປີ

2019-04-14 14:52:55 cri

图片默认标题_fororder_syosfhosfyosfjkse1
 

​ຕ​ອນ​ຄ່ຳ​ວັນ​ທີ 13 ເມ​ສາ​ນີ້, ງານ​ຮູບ​ເງົາ​ສາ​ກົນ​ປັກ​ກິ່ງ​ຄັ້ງ​ທີ 9 ທີ່​ມີ​ອົງ​ການ​ຮູບ​ເງົາ​ແຫ່ງ​ຊາດ​ຈີນ​ເປັນ​ຜູ້​ຊີ້​ນຳ, ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ແລະ​ອົງ​ການ​ປົກ​ຄອງ​ນະ​ຄອນຫຼວງ​ປັກ​ກິ່ງ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ຜະ​ລິດ​ຮູບ​ເງົາ​ດິ​ຈິ​ຕອນ​ແຫ່ງ​ຊາດ​ຂອງ​ກຸ່ມ​ບໍ​ລິສັດ​ຮູບ​ເງົາ​ຈີນ ໂດຍ​ທ່ານ​ເຊີ້ນ​ໄຫ​ຊົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ, ປະ​ທານ​ຄະ​ນະ​ຈັດ​ງານ​ຮູບ​ເງົາ​ສາ​ກົນ​ປັກ​ກິ່ງ​ຄັ້ງ​ທີ 9 ໄດ້​ກ່າວ​ປະ​ກາດ​ເປີດ​ງານ​ຮູບ​ເງົາ​ຄັ້ງ​ນີ້.
 

图片默认标题_fororder_syosfhosfyosfjkse2
 

 ປີ​ນີ້​ພໍ​ດີ​ເປັນ​ປີ​ຄົບ​ຮອບ 70 ປີ​ແຫ່ງ​ການ​ສະ​ຖາ​ປະ​ນາ​ ສ​ປ ຈີນ, ງານ​ຮູບ​ເງົາ​ຄັ້ງ​ນີ້​ມີ​ຫົວ​ຂໍ້ຫຼັກ​ວ່າ “​ເຮືອນ​ແລະປະ​ເທດ​ຊາດ”, ຮູບ​ເງົາ​ເລື່ອງ “ນັກ​ດົນ​ຕີ” ທີ່​ກ່ຽວ​ກັບ​ເລື່ອງ​ລາວ​ຂອງ​ທ່ານ​ສຽນ​ຊິ່ງ​ໄຫ ນັກ​ດົນ​ຕີ​ຈີນ ທີ່​ຈີນ​ແລະ​ກາ​ຊັກ​ສະ​ຖານ​ຮ່ວມ​ກັນ​ຖ່າຍ​ທຳ​ນັ້ນ​ເປັນ​ຮູບ​ເງົາ​ເປີດ​ງານ. ​ທຸກລາຍ​ການໃນ​ພິ​ທີ​ເປີດ​ງານ​ຮູບ​ເງົາ​ແມ່ນ​​ນັກ​ວິ​ຊາການ​ຮູບ​ເງົາ​ເປັນ​ຜູ້​ສະ​ແດງ, ນັກ​ວິ​ຊາ​ການ​ຮູບ​ເງົາ​ຈີນ​ແລະ​ຕ່າງ​ປະ​ເທດ​ເຕົ້າ​ໂຮມ​ກັນ​ໃນ​ງານ​ຄັ້ງ​ນີ້​ເພື່ອ​ສຳ​ຜັດ​ກັບ​ການ​ແລກ​ປ່ຽນ​ແລະ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ລະ​ຫວ່າງວັດ​ທະ​ນະ​ທຳ​ຮູບ​ເງົາ​ຈີນ​ແລະ​ຕາ​ເວັນ​ຕົກ.


图片默认标题_fororder_syosfhosfyosfjkse3
 

 ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ໄດ້​​ຕິດ​ຕັ້ງ​ອຸ​ປະ​ກອນ​ເຮັດ​ໃຫ້ ​ສະ​ຖານ​ທີ່​ຈັດ​ພິ​ທີ​ເປີດ​ແລະ​ປິດ​ງານ​ຮູບ​ເງົາ​ແລະສະ​ຖານ​ທີ່​ຈັດ​ງານວັດ​ທະ​ນະ​ທຳຮູບ​ເງົາຫຼື​ຄາ​ນີ​ວານ ​ມີ​ສັນ​ຍານ​ລະ​ບົບ 5G ປົກ​ຄຸມແລະ​ຖື​ວ່າ​ເປັນ​ເທື່ອ​ທຳ​ອິດ​ທີ່​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ໄດ້​ນຳ​ໃຊ້​ຫ້ອງ​ທົດ​ລອງ​ສື່ມວນ​ຊົນ 5G ເພື່ອ​ບັນຸ​ລ​ເປົ້າ​ໝາຍ​ການ​ຖ່າຍ​ທອດ​ສົດ​ດ້ວຍ​ພາບ​ທີ່​ມີ​ຄວາມ​​ລະ​ອຽດສູງ​ພິ​ເສດ​ຜ່ານ APP ຂ່າວCCTVຂອງ​ສະ​ຖາ​ນີ​ຕົນ. ຢູ່​ສະ​ຖານ​ທີ່​ຈັດ​ງານ​ຮູບ​ເງົາ​ຄັ້ງ​ນີ້​ໄ​ດ້​ຕິດ​ຕັ້ງ​ກ້ອງ​ຖ່າຍພາບ​ຄວາມ​ລະ​ອຽດ​ສູງ​ພິ​ເສດ 4K ເຊິ່ງ​ສະ​ພາບ​ງານ​ຮູບ​ເງົາ​ທີ່​ໜ້າ​ປະ​ທັບ​ໃຈ​ຕ່າງໆ​ທີ່​ຖ່າຍ​ດ້ວຍ​ກ້ອງ​ຖ່າຍ​ດັ່ງ​ກ່າວ​ຈະ​ອອກ​ອາ​ກາດ​ໃນ​ຊ່ອງ​ພາບ​ຄວາມ​ລະ​ອຽດສູງ​ພິ​ເສດ 4Kຂອງ​ໂທ​ລະ​ພາບCCTV.  ແຜນ​ຍຸດ​ທະ​ສາດ​ໃໝ່ “5G+4K+AI”ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ໄດ້​ສ້າງ​ຈຸດ​ພົ້ນ​ເດັ່ນ​ໃໝ່​ໃຫ້​ແກ່​ການ​ລາຍ​ງານ​ຂ່າວ​ງານ​ຮູບ​ເງົາ​ສາ​ກົນ​ປັກ​ກິ່ງ​ຄັ້ງ​ນີ້.
 

 ຂ່າວ​ແຈ້ງວ່າ: ມີ 85 ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ສະ​ເໜີ​ຮູບ​ເງົາ​ທັງ​ໝົດ 775 ເລື່ອງ​ເຂົ້າ​ຊິງ​ລາງວັນ “ທ່ຽນ​ທານ”​ເຊິ່ງ​ເປັນ​ລາງວັນ​ຕົ້ນ​ຕໍ​ຂອງ​ງານ​ຮູບ​ເງົາ​ສາ​ກົນ​ຄັ້ງ​ນີ້, ໃນ​ທີ່​ສຸດ ມີ 15 ເລື່ອງ​ໄດ້​ເຂົ້າ​ແຂ່ງ​ຂັນ​ລາງວັນ​ດັ່ງ​ກ່າວ​ໃນ​ຮອບ​ຊິງ​ຊະ​ນະ​ເລີດ, ຮູບ​ເງົາ​ຈີນ​ແລະ​ຕ່າງ​ປະ​ເທດ​ເກືອ​ບ 500 ເລື່ອງ​ຈະ​ສາຍ​ຢູ່​ໃນ​ໂຮງ​ຮູບ​ເງົາ 30 ແຫ່ງ​ຂອງ​ນະ​ຄອນຫຼວງ​ປັກ​ກິ່ງ. ນອກ​ນີ້, ງານ​ຮູບ​ເງົາ​ຍັງ​ຈະ​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ຮູບ​ເງົາພາຍ​ໃຕ້​ຫົວ​ຂໍ້ “​ສ​ປ ຈີນ​ສະ​ຖາ​ປະ​ນາ​ຂຶ້ນ​ຄົບ​ຮອບ 70 ປີ”, ງານ​ວັດ​ທະ​ນະ​ທຳ​ຮູ​ບ​ເງົາຫຼື​ຄາ​ນີ​ວານ ແລະ​ກິດ​ຈະ​ກຳສຳ​ຄັນ​ອື່ນ​ໆ​ທັງ​ໝົດ 7 ​ປະ​ການ​ແລະ​ກິດ​ຈະ​ກຳ​ອື່ນໆ 300 ກວ່າ​ລາຍ​ການ. ງານ​ຮູບ​ເງົາ​ສາ​ກົນ​ປັກ​ກິ່ງ​ຄັ້ງ​ທີ 9 ທີ່​ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ 1 ອາ​ທິດ​ຈະ​ຈັດ​ພິ​ທີ​ມອບ​ລາງວັນ “ທ່ຽນ​ທານ”​ໃນ​ພິ​ທີ​ປິດ​ງານ.
 

 

 

 

 

ຄຳ​ເຫັນ

0