蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສຳ​ຜັດ​ກັບ​ຮີດ​ຄອງ​ປະ​ເພ​ນີ​ແຕ່ງດອງ​ເຜົ່າ​ເກົາຫຼີ

2019-04-15 16:44:06 CRI

图片默认标题_fororder___172.100.100.3_temp_9500041_1_9500041_1_1_a7936c11-4a2b-40ce-ab2b-be3b9f99666a

 

图片默认标题_fororder___172.100.100.3_temp_9500041_1_9500041_1_1_ce52f78e-f1ae-4952-944f-185892ca6b79

 

图片默认标题_fororder___172.100.100.3_temp_9500041_1_9500041_1_1_310f779a-45f9-4e45-8287-0d5f0e20600f

 

图片默认标题_fororder___172.100.100.3_temp_9500041_1_9500041_1_1_816e43bb-56a8-45f9-9b48-e07037363a19

 

图片默认标题_fororder___172.100.100.3_temp_9500041_1_9500041_1_1_48fcab79-f0a5-4416-89e2-de0f4cccc640

ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງ​ປະ​ເທດ​ມັກ​ໄປ​ສຳ​ຜັດ​ກັບ​ຮີດ​ຄອງ​ປະ​ເພ​ນີ​ເຜົ່າ​ເກົາຫຼີ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຢູ່​ບ້​ານ​ຮົງ​ຊີ “ບ້ານ​ເຜົ່າ​ເກົາຫຼີ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ຂອງ​ຈີນ” ຢູ່​ກິ່ງ​ແຂວງ​ຢຽນ​ປຽນ​ແຂວງ​ຈີ​ລິນ​ຈີນ, ໃນ​ນັ້ນ, ວັດ​ທະ​ນະ​ທຳ​ພິ​ເສດ​ທີ່​ສຸດ​ຂອງ​ເຜົ່າ​ເກົາຫຼີ​ກໍ​ແມ່ນ​ພິ​ທີ​ແຕ່ງດອງ. ມີ​ຂັ້ນ​ຕອນ​ໜຶ່ງ​ເປັນ​ຕາ​ມ່ວນຫຼາຍ ນັ້ນ​ກໍ​ຄື “ການແກວ່​ງ​​ໂອ​ຕັກ​ນ້ຳ”. ຄັນ​ຊັ້ນ, ເປັນ​ຫຍັງ​ໃນ​ພິ​ທີ​ແຕ່ງດອງ​ເຜົ່າ​ເກົາຫຼີ​ຈິ່ງ​ມີ “ການແກວ່​ງ​ໂອ​ຕັກ​ນ້ຳ”?

ອີງ​ຕາມ​ຄວາມ​ເວົ້າ​ຂອງ​ຄົນ​ທ້ອງ​ຖິ່ນ, ຖ້າ​ແກວ່ງ​ອອກ​ໄປ​ແລ້ວ, ​ໂອ​ຫງາຍ ກໍ​ໝາຍ​ຄວາມ​ວ່າ​ຈະ​​ໃຫ້​ກຳ​ເນີດ​ລູກ​ສາວ, ຖ້າ​ໂອ​ຂວ້ຳ​ກໍ​ໝາ​ຍ​ຄວາມ​ວ່າ​ຈະ​ໃຫ້​ກຳ​ເນີດ​ລູກ​ຊາຍ. ໃນ​​ຄວາມ​ເຊື່ອ​ຂອງ​ຄົນ​ທັງຫຼາຍ, ຫງາຍ​ໝາຍ​ຄວາມ​ວ່າ​ຈະ​ຊາວ​ເຂົ້າ​ເພື່ອ​ຫາ​ເຂົ້າ, ນັ້ນ​ກໍ​​ໝາຍ​ເຖິງ​ລູກ​ສາວ; ຖ້າໂອຂວ້ຳ, ກໍ​ໝາຍ​ຄວາມ​ວ່າ​ບໍ່​ຕ້ອງ​ຫຸງ​ເຂົ້າ​ແລ້ວ, ​ບໍ່ຄວນ​ອອກ​ແຮງ​ງານ ຫຼື​ຄວນ​ພັກ​ຜ່ອນ​ແລ້ວ, ສະ​ນັ້ນ, ​ຈິ່ງ​ໝາຍ​ເຖິງ​ລູກ​ຊາຍ.

​ປະ​ເພ​ນີ​ພິ​ທີ​ແຕ່ງດອງ​ຂອງ​ເຜົ່າ​ເກົາຫຼີ​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ຊຸດ​ທີ 2 ຂອງ​ຈີນ​ໃນ​ວັນ​ທີ 7 ມິ​ຖຸ​ນາ​ປີ 2008. ​ແລ້ວບັນ​ດາ​ທ່ານ​​ເດບໍ່​ຢາກ​ມາ​ສຳ​ຜັດ​ກັບ​ຮີດ​ຄອງ​ປະ​ເພ​ນີ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຢູ່​ບ້ານ​ເຜົ່າ​ເກົາຫຼີ​ບໍ?

ຄຳ​ເຫັນ

0