ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 18 ເມສານີ້,ປະຊາຊົນຢູ່ເມືອງໄທຈ່ຽງກິ່ງແຂວງປົກຄອງຕົນເອງເຜົ່າຕົ້ງແລະເຜົ່າມົ້ງຢູ່ພາກຕາເວັນອອກສຽງໃຕ້ແຂວງກຸ້ຍໂຈ່ວໄດ້ສະຫຼອງບຸນເອື້ອຍນ້ອງເຜົ່າມົ້ງທີ່ໝູນວຽນມາເຖິງ. ແຕ່ລະປີ,ໃນໄລຍະບຸນຈະຈັດການສະແດງແຫ່ຂະບວນອາພອນຊຸດເຜົ່າມົ້ງ,ກິນເຂົ້າໂຕະຍາວ 1 ພັນຄົນ,ກິດຈະກຳແລກປ່ຽນມິດຕະພາບລະຫວ່າງຊາວໜຸ່ມ,ການແຂ່ງຂັນເຄື່ອງຫັດຖະກຳເຜົ່າມົ້ງທີ່ມີຫົວຄິດປະດິດສ້າງແລະກິດຈະກຳອື່ນໆ. ບຸນເອື້ອຍນ້ອງແມ່ນບຸນປະເພນີຂອງພີ່ນ້ອງຮ່ວມຊາດເຜົ່າມົ້ງຂອງເມືອງໄທຈ່ຽງ,ປີ 2006 ໄດ້ຮັບການຈັດເຂົ້າໃນລາຍຊື່ມໍລະດົກວັດທະນະທຳນາມມະທຳລະດັບຊາດຊຸດທຳອິດຂອງຈີນ.
ຄຳເຫັນ
0