覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ຮຽນ​ມັດ​ທະ​ຍົມ​ຖ່າຍ​ຮູບ​ແມງ​ໄມ້​ທີ່​ຕົນ​ລ້ຽງ

2019-04-22 15:42:35 cri

 

图片默认标题_fororder_kusnfhlsfhlsfhosurtse1
 

ທ້າວ​ລ​ວີີ໊​ເຈີ​ຢີ້ ອາ​ຍຸ 15 ປີ ເປັນ​ນັກ​ຮຽນ​ມັດ​ທະ​ຍົມຜູ້​ໜຶ່ງ​ຂອງ​ນະ​ຄອນ​ນານ​ກິ່ງ ແຂວງ​ຈ່ຽງ​ຊູ່ ສ​ປ ຈີນ. ຕອນ​ອາ​ຍຸ 4 ປີ,  ລາວ​ໄດ້​ພົບ​ແມງ​ໄມ້​ແປກໆ​ຈຳ​ນວນ​ໜຶ່ງ​ໃນ​ເດີ່ນ​ບ້ານ​ໂດຍ​ບັງ​ເອີນ ກໍ​ເລີຍ​ມັກ​ແມງ​ໄມ້​ເຫຼົ່າ​ນີ້ຕັ້ງ​ແຕ່​ນັ້ນ​ມາ. ເພື່ອ​ຊອກ​ຮູ້​ຄວາມ​ເປັນ​ມາ​ຂອງ​ແມງ​ໄມ້, ທຳ​ອິດ ລາວ​ກໍ​ຖາມ​ຄົນ​ໃນ​ຄອບ​ຄົວ, ຕໍ່​ມາ​ກໍ​ຊອກ​ຫາ​ຂໍ້​ມູນ​ຈາກ​ອິນ​ເຕີ​ເນັດ ທັງ​ລອງ​ຈັບ​ແມງ​ໄມ້​ມາ​ລ້ຽງ​ເອງ. ຫຼາຍ​ປີ​ຜ່ານ​ມາ, ລາວ​ໄດ້​ລ້ຽງ​ແມງ​ໄມ້​ແລະ​ສັດ​ນ້ອຍໆຫຼາຍ​ສິບ​ຊະ​ນິດ​ທັງ​ໝົດ 700ຫາ 800 ໂຕ. ລາວ​ຍັງ​ ​ຕັ້ງ​ໃຈ​ຮຽນ​ເຕັກ​ນິກ​ການ​ຖ່າຍ​ຮູບ​ເພື່ອ​ຖ່າຍ​ຮູບ​ໃຫ້ “ໝູ່​ເພື່ອນ​ໂຕ​ນ້ອຍໆ”ຂອງ​ຕົນ. ໃນ​ໄລ​ຍະ​ໜຶ່ງ​ປີ​ຜ່ານ​ມາ, ລາວ​ໄດ້​ຖ່າຍ​ຮູບ​ໃຫ້​ສັດ​ນ້ອຍ, ແມງ​ໄມ້ ​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ໂລກ​ສັດ​ທີ່​ມີຫຼາກຫຼາຍ​ສີ​ສັນ​ແລະໜ້າ​ປະ​ທັບ​ໃຈ, ໃນ​ຮູບ​ພາບ​ເຫຼົ່າ​ນີ້, ​ທຳ​ມະ​ດາສັດ​ນ້ອຍ​ແລະ​ແມງ​ໄມ້​ຫຼາຍ​ໂຕ ​ເມື່ອ​ເບິ່ງ​ແລ້ວ​ຮູ້​ສຶກ​ໜ້າ​ລັງ​ກຽດ​​ນັ້ນ, ​ເມື່ອຜ່ານ​ຈາກ​​ການ​ຖ່າຍ​​ຮູບຂອງ​ລາວ​ພັດ​​ເບິ່ງ​ແລ້ວມີ​ຊີ​ວິດ​ຊີ​ວາຫຼາຍ.
 

图片默认标题_fororder_kusnfhlsfhlsfhosurtse3

ຄຳ​ເຫັນ

0