曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານວາງສະແດງສວນໂລກປັກກິ່ງເປີດທົດລອງໃຫ້ເຂົ້າຊົມ

2019-04-22 17:30:31 cri

ວັນ​ທີ 20 ເມ​ສາ​ນີ້, ເຂດ​ສວນ​ຂອງ​ງານ​ວາງ​ສະ​ແດງສວນ​ໂລກ​ປັກ​ກິ່ງ​​ໄດ້​ເປີດ​ທົດ​ລອງ​ໃຫ້​ເຂົ້າ​ຊົມ​ໂດຍ​ມີມວນ​ຊົນ​ຈາກ 16 ​ເມືອງ​ຂອ​ງ​ປັກ​ກິ່ງ, ຜູ້​ຈັດ​ຕັ້ງ​​ງານ​ວາງ​ສະ​ແດງສວນ​ໂລກ, ຜູ້​ທີ່​ເຂົ້າ​ຮ່ວມ​ງານວ​າ​ງ​ສະ​ແດງ, ນັກ​ທຸລະ​ກິດ​ຜູ້​ສະ​ໜັບ​ສະ​ໜູນ, ​ອາ​ສາ​ສະ​ໝັກ​ເປັນ​ຕົ້ນທັງ​ໝົດ 6 ໝື່ນກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ທົດ​ລອງ​ຄັ້ງ​ນີ້.

ຜູ້​ຮັບ​ຜິດ​ຊອບ​ກ່ຽ​ວ​ກັບງານ​ວາງ​ສະ​ແດງ​ສວນ​ໂລກ​ກ່າວ​ວ່າ, ໃນ​ການ​​ເປີດ​ທົດ​ລອງ​ໃຫ້​ເຂົ້າ​ຊົມ​ທີ່ດຳ​ເນີນ​ໃນ​ວັນ​ທີ 20 ເມ​ສາ​ນີ້, ເຂດ​ສວນ​ງານ​ວາ​ງ​ສະ​ແດງ​ສວນ​ໂລກ​​ໄດ້ດຳ​ເນີນ​ການ​​ເຄື່ອນ​ໄຫວຕາມ​ມາດ​ຕະ​ຖານ​ການ​ເປີດ​ສວນ​ໂລກ​ທຸກ​ຢ່າງ, ສຳ​ເລັດ​ການ​ເຝິກ​​ຊ້ອມ​ແຕ່​ລະ​ໜ່ວຍ​ງານ​ແລະ​ແຕ່​ລະ​ເຂດ, ​ການ​ຕ້ອນ​ຮັບ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ປົກ​ກະ​ຕິ. ເວ​ລາ​ເປີດ​ເຂດ​ສວນ​ແມ່ນ 8 ໂມງ ຮອດ 21 ໂມງ, ເປັນ 13 ຊົ່ວ​ໂມງ​ຕໍ່​ມື້, ​ເຊິ່ງ​ມີ​ຈຳ​ນວນ​ອາ​ສາ​ສະ​ໝັກ 1528 ຄົນໃຫ້ການ​ບໍ​ລິ​ການ​​ແກ່​ນັກ​ທ່ອງ​ທ່ຽວ, ​ມີ​ອາ​ສາ​ສະ​ໝັກກວດ​ປີ້ 330 ຄົນ, ​ ເຄື່ອງກ​ວອ​ກາ​ເຂົ້າ​ສວນ 78 ​ແກ່ງ​​​ໄດ້​ເປີດ​ນຳ​ໃຊ້​ແລ້ວ.

图片默认标题_fororder_305199154

 

ຄຳ​ເຫັນ

0