吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໝາກ​ເລັ່ນປູກ​ຢູ່​ພູ​ພຽງສູງ​ກວ່າ​ລະດັບ​ໜ້າ​ນ້ຳ​ທະ​ເລ 3000 ​ແມັດ

2019-04-22 17:15:01 cri

ທ່ານ​ຄິດ​ວ່າ​ຢູ່​ພູ​ພຽງ​ທີ່​ສູງ​ກວ່າ​ລະດັບໜ້າ​ນ້ຳ​ທະ​ເລ 3000 ​ແມັດຈະສາ​ມາດ​ປູກ​ໝາກເລັ່ນ​ໄດ້​ບໍ? ​ໃນ​ເດືອນ​ເມສາ​ປີ 2018 ຜ່ານ​ມາ, ບໍລິສັດ​​ພັດທະນາ​ກະສິກຳ​ນິ​ເວດ​ພູ​ພຽງ​ເມືອງ​ປ່າ​ທາງ​ຈຳກັດ​ໄດ້​ສຳ​ປະທານ​ເນື້ອ​ທີ່​ດິນ​ເມືອງ​ປ່າ​ທາງ ​ແລະ​ກໍ່ສ້າງ​ເຂດ​ຕົວ​ແບບ​ດ້ານ​ການປູກຝັງ​ຜັກ​ນິ​ເວດ ​ເຊິ່ງຕັ້ງ​ຢູ່ບ້ານ​ຊົ່ງຕົ່ວ​ຕາ​ແສງ​ຊົ່ງຕົ່ວ​ທີ່​ມີ​ລະ​ດັບສູງ​ກວ່າ​ໜ້າ​ນ້ຳ​ທະ​ເລ 3000 ​ແມັດ​ຂຶ້ນ​ໄປ, ປັດຈຸບັນ​ນີ້, ​ໄດ້​ສ້າງ​ຫ້ອງ​ຄວບ​ຄຸມ​ອຸນຫະພູມ​ໃນ​ລະດູ​ໜາວ 40 ຫຼັງ, ​ຫ້ອງຮັບ​ແສງ​ແດດ​ໃນລະດູ​ໃບ​ໄມ້​ປົ່ງ ​ແລະ​ລະດູ​ໃບ​ໄມ້​ຫຼົ່ມ 10 ຫຼັງ, ຫ້ອງຄວບ​ຄຸມ​ອຸນຫະພູມ​ອັດ​ສະ​ລິ​ຍະ 1 ຫຼັງ.

ທ່ານ​​ເມີ້​ງຟັນ​ຊຽງ ຫົວໜ້າ​ບໍລິສັດ​ພັດທະນາ​ກະສິກຳ​ນິ​ເວດ​ພູ​ພຽງ​ໄດ້​​ແຈ້ງ​ໃຫ້​ຮູ້​ວ່າ:  ນັບ​ແຕ່​ເດືອນ​ສິງຫາ​ປີ 2018 ຜ່ານ​ມາ, ບໍລິສັດ​ຕົນ​ໄດ້​ທົດ​ລອງ​ປູກຝັງ​ໝາກ​​ເລັ່ນ ​ແລະຈຳໜ່າຍ​ສູ່​ຕະຫຼາດ​ໃນ​ເດືອນ​ທັນວາ​ປີ 2018.

ປັດຈຸບັນນີ້, ບໍລິສັດ​ດັ່ງກ່າວ​ໄດ້​ປູກພືດ​ຫຼາຍ​ກວ່າ 30 ຊະນິດ ​ ຄື: ​ໝາກ​ແຕງ, ໝາກ​ເຜັດ, ໝາກ​ເລັ່ນ, ໝາກ​ເຂືອ​ຂື່ນ ​ແລະ​ອື່ນໆ ​ແລະສົ່ງ​ຈຳໜ່າຍ​ສູ່​ຕະຫຼາດ​. ຜັກ​ພູ​ພຽງ​ເລົ່າ​ນີ້​ໄດ້​ຊ່ວຍປະຊາຊົນ​​ໃນ​ການແກ້​ໄຂ​ບັນຫາ “ຊື້​ຜັກ​ຍາກ” ​ແລະ “ຊື້​ຜັກ​ແພງ” ​ໃນ​ແຕ່​ກ່ອນ.

 

图片默认标题_fororder_图二:高原蔬菜大棚产出的小番茄摄影:张同义

ຄຳ​ເຫັນ

0