ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເມືອງຫວູລີງເຂດວັ້ນໂຈ່ວນະຄອນຈຸ່ງກິ່ງແຕ່ກ່ອນແມ່ນເມືອງບູຮານແຫ່ງໜຶ່ງ. ເນື່ອງຈາກການສ້າງເຂື່ອນໄຟຟ້ານ້ຳຕົກຊ່ານເຊຍ, ນັບແຕ່ປີ 2000 ເປັນຕົ້ນມາ, ປະຊາຊົນຫຼາຍກວ່າ 1 ໝື່ນຄົນໄດ້ຍ້າຍຈາກເມືອງບູຮານທີ່ມີລະດັບສູງກວ່າໜ້ານ້ຳທະເລ 145 ຫາ 155 ແມັດແຫ່ງນີ້ໄປຕັ້ງຖິ່ນຖານຢູ່ບໍລິເວນໃໝ່ທີ່ມີລະດັບສູງກວ່າໜ້ານ້ຳທະເລ 200 ແມັດ ແລະເລີ່ມສ້າງບ້ານສ້າງເຮືອນໃໝ່. ປັດຈຸບັນເມືອງຫວູລີງໃໝ່ໄດ້ສຳເລັດການກໍ່ສ້າງ ແລະກາຍເປັນເມືອງຂອງປະຊາຊົນທີ່ຍ້າຍຖິ່ນຖານ ແລະເປັນໜຶ່ງໃນເມືອງຊາວອົບພະຍົບທີ່ໃຫຍ່ທີ່ສຸດຂອງໂຄງການເຂື່ອນໄຟຟ້ານ້ຳຕົກຊ່ານເຊຍ.
ປັດຈຸບັນນີ້, ເມືອງຫວູລີງມີສິ່ງແວດລ້ອມທີ່ສວຍງາມ ແລະມີພື້ນຖານໂຄງລ່າງຢ່າງຄົບຖ້ວນເຊັ່ນ: ເຮືອນ, ເສັ້ນທາງຄົມມະນາຄົມ, ສາທາລະນະສຸກ, ການສຶກສາ, ການເບິ່ງແຍງລ້ຽງດູຜູ້ອາຍຸສູງ, ການພັກຜ່ອນຢ່ອນອາລົມ ແລະອື່ນໆ. ອຳນາດການປົກຄອງທ້ອງຖິ່ນຍັງໄດ້ພັດທະນາຂະແໜງການຜະລິດໝາກລຳໄຍ ແລະໝາກກ້ຽງໃຫຍ່ ເພື່ອສ້າງລາຍຮັບໃຫ້ປະຊາຊົນທ້ອງຖິ່ນ. ໃນຊຸມປີຜ່ານມາ, ເມືອງຫວູລີງໄດ້ຖືກຄັດເລືອກໃຫ້ເປັນເມືອງນິເວດລະດັບຊາດ, ເມືອງສິວິໄລທົ່ວປະເທດ, ເມືອງສາທາລະນະສຸກລະດັບຊາດ, ເມືອງທີ່ມີສີສັນພິເສດຂອງຈີນງວດທຳອິດ ແລະອື່ນໆ.
ຄຳເຫັນ
0