李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊ່ອງທາງ​​ເສດ​ຖະ​ກິດ​ໝູນ​ວຽນ​ເປັນ​ຄື​ແນວ​ໃດ?

2019-05-06 16:42:37 cri

图片默认标题_fororder_1

ເຮັດ​ເຄື່ອງ​ປັ້ນ​ໂດຍ​ບໍ່​ໃຊ້​ດິນ, ເຜົາ​ດິນ​ຈີ່​ໂດຍ​ບໍ່​ໃຊ້​ຖ່ານ​ຫີນ, ຜະ​ລິດ​ເຈ້ຍ​ໂດຍ​ບໍ່​ລະ​ບາຍ​ນ້ຳ​ອອກ, ຜະ​ລິດ​ໄຟ​ຟ້າ​ດ້ວຍ​ອາຍ​ຮ້ອນ​ທີ່​ເສດ​ເຫຼືອ. ຊ່ອງ​ທາງ​ແຫ່ງ​ເສດ​ຖະ​ກິດ​ໝູນ​ວຽນ​ແບບນີ້ ເປັນ​ຄື​ແນວ​ໃດ? ຫວ່າງມໍ່​ໆ​ມານີ້ ນັກ​ຂ່າວ​ໄດ້​ຊອກ​ພົບ​ຄຳ​ຕອບ​ຢູ່​ເມືອງ​ຊິ່ນ​ຊິ່ວ​ນະ​ຄອນ​ຝູ​ຊິ່ນ​ແຂວງ​ລຽວ​ນິງ. ຂະ​ແໜງ​ການ​ຂຸດ​ຄົ້ນ​ຖ່ານ​ຫີນ​ຂອງ​ເມືອງ​ຊິ່ນ​ຊິ່ວ ມີ​ປະ​ຫວັດ​ສາດ​ຮ້ອຍກວ່າ​ປີ​ແລ້ວ, ສິ່ງ​ເສດ​ເຫຼືອ​​ທີ່​ເປັນທາດ​ແຂງ​​ຈາກ​ການ​ຂຸດ​ຄົ້ນ​ຖ່ານ​ຫີນ ໄດ້​ກອງ​ເປັນ​ພູ​ທີ່​ຂ້ອນ​ຂ້າງ​ສູງ. ວິ​ສາ​ຫະ​ກິດ​ຂອງ​ທ້ອງ​ຖິ່ນ ຄື​ໂຮງ​ງານ​ຜ​ະ​ລິດວັດ​ສະ​ດຸກໍ່​ສ້າງ​ທ່ຽນ​ເຮີ ໄດ້​ຄົ້ນ​ຄວ້າ​ເຕັກ​ນິກ​ທີ່​ນຳ​ໃຊ້​ສິ່ງ​ເສດ​ເຫຼືອ​ທີ່​ເປັນ​ທາດ​ແຂງ​ເຫຼົ່າ​​ນີ້​ມາ​ຜະ​ລິດ​ດິນ​ຈີ່, ແລ້ວ​​ນຳເອົາ​ຄວາມ​ຮ້ອນ​ທີ່​ເສດ​ເຫຼືອ​ຫຼັງ​ຈາກ​ເຜົາ​ດິນ​ຈີ່​ແລ້ວ ມາ​ຜະ​ລິດ​ໄຟ​ຟ້າ ແລະ​ຕົ້ມ​ນ້ຳ​ເພື່ອ​ສະ​ໜອງ​ອາຍ​ອຸ່ນ ເຊິ່ງ​ການ​ຜະ​ລິດ​ດັ່ງ​ກ່າວ​ເຮັດ​ຢ່າງ​ລຽນ​ຕິດຕະຫຼອດ​ປີ; ສ່ວນ​ນ້ຳ​ເສດ​ເຫຼືອ​ທີ່​ເກີດ​ຈາກ​ການ​ຜະ​ລິດ​ເຈ້ຍ ກໍ​ສາ​ມາດ​ນຳ​ໃຊ້​ເຂົ້າ​ໃນ​ເຄື່ອງ​ຈັກ​ຜະ​ລິດ​ເຄື່ອງ​ປັ້ນ. ​ການ​ຜ​ະ​ລິດ​ລັກ​ສະ​ນະ​ນີ້ ​ເປັນຊ່ອງ​ທາງ​​ເສດ​ຖະ​ກິດ​ໝູນ​ວຽນ​ທີ່ “ເຮັດ​ເຄື່ອງ​ປັ້ນ​ໂດຍ​ບໍ່​ໃຊ້​ດິນ, ເຜົາ​ດິນ​ຈີ່​ໂດຍ​ບໍ່​ໃຊ້​ຖ່ານ​ຫີນ, ຜະ​ລິດ​ເຈ້ຍ​ໂດຍ​ບໍ່​ລະ​ບາຍ​ນ້ຳ​ອອກ ແລະ ຜະ​ລິດ​ໄຟ​ຟ້າ​ດ້ວຍ​ອາຍ​ຮ້ອນ​ທີ່​ເສດ​ເຫຼືອ.”

ຄຳ​ເຫັນ

0