徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈັດງານອາ​ຫານ​ແຊບ​ອາ​ຊີ​ໝີ​ແພນ​ດາ​ຢູ່ນະ​ຄອນ​ເຊີງ​ຕູ່

2019-05-15 16:34:15 cri

图片默认标题_fororder_65614acf39424d149414e72e38082dd7

ໃນ​ເວ​ລາຕອນ​ແລງ​ຂອງວັນ​ທີ 14 ພຶດ​ສະ​ພາ​ນີ້, ​ໃນ​ຖາ​ນະເປັນ​ໜຶ່ງ​ໃນ​ກິດ​ຈະ​ກຳ​​ຍ່ອຍຂອງ​ກອງ​ປະ​ຊຸມ​ສົນ​ທະ​ນາ​​ອາ​ລະ​ຍະ​ທຳ​ອາ​ຊີ, ງານ​ອາ​ຫານ​ແຊບ​ອາ​ຊີ​ໝີ​ແພນ​ດາ “ທ່ຽນ​ຝູ​ເຈ່ຍ​ຢ້ານ”​ນະ​ຄອນ​ເຊີງ​ຕູ່​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີງ​ຕູ່​ຂອງ​ແຂວງ​ເສ​ສວນ​ຈີນ. ງານ​ອາ​ຫານ​ແຊບ “ທ່ຽນ​ຝູ​ເຈ່ຍ​ຢ້ານ” ຄັ້ງ​ນີ້ໄດ້​ເຊື້ອ​ເຊີນ​ແຂກ 200 ທ່ານ​ທີ່​ມາ​ຈາກ​ປະ​ເທດ​ແລະ​ເຂດ​ແຄ້ວນ​ຕ່າງໆ​ມາ​ເຂົ້າ​ຮ່ວມ​ເພື່ອລອງ​ຊິມ​ອາ​ຫານ​ແຊບ​ຂອງ​ແຂວງ​ເສ​ສວນ, ​ເຊິ່ງ​ເຮັດ​ໃຫ້​ແຂກ​ໄດ້​ສຳ​ພັດ​ກັບ​ວັດ​ທະ​ນະ​ທຳ, ​ແລກ​ປ່ຽນ​ແລະ​ຮຽນ​ຮູ້​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ. ງານ​ລ້ຽງ​ອາ​ຫານ​ຄ່ຳ​ໂດຍ​ຖື​ເອົາ​ອາ​ຫານ​ເສ​ສວນ 16 ເຍື່ອງເປັນ​ອາ​ຫານ​ຕົ້ນ​ຕໍ​ເຮັດ​ໃຫ້​ແຂກ​ໄດ້​ຊີມ​ລົດ​ຊາດ​ອາ​ຫານ​ແຊບ​ຊ້ອຍ​ຂອງ​ເສ​ສວນ.

ຄຳ​ເຫັນ

0