黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນ້ຳຕົກຕາດຂ້າມ​ຊາດ​ອັນ​ດັບ​ໜຶ່ງ​ຢູ່​ອາຊີ​ກາຍ​ເປັນ “ນ້ຳຕົກຕາດ​ສີຄຳ” ທີ່​ສວຍ​ງາມ

2019-05-29 16:48:54 CRI
图片默认标题_fororder_2f1e7d5df034490a92dcfd034e0733ff
ເມື່ອ​ບໍ່​ດົນ​ມາ​ນີ້, ​ເຂດ​​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີຢູ່ຫຼາຍທ້ອງ​ຖິ່ນມີ​ຝົນຕົກ​ໜັກ​ຫຼາຍມື້ລຽນຕິດ, ສົ່ງ​ຜົນ​ເຮັດ​ໃຫ້​ລະດັບ​ນ້ຳ​ຕາມບໍລິ​ເວນ​ນ້ຳຕົກຕາດ​ເຕີ​ທ່ຽນ​ທີ່​ຕັ້ງຢູ່​ເມືອງ​ຕ້າ​ຊິ່ນ ນະຄອນ​ສົງ​ໂຈ ຍື່ງ​ຂຶ້ນຢ່າງຫຼວງຫຼາຍ ​ແລະ ​ນ້ຳຂຸ່ນ​ເປັນ​ສີ​ເຫຼືອງຄຳ, ກາຍ​ເປັນ “ນ້ຳຕົກຕາດ​ສີຄຳ” ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ຍາມ​ປົກກະຕິ, ງາມ​ສະຫງ່າ​ທີ່​ບໍ່​ຄ່ອຍ​ພົບເຫັນ. ແມ່​ນ້ຳກຸ່ຍຊຸ່ນ​ໄດ້​ໄຫຼລຽບ​ຕາມ​ຊາຍ​ແດນ​ຈີນ-ຫວຽດນາມ​, ຢູ່​ຍ່ານ​ເໜືອມີນ້ຳຕົກຕາດຂ້າມ​ຊາດ​ເຕີ​ທ່ຽນ​ແລະ​ນ້ຳຕົກຕາດປານ​ຣົກຂອງຫວຽດນາມ​ເນັ່ງຕິດ​ຕໍ່​ກັນ ​ເຊິ່ງ​ແມ່ນ​ນ້ຳຕົກຕາດ​ຂ້າມ​ຊາດໃຫຍ່ອັນ​ດັບ​ໜຶ່ງ​ຢູ່​ອາຊີ ​ແລະ ​ໃຫຍ່​ອັນ​ດັບ 4 ​ໃນ​ໂລກ.

图片默认标题_fororder_570eed2584f34ca4b947e0f55fbc9105

 

图片默认标题_fororder_8ae7e30e557e4cccbd359427f754739c

ຄຳ​ເຫັນ

0