吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ໂຄ​ງການ​ຄວບ​ຄຸມການ​ກໍ່ສ້າງ​ຕົ້ນຕໍ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ຕອນ​ຈີນ​ໄດ້​ຮັບ​ຄວາມ​ຄື​ບໜ້າສຳຄັນ

2019-06-18 18:07:45 CRI

ວັນ​ທີ 17 ມິຖຸນາ​ນີ້, ອຸມົງ​ຊິ່ນ​ພິງ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ຕອນ​ຈີນ​ໄດ້​​ເຈາະ​ຊອດ​ແລ້ວ ​ເຊິ່ງໝາຍ​ຄວາມ​ວ່າ​ໂຄງການ​ຄວບ​ຄຸມ​ການ​ກໍ່ສ້າງຕົ້ນຕໍ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວຕອນ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ. ອຸມົງ​ຊິ່ນ​ພິງ​ທີ່​ຕັ້ງ​ຢູ່​ເມືອງ​ຊິ່ນ​ພິງ​ແຂວງ​ຢຸນນານ​​ເຊິ່ງ​ແມ່ນ​ເຂດ​ກໍ່ສ້າງ​ທີ່​ຫຍຸ້ງຍາກ​ທີ່​ສຸດ​ຍ້ອນ​ເງື່ອນ​ໄຂ​ທາງ​ທຳ​ມະ​ຊາດ ​ແລະ​ເປັນ​ໂຄງການສຳຄັນ​ທີ່​ສຸດ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ. ພາຍຫຼັງ​ສະ​ເໜີ​ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວໜຶ່ງ​ເສັ້ນທາງ” ທີ່​ຈີນ​ສະ​ເໜີ​ແລ້ວ, ທາງ​ລົດ​ໄຟ​ຈີ​ນ-ລາວ​ເປັນ​ທາງ​ລົດ​ໄຟ​ສາກົນ​ສາຍ​ທຳ​ອິດ​ທີ່​ຈີນ​ເປັນ​ຜູ້ລົງທຶນ ​ແລະ​ກໍ່ສ້າງ​​ຕົ້ນຕໍ, ນຳ​ໃຊ້​ມາດ​ຕະຖານ​ເຕັກນິກຈີນ, ​ໃຊ້​ອຸປະກອນ​ຈີນ ​ແລະ​ເຊື່ອມ​ຕໍ່​ກັບ​​ເຄືອ​ຄ່າ​ຍທາງ​ລົດ​ໄຟ​ຈີນ ​ເຊິ່ງມີ​ໄລຍະ​ທາງຫຼາຍ​ກວ່າ 1000 ກິ​ໂລ​ແມັດ.

 

图片默认标题_fororder_1

ຄຳ​ເຫັນ

0