尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລະ​ດູ​ການ​ເກັບ​ກ່ຽວໝາກ​ແຕງ​ເຄນ​ຕາ​ລຸບຢູ່​ເຂດ​ໃກ້​ທະ​ເລ​ຊາຍ

2019-06-24 16:15:57 cri

图片默认标题_fororder_1

ວັນ​ທີ 23 ມິ​ຖຸ​ນາ​ນີ້, ຊາວ​ກະ​ສິ​ກອນ​ຜູ້​ປູກໝາກ​ແຕງ​ເຄນ​ຕາ​ລຸບ​ຢູ່​ເມືອງ​ປ່າ​ສູ​ຂອງ​ເຂດ​ຄາ​ຊື​ກາ​ເຂດ​ປົກ​ຄອງ​ຕົນ​ເອງອຸຍ​ເກີ​ຊິ່ນ​ຈ່ຽງ​ພວມ​ເກັບ​ໝາກ​ແຕງ​ເຄນ​ຕາ​ລຸບ​ຢູ່. ຫວ່າງ​ມໍ່ໆ​ມາ​ນີ້, ​ເມື່ອ​ກ້າວເຂົ້າ​ສູ່​ລະ​ດູ​ການ​ເກັບ​ກ່ຽວໝາກ​ແຕງ​ເຄນ​ຕາ​ລຸບ​ຂອງ​ເມືອງ​ປ່າ​ສູ​ເຂດ​ຄາ​ຊື​​ກາຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​ອຸຍ​ເກີ​ຊິ່ນ​ຈ່ຽງ,ບັນ​ດາ​ຊາວ​ກະ​ສິ​ກອນ​ຂຸ້ນ​ຂ້ຽວ​ເກັບໝາກ​ແຕງ​ເຄນ​ຕາ​ລຸບ,ກຽມ​ສົ່ງ​ໄປ​ຂາຍ​ຢູ່​ຕ່າງ​ຖິ່ນ. ເມືອງ​ປ່າ​ສູຕັ້ງ​ຢູ່​ທິດ​ຕາ​ເວັນ​ຕົກແຄມ​ທະ​ເລ​ຊາຍ​ທັກ​ລາ​ມາ​ຄານ,​ມີ​ດິນ​ຊາຍ​ທຳ​ມະ​ຊາດ​ແລະແມ່ນ​ໄລ​ຍະ​​ທີ່​ບໍ່​ມີ​ນ້ຳ​ໝອກ​ຂຸ້ນເປັນ​ເວ​ລາ 200 ກວ່າ​ວັນ​ຕໍ່​ປີ,​ອຸນ​ຫະ​ພູມ​ໃນ​ຕອນກາງ​ເວັນ​ແລະ​ຕອນ​ກາງ​ຄືນ​ມີ​ຄວາມ​ຜິດ​ໂຕນ​ກັນ​ຫຼາຍແລະ​​ມີຈຸດ​ພິ​ເສດ​ອື່ນໆ,ຈຶ່ງ​​ເໝາະ​ສົມ​ແກ່ການ​ປູກໝາກ​ແຕງ​ເຄນ​ຕາ​ລຸບ​ໄດ້ທີ່​ດີ.​ຂະ​ແໜງກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​ຂອງ​ເມືອງ​ປ່າ​ສູໄດ້​ໃຫ້​ຮູ້​ວ່າ: ປີ 2019,ເນື້ອ​ທີ່​ປູກໝາກ​ແຕງ​ເຄນ​ຕາ​ລຸບ​ຂອງ​ເມືອງ​ປ່າ​ສູໄດ້​ມີ​ປະ​ມານ 667 ເຮັກ​ຕາ,ຄາດ​ວ່າ​ລວມຍອດ​ປະ​ລິ​ມານ​ການ​ຜະ​ລິດ​ຈະ​ມີ​ເຖິງປະ​ມານ 2,5 ໝື່ນໂຕນ,ຍອດມູນ​ຄ່າ​​ຈະ​ບັນ​ລຸ​ຫຼາຍກວ່າ35ລ້າ​ນຢວນ.

ຄຳ​ເຫັນ

0