吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ນາ​ຄານ​ເອ​ກະ​ຊົນສ່ວນ​ຫຼາຍຢູ່ມຽນ​ມາ​ຍັງ​ບໍ່​ທັນ​ເປີດ​ບໍ​ລິ​ການ​ຄືນ​ໃໝ່ຕາມ​ຄວາມ​ຮຽກ​ຮ້ອງ​​ຂອງ​ທະ​ນາ​ຄານ​ກາງ

2021-03-09 10:41:15 CRI

ທະ​ນາ​ຄານ​ເອ​ກະ​ຊົນສ່ວນ​ຫຼາຍຢູ່ມຽນ​ມາ​ຍັງ​ບໍ່​ທັນ​ເປີດ​ບໍ​ລິ​ການ​ຄືນ​ໃໝ່ຕາມ​ຄວາມ​ຮຽກ​ຮ້ອງ​​ຂອງ​ທະ​ນາ​ຄານ​ກາງ_fororder_1615175369143_925_1107x720


    ວັນ​ທີ 8 ມີ​ນາ​ນີ້, ຢູ່​ມຽນ​ມາ, ທະ​ນາ​ຄານ​ເອ​ກະ​ຊົນ​ຕ່າງໆ​ຢູ່​ມຽນ​ມາ​ທີ່​ໄດ້​​ໂຈະ​ການ​ເຮັດ​ທຸ​ລະ​ກິດ​ມາ​ເປັນ​ເວ​ລາ​ຫຼາຍກວ່າ 20 ມື້​ນັ້ນ​ສ່ວນ​ຫຼາຍ​ຍັງ​ບໍ່​​ທັນ​ໄດ້​ເປີດ​ໃຫ້​ບໍ​ລິ​ການ​ຄືນ​ໃໝ່​ເທື່ອ.

 

    ວັນ​ທີ 5 ມີ​ນາ​ນີ້, ທະ​ນາ​ຄານ​ກາງ​ມຽນ​ມາ​ໄດ້​ອອກ​ປະ​ກາດ​ແຈ້ງ​ການໂດຍ​ຮຽກ​ຮ້ອງ​ໃຫ້​ທະ​ນາ​ຄານ​ທັງ​ໝົດ​ຂອງ​ມຽນ​ມາ​ເປີດ​ບໍ​ລິ​ການ​ຄືນ​ໃໝ່​ແຕ່​ວັນ​ທີ 8 ມີ​ນາ​ນີ້​ເປັນ​ຕົ້ນ​ໄປ, ພ້ອມ​ທັງ​ແຈ້ງ​ຈຳ​ນວນ​ ແລະ ສະ​ພາບ​ການ​ເຄື່ອນ​ໄຫວ​ທຸ​ລະ​ກິດ​ຂອງທະ​ນາ​ຄານ​ສາ​ຂາຢູ່​ແຂວງ​ ແລະ ລັດຕ່າງໆ​ໃຫ້​ແກ່​ທະ​ນາ​ຄານ​ກາງ​ໄດ້​ຮັບ​ຊາບ ແລະຍັງ​ແຈ້ງ​ໃຫ້​ຮູ້​ວ່າ: ຍ້ອນ​ທະ​ນາ​ຄານ​ຈຳ​ນວນ​ຫຼາຍ​ຂອງ​ມຽນ​ມາ​ໄດ້ໂຈະ​ການ​ໃຫ້​ບໍ​ລິ​ການເປັນ​ເວ​ລາ​ດົນ, ລູກ​ຄ້າ​​ບໍ່​ສາ​ມາດ​ມາ​ເຮັດ​ທຸ​ລະ​ກຳ​ທາງ​ການ​ເງິນ​ໄດ້, ການ​ຄ້າ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​ຈິ່ງ​ພົບ​​ກັບຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ.


     ຢູ່​ມຽນ​ມາ ​ມີ​ທະ​ນາ​ຄານ​ເອ​ກະ​ຊົນ​ທັງ​ໝົດ 27 ແຫ່ງ ແລະ ສາ​ຂາ​ທະ​ນາ​ຄານ​ຕ່າງ​ປະ​ເທດ 17 ແຫ່ງ.

ຄຳ​ເຫັນ

0