曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານໄທຈະເຮັດ “ ໃບຢັ້ງຢືນການສັກວັກຊີນ”, ໄລຍະເວລາກັກບໍລິເວນຫຼັງເຂົ້າເມືອງໄທມີຫວັງຈະສັ້ນລົງ

2021-03-09 15:43:00 cri

ວັນ​ທີ 8 ມີ​ນາ​ນີ້, ທ່ານ​ອະ​ນຸ​ທິນ ຊານ​ວີ​ຣະ​ກູນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ກ່າວ​ວ່າ: ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ພະ​ຍາດ​ຕິດ​ແປດ​ແຫ່ງ​ລັດ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ໄດ້​ຮັບ​ຮອງ​ມະ​ຕິ​ວ່າ​ດ້ວຍ​ການ​ເຮັດ “ ​ໃບ​ຢັ້ງ​ຢືນ​ການ​ສັກ​ວັກ​ຊີນ” ແລະ​ຫຼຸດໄລ​ຍະ​​ເວ​ລາກັກ​ບໍ​ລິ​ເວນ​ເພື່ອ​ປ້ອງ​ກັນ​ພະ​ຍາດ​ໃນ​ເວ​ລາ​ເຂົ້າ​ເມືອງ​ໄທ, ​ເອ​ກະ​ສານ​ສະ​ບັບ​ນີ້ຈະ​ສົ່ງ​ໃຫ້​ສູນ​ຄຸ້ມ​ຄອງ​ສະ​ພາບ​ພະ​ຍາດ​ໂຄວິດ-19 ຂອງ​ລັດ​ຖະ​ບານ​ພິ​ຈາ​ລະ​ນາ, ຖ້າ​ຄະ​ນະ​ລັດ​ຖະ​ບານ​ອະ​ນຸ​​ມັດ​ກໍ​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ທັນ​ທີ.

ນອກ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​​ຍັງ​ໄດ້ສະ​ເໜີ​ວ່າ​ເລີ່ມ​ແຕ່​ເດືອນ​ເມ​ສາ​ປີ​ນີ້​ເປັນ​ຕົ້ນ​ໄປ, ຫຼຸດ​ໄລ​ຍະ​ເວ​ລາກັກ​ບໍ​ລິ​ເວນ​ຂອງບຸກ​ຄົນ​ທີ່​ໄດ້​ສັກ​ວັກ​ຊີນ​ແລ້ວ​ໃນ​ເວ​ລາ​ເຂົ້າ​ເມືອງ, ຄົນ​ຕ່າງ​ປະ​ເທດ​ທີ່​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ​ເປັນ​ເວ​ລາ ​14 ມື້​ຫາ 3 ເດືອນກ່ອນ​ອອກ​ເດີນ​ທາງ​ແລະ​ມີ​​ໃບ​ຢັ້ງ​ຢືນ​​ການກວດ​ເຊື້ອ​ໄວ​ຣັດ​ໂຄວິດ-19​ ແລ້ວ, ໄລ​ຍະ​​ເວ​ລາກັກ​ບໍ​ລິ​ເວນ​​ຫຼັງ​ເຂົ້າ​ເມືອງ​ໄທ​ຈະ​ຫຼຸດ​ລົງ​​ເປັນ 7 ວັນ.

ລັດຖະບານໄທຈະເຮັດ “ ໃບຢັ້ງຢືນການສັກວັກຊີນ”, ໄລຍະເວລາກັກບໍລິເວນຫຼັງເຂົ້າເມືອງໄທມີຫວັງຈະສັ້ນລົງ_fororder_微信图片_20210309150538

 

ຄຳ​ເຫັນ

0