吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍ​ລິ​ສັດ​ການ​ບິນ​ສິງ​ກະ​ໂປ​ທົດ​ລອງ​ນຳ​ໃຊ້​ APP ການ​ເດີນ​ທາງ

2021-03-10 14:53:09 cri

  ວັນ​ທີ 9 ມີ​ນາ​ນີ້, ບໍ​ລິ​ສັດ​ການ​ບິນ​ສິງ​ກະ​ໂປ​ປະ​ກາດ​ວ່າ: ນັບ​ແຕ່​ວັນ​ທີ 15 ຫາ 28 ມີ​ນາ​ນີ້, ຜູ້​ໂດຍ​ສານ​ທີ່​ເດີ​ນ​ທາງ​ຈາກ​ສິງ​ກະ​ໂປ​ໄປ​ນະ​ຄອນ​ຫລວງ​ລອນດອນ​ປະ​ເທດ​ອັງ​ກິດ​ສາ​ມາດ​ນຳ​ໃຊ້ APP​ ການ​ເດີນ​ທາງ​ ຫລື IATA Travel Pass ຂອງ​ສະ​ມາ​ຄົມ​ການ​ຂົນ​ສົ່ງ​ທາງ​ອາ​ກາ​ດ​ສາ​ກົນ ເພື່ອ​ສະ​ແດງ​ຂໍ້​ມູນ​ກ່ຽວ​ກັບ​ຜົນການກວດ​ເຊື້ອ​​ພະ​ຍາດໂຄວິດ-19 ແລະ​ການ​ສັກ​ວັກ​ຊີນ. ບໍ​ລິ​ສັດ​ການ​ບິນ​ສິງ​ກະ​ໂປ​ແມ່ນ​ບໍ​ລິ​ສັດ​ກ​ານ​ບິນ​ທຳ​ອິດ​ໃນ​ໂລກ​ທີ່​ນຳ​ໃຊ້ຮູບ​ການ APP ການ​ເດີນ​ທາງ​ດັ່ງ​ກ່າວ​ເພື່ອ​ທົດ​ລອງ​ການ​ຢັ້ງ​ຢືນ​ສຸ​ຂະ​ພາບ​ທາງ​ດີ​ຈີ​ຕອນ, APP ການ​ເດີນ​ທາງ​ດັ່ງ​ກ່າວ​ຈະ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ຜູ້​ໂດຍ​ສານ​ໃນ​ການເຊັບ ແລະ​ສະ​ແດງ​ຂໍ້​ມູນ​ກ່ຽວ​ກັບ​ຜົນການກວດ​ເຊື້ອ​ພະ​ຍາດ​ໂຄວິດ-19 ແລະ​ການ​ສັກ​ວັກ​ຊີນ.

  ຜູ້​ໂດຍ​ສານ​ສາ​ມາດ​​ດາວໂຫລດ APP ການ​ເດີນ​ທາງ​ດັ່ງ​ກ່າວຜ່ານ​ມື​ຖື​ອັດ​ສະ​ລິ​ຍະ, ​ອັບ​ໂຫລດ​ຮູບ​ຖ່າຍ, ຂໍ້​ມູນ​ຂອງ​ໜັງ​ສື​ຜ່ານ​ແດນ ແລະ​ຖ້ຽວ​ບິນ​ເປັນ​ຕົ້ນ, ແຕ່​ກໍຍັງ​ຕ້ອງ​ຖື​ເອົາ​​ຕົ້ນ​ສະ​ບັບໃບ​ຢັ້ງ​ຢືນ​ຜົນ​ການ​ກວດ​​ເຊື້ອພະ​ຍາດ​ໂຄວິດ-19​ທີ່​​ອົງ​ການກວດ​ກາເປັນ​ຜູ້​ອອກ​ໃຫ້ ເພື່ອ​ໃຫ້​ພະ​ນັກ​ງານ​ສະ​ໜາມ​ບິນກວດ​ກາ. ບໍ​ລິ​ສັດ​ການ​ບິນ​ສິງ​ກະ​ໂປ​ກ່າ​ວ​ວ່າ, ​ການເຊັບ​ຂໍ້​ມູນ​ໄວ້​ໃນ​ມື​ຖື​ແມ່ນ​ມີ​ຄວາມ​ສະ​ດວກ ແລະ​ວ່ອງ​ໄວ, ທັງ​ສາ​ມາດ​ຮັກ​ສາ​ຂໍ້​ມູນ​ສ່ວນ​ຕົວ​ໄວ້ໄດ້.

 

ຄຳ​ເຫັນ

0