吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫຼັງ​ຈາກສັກ​ວັກ​ຊິນ​ອັ​ສ​ຕຼາ ເຊ​ນີ​ກາ, ຄົນ​ຫວຽດ​ນາມ 9 ຄົນ​ເກີດ​ມີ​ອາ​ການ​ບໍ່​ສະ​ບາຍ

2021-03-11 10:17:57 CRI

    ວັນ​ທີ 10 ມີ​ນາ​ນີ້, ໂຮງ​ໝໍ​ແນວ​ໜ້າ​ຂອງແຂວງ​ເກຍ​ລາຍ​​ປະ​ເທດຫວຽດ​ນາມ​ແຈ້ງ​ໃຫ້​ຮູ້​ວ່າ, ຫຼັງ​ຈາກ​ໂຮງ​ໝໍ​​ແຫ່ງ​ນີ້​ໄດ້​ດຳ​ເນີນ​ການ​ແຜນ​ການສັກ​ວັກ​ຊິນ​ອັ​ສ​ຕຼາ ເຊ​ນີ​ກາ​ໃຫ້​ແກ່​ພະ​ນັກ​ງານ​ການແພດ 69 ຄົນ, ​ນາງ​ພະ​ຍາ​ບານ​ຜູ້​ໜຶ່ງ​ເກີດ​ມີ​ຜົນ​ຄຽງ​ຂ້າງ​ຢ່າງ​ໜັກ, ອີກ 8 ຄົນ​ກໍ່​ຮູ້​ສຶກ​ບໍ່​ສະ​ບາຍ ແຕ່​ອາ​ການ​ບໍ່​ໜັກ​ປານ​ໃດ.


     ຫຼັງ​ຈາກ​ສັກ​ວັກ​ຊິນ​ເປັນ​ເວ​ລາ 5 ນາ​ທີ, ນາງ​ພ​ະ​ຍາ​ບານ​ຜູ້​ໜຶ່ງ​ເລີ່ມ​ເກີດ​ມີ​ອາ​ການ​ຕ່າງໆ ເຊັ່ນ: ເຂດ​ບໍ​ລິ​ເວນ​ປາກ​ມືນ​ຊາ, ປວດ​ຮາກ, ວິນ​ຫົວ, ​ແໜ້ນ​ໜ້າ​ເອິກ ແລະ ຫາຍ​ໃຈ​ຍາກ​ເປັນ​ຕົ້ນ, ຕໍ່​ມາ​ເກີ​ດ​ອາ​ການ​ທາງ​ຜິວ. ຫຼັງ​ຈາກ​ສັກ​ວັກ​ຊິນ​ເປັນ​ເວ​ລາ 10 ນາ​ທີ​ຫາ 1 ຊົ່ວ​ໂມງ, ພະ​ນັກ​ງານ​ການ​ແພ​ດ 8 ຄົນ​ໃນ​ໂຮງ​ໝໍ​ເລີ່ມ​ຮູ້​ສຶກ​ບໍ່​ສະ​ບາຍ, ແຕ່​ບໍ່​ໜັກ​ປານ​ໃດ.


     ຂ່າວ​ແຈ້ງວ່າ, ກະ​ຊວງສາ​ທາ​ລ​ະ​ນະ​ສຸກ​ໄດ້​ແຈກ​ຢາຍ​ວັກ​ຊິນ​ອັ​ສ​ຕຼາ ເຊ​ນີ​ກາ​ຈຳ​ນວນ​ໜຶ່ງ​ໃຫ້​ແກ່​ແຂວງ​ເກຍ​ລາຍ ໂດຍເຈາະ​ຈົງ​ສັກ​ໃຫ້​ພະ​ນັກ​ງານ​ການ​ແພດ​ທ້ອງ​ຖິ່ນ​ກ່ອນ​ໝູ່. ປັດ​ຈຸ​ບັນ, ວຽກ​ງານ​ສັກ​ວັກ​ຊິນ​ໂຄວິດ-19 ຍັງ​ສືບ​ຕໍ່​ດຳ​ເນີນ​ຢູ່​ທົ່ວ​ປະ​ເທດ​ຫວຽດ​ນາມ.

ຄຳ​ເຫັນ

0