吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ສຶກ​ສາ​ຕ່າງ​ປະ​ເທດຍ້ອງ​ຍໍ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກຂອງ​ຈີນ

2021-03-11 12:49:03 cri

                                                                                         ນັກ​ສຶກ​ສາ​ຕ່າງ​ປະ​ເທດຍ້ອງ​ຍໍ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກຂອງ​ຈີນ_fororder_微信图片_20210311124825

   ທ່າ​ນ​ນາງ​ຮ​ວາງ​ສຽວ​ຈ່ວນ​ແມ່ນ​ກຳ​ມະ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ ທັງ​ເປັນ​ຮອງ​ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ກວາງ​ຊີຈີນ.

  ​ນາງ​ກ່າວ​ວ່າ: ນັບ​ຕັ້ງ​ແຕ່​ຊຸ​ມ​ປີ1980ເປັນ​ຕົ້ນ​ມາ, ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ກວາງ​ຊີ​ໄດ້​ເລີ່ມ​ຮັບ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ, ໃນ​ນັ້ນ, ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ຫລາຍກວ່າ 90% ແມ່ນ​ມາ​ຈາກ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ຫລາຍ​ປີ​ມາ​ນີ້, ນັກ​ສຶ​ກ​ສາ​ຕ່າງ​ປະ​ເທດ​ໄດ້​ສຳ​ຜັດ​ເຖິງ​ຄວາມ​ພະ​ຍາ​ຍາ​ມ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ລັດ​ຖະ​ບານ​ຈີນ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ ແລະ​ຈິດ​ໃຈ​ສາ​ມັກ​ຄີ ແລະ​ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ​ກັນ​ຂອງ​ປະ​ຊາ​ຊົນ​ຈີນ.

  ທ່ານ​ນາງ ຮ​ວາງ​ສຽວ​ຈ່ວນ​ກ່າວ​ຕື່ມ​ວ່າ: ຫລາຍ​ປີ​ມາ​ນີ້, ນັກ​ສຶກ​ສ​າ​ຕ່າງ​ປ​ະ​ເທດ​ທັງ​ຫລາຍ​ໄດ້​ສໍ​າ​ຜັດ​ດ້ວຍ​ຕົນ​ເອງ​​ເຖິງ​ການພັດ​ທະ​ນາດ້ານ​ຄົນ​ມະ​ນາ​ຄົມ ແລະ​​ເສດ​ຖະ​ກິດ​ຂອງ​ຊົນ​ນະ​ບົດ​ເຂດກວາງ​ຊີ. ນັກ​ສຶກ​ສາ​ຂອງ​ປະ​ເທດ​ທີ່​ມີ​ດິນ​ຟ້າ​ອາ​ກາດ ແລະ​ທຳ​ມະ​ຊາດ​ຄ້າຍ​ຄື​ກັນ​ກັບ​ເຂດ​ກວາງ​ຊີ​ເຫັນ​ວ່າ: ​ກ​ານ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ໄດ້​ເປັນ​ບົດ​ຮຽນ​ອັນ​ສຳ​ຄັນ​ທີ່​ເປັນ​ຕາ​ຖອດ​ຖອນ​ເອົາ​ໄປ​ນຳ​ໃຊ້​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຕົນ. ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ທັງ​ຫລາຍ​ພາ​ກັນ​ເວົ້າ​ວ່າ: ຈະ​ນຳ​ເອົາບົດ​ຮຽນ ແລະ​ເລື່ອງ​ລາວ​ຕ່າງໆ​​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ໄປ​ເຜີຍ​ແຜ່ໃຫ້​ກັບ​ຄອບ​ຄົວ ແລະ​ໝູ່​ເພື່ອນ​ຂອງ​ຕົນ​ໄດ້​ຮັບ​ຮູ້, ນອກ​ນັ້ນ, ຍັງ​ຫວັງ​ວ່າ​​ທາງໂຮງ​ຮຽນ​ຈະ​ຈັດ​ກິດ​ຈະ​ກຳ​ທັດ​ສະ​ນະ​ສຶກ​ສາ​ຕ່າງໆ ​ແລະ​ພາຍ​ຫລັງ​ກັບ​ຄືນ​ສູ່​ປະ​ເທດ​ຂອງ​ຕົນ​ແລ້ວ​​​ຈະ​ນຳ​ເອົາ​ຄວາມ​ຮູ້​ໄປ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ປະ​ເທ​ດ​ຊາດ​

ຄຳ​ເຫັນ

0