郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ສວນ​ຈີນ”ທີ່ຕັ້ງ​ຢູ່​ພາກ​ເໜືອ​ຟິ​ລິບ​ປິນ​ໄດ້​ສ້​າງ​ສຳ​ເລັດ​ແລະ​ເປີດ​ໃຊ້​ແລ້ວ

2021-03-12 14:17:10 cri

   ວັນ​ທີ10ມີ​ນານີ້,ສວນ​ຈີນ​ທີ່​ເປັນ​ສະ​ຖາ​ປັດ​ຕະ​ຍາ​ກຳ​ສວນ​ອຸ​ທິ​ຍານ​ຂອງ​ຈີນ​ທີ່​ມີ​ກຳ​​ແພງ​ສີ​ແດງ​ແລະ​ຫຼັງ​ຄາ​ສີຂຽວທີ່​ຕັ້ງ​ຢູ່​ນະ​ຄອນ​​ເປົາ​ວາຍ ​ທາງ​ພາກ​ເໜືອ​ປະ​ເທດ​ຟິ​ລິ​ບ​ປິນ​ໄດ້​ສ້າງ​ສຳ​ເລັດ​ແລະຈັດ​ພິ​ທີ​ເປີດ​ປ້າຍ​ນຳ​ໃຊ້​ແລ້ວ.

   ສວນ​ຈີນນີ້​ຕັ້ງ​ຢູ່​ແຄມ​ໜອງ​​ເປົາ​ວາຍທີ່​ສວຍ​​ງາມ,ໃກ້​ກັບ​ພະ​ລາ​ຊະ​ວັງ​ພາ​ລາ​ຄະ​ນາງ​ເໜືອ​ທີ່​ມີ​ທີວ​ທັດ​ສວຍ​ງາມ. ສວນນີ້​ສ້າງ​ຂຶ້ນ​ດ້ວຍ​ການຮ່ວມມື​ລະ​ຫວ່າງ​ກົງ​​ສຸນ​ໃຫຍ່​ຈີນ​ປະ​ຈຳ​ລາ​ວາ​ເກີ ແລະ​ອົງ​ການ​ປົກ​ຄອງ​ແຂວງ​ອີ​ໂລ​ຄົ​ສ​ເໜືອ​ ທີ່ໃຊ້​ເວ​ລາ​ກໍ່​ສ້າງ4ປີ, ​ນີ້​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ສະ​ເໜ່​ດ້ານ​ສິ​ລະ​ປ​ະ​ສະ​ຖາ​ປັດ​ຕະ​ຍາ​ກຳ​ສວນ​ອຸ​ທິ​ຍານຈີນ,ເຊິ່ງ​ຈະ​ກາຍ​ເປັນ​ຈຸດ​ທ່ອງ​ທ່ຽ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຢູ່ແຂວງ​ອີ​ໂລ​ຄົ​ສ​ເໜືອ.

“ສວນ​ຈີນ”ທີ່ຕັ້ງ​ຢູ່​ພາກ​ເໜືອ​ຟິ​ລິບ​ປິນ​ໄດ້​ສ້​າງ​ສຳ​ເລັດ​ແລະ​ເປີດ​ໃຊ້​ແລ້ວ

 

ຄຳ​ເຫັນ

0