吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​​ກຳ​ມະ​ການບໍ​ລິ​ຫານ​ງານແຫ່ງ​ຊາດມ​ຽນ​ມາ​ເນັ້ນ​ໜັກວ່າ: ຈະ​ສືບ​ຕໍ່​ຊຸກ​ຍູ້ແຜນ​ການ 5 ​ເປົ້າ​ໝາຍ ​ເພື່ອ​ແກ້​ໄຂ​ບັນ​ຫາ​ມຽນ​ມາ

2021-03-12 14:53:39 cri

ຄະ​ນະ​​ກຳ​ມະ​ການບໍ​ລິ​ຫານ​ງານແຫ່ງ​ຊາດມ​ຽນ​ມາ​ເນັ້ນ​ໜັກວ່າ: ຈະ​ສືບ​ຕໍ່​ຊຸກ​ຍູ້ແຜນ​ການ 5 ​ເປົ້າ​ໝາຍ  ​ເພື່ອ​ແກ້​ໄຂ​ບັນ​ຫາ​ມຽນ​ມາ_fororder_微信图片_20210312145108

  ວັນ​ທີ 11 ມີ​ນາ​ນີ້, ຢູ່​ທີ່​​ນະ​ຄອນ​ຫລວງ​ເນ​ປີ​ດໍ​ຂອງ​ມຽນ​ມາ, ທ່ານ​ຊໍມິນ​ຕູນ ຮອງ​ລັດ​ຖະ​​ມົນ​ຕີ​ກະ​ຊວງ​​ຂໍ້​ມູນ​ຂ່າວ​ສານມຽນ​ມາ​ໄດ້​ແຈ້ງ​ໃຫ້​ສື່ມວນ​ຊົນ​ຊາບ​ວ່າ: ມຽນ​ມາ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​, ປະ​ເທດ​ໃນ​ອາ​ຊຽນ ແລະ​ປະ​ເທດ​ອ້ອມ​ຂ້າງທີ່​ໄດ້​ເອົາ​ໃຈ​ໃສ່​​ຕໍ່ສະ​ຖາ​ນະ​ການ​ມຽນ​ມາ, ຄະ​ນະ​​ກຳ​ມະ​ການບໍ​ລິ​ຫານ​ງານແຫ່ງ​ຊາດມ​ຽນ​ມາ​ກ່າວ​ຢ້ຳ​ວ່າ: ຈະ​ສືບ​ຕໍ່​ຊຸກ​ຍູ້ແຜນ​ການ 5 ​ເປົ້າ​ໝາຍ ​ເພື່ອ​ແກ້​ໄຂ​ບັນ​ຫາ​ມຽນ​ມາ.

ຄະ​ນະ​​ກຳ​ມະ​ການບໍ​ລິ​ຫານ​ງານແຫ່ງ​ຊາດມ​ຽນ​ມາ​ເນັ້ນ​ໜັກວ່າ: ຈະ​ສືບ​ຕໍ່​ຊຸກ​ຍູ້ແຜນ​ການ 5 ​ເປົ້າ​ໝາຍ  ​ເພື່ອ​ແກ້​ໄຂ​ບັນ​ຫາ​ມຽນ​ມາ_fororder_微信图片_20210312145114

  ຂ່າວ​ແຈ້ງວ່າ, ແຜນ​ການ 5​ ເປົ້າ​ໝາຍ ຄື: ​ຈັດ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສະ​ຫະ​ພາບ​ມຽນ​ມາ​ຄືນ​ໃໝ່, ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຟື້ນ​ຟູ​ເສດ​ຖະ​ກິດ, ບັນ​ລຸ​​ການ​ສ້າງຄວາມ​ປອງດອງ​ກັນ​ຢ່າງ​ຮອ​ບ​ດ້ານ​ກັບ​ກອງ​ກຳ​ລັງ​​ປະ​ກອບ​ອາ​ວຸດ​ທ້ອງ​ຖິ່ນ 21 ກຸ່ມ​ ແລະ​ຈັດ​ການ​ເ​ລືອກ​ຕັ້ງ​ຄືນ​ໃໝ່ ພ້ອມ​​ທັງມອບ​ສິດ​ອຳ​ນາດ​ແຫ່ງ​ຊາດ​ໃຫ້​ແກ່​ພັກຝ່າຍ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ພາຍ​ໃນ 1 ປີ. ໃນ​ນັ້ນ, ບາດ​ກ້າວ​ທີ​ໜຶ່ງ​ກໍ​ຄື: ຈັດ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສະ​ຫະ​ພາບ​ມຽນ​ມາ​ຄືນ​ໃໝ່​ໄດ້​ເຮັດ​ສຳ​ເລັດ​ດ້ວຍ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ.

ຄຳ​ເຫັນ

0