吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານລາວຮ່ວມມືກັບວິສາຫະກິດຂະຫຍາຍຕາໜ່າງໄຟຟ້າ

2021-03-12 10:06:42 cri

图片默认标题_fororder_1

  ຕອນຄໍ່າວັນທີ 11 ມີນານີ້, ບໍລິສັດສາຍສົ່ງໄຟຟ້າ ແຫ່ງຊາດລາວ (EDL-T) ໄດ້ເຊັນສັນຍາສໍາປະທານຢ່າງເປັນທາງການ ກັບລັດຖະບານລາວ ຢູ່ທີ່ນະຄອນຫຼວງວຽງຈັນ ເຊິ່ງເປັນບາດກ້າວໜຶ່ງໃນການຮ່ວມມືດ້ານຕາໜ່າງໄຟຟ້າ ລະຫວ່າງສອງປະເທດລາວ-ຈີນ, ການລົງນາມເຊັນສັນຍາໃນຄັ້ງນີ້ມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈໍາລາວ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

  ເພື່ອຈັດຕັ້ງຜັນຂະຫຍາຍສັນຍາສໍາປະທານ ລະຫວ່າງບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຈີນ (CSG) ແລະລັດວິສາຫະກິດໄຟຟ້າລາວ (EDL) ໄດ້ຮ່ວມກັນສ້າງຕັ້ງບໍລິສັດ (EDL-T) ເພື່ອໃຫ້ເປັນຫົວໜ່ວຍທຸລະກິດສະໜອງໄຟຟ້າທີ່ປອດໄພ ແລະຢືນຍົງ, ດໍາເນີນທຸລະກິດການລົງທຶນກໍ່ສ້າງ ແລະບໍລິຫານລະບົບສາຍສົ່ງ 230 kv ຂຶ້ນໄປ ແລະໂຄງການເຊື່ອມໂຍງລະບົບສາຍສົ່ງ ກັບບັນດາປະເທດອ້ອມຂ້າງ ແລະພັດທະນາ ສປປ ລາວໃຫ້ກາຍເປັນແຫ່ງພະລັງງານຂອງອາຊຽນ, ສົ່ງເສີມການຫັນປ່ຽນທ່າແຮງທາງດ້ານເສດຖະກິດ, ລວມທັງການຍົກສູງລະດັບຊີວິດການເປັນຢູ່ ຂອງປະຊາຊົນລາວ ຕາມຫຼັກການຮ່ວມມື ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.

图片默认标题_fororder_2

  ໂອກາດນີ້, ທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຕາງໜ້າໃຫ້ລັດຖະບານລາວ ກ່າວວ່າ: ໂຄງການຂອງ EDL-T ຈະສາມາດຄຸ້ມຄອງ ແລະບໍລິຫານ ຕາໜ່າງໄຟຟ້າທົ່ວປະເທດຢ່າງເປັນລະບົບ, ເຮັດໃຫ້ການສະໜອງໄຟຟ້າມີຄວາມໝັ້ນທ່ຽງກວ່າເກົ່າ ເພື່ອອໍານວຍຄວາມສະດວກໃຫ້ແກ່ ການພັດທະນາອຸດສາຫະກໍາ ຂອງ ສປປ ລາວ ແລະມີບົດບາດອັນສໍາຄັນໃນການສົ່ງອອກໄຟຟ້າໃຫ້ປະເທດອ້ອມຂ້າງ ແລະພາກພື້ນນໍາອີກ.

图片默认标题_fororder_3

  ໃນພິທີດັ່ງກ່າວ, ທ່ານ ຈ່ຽງຈ້າຍຕົ່ງ ມີຄໍາເຫັນວ່າ: ປີ 2020 ສອງປະເທດຈີນ-ລາວ ໄດ້ຮ່ວມກັນເປັນປະທານຈັດກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 3, ເຊິ່ງກອງປະຊຸມໄດ້ຮັບຮອງຜ່ານຖະແຫຼງການວຽງຈັນ ໂດຍເນັ້ນການສົ່ງເສີມການເຊື່ອມຈອດກັນທາງດ້ານໄຟຟ້າ ລະຫວ່າງບັນດາປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງບໍລິສັດ EDL-T ໄດ້ສອດຄ່ອງກັບນະໂຍບາຍເຫຼົ່ານັ້ນ ໃນການຈັດຕັ້ງຜັນຂະຫຍາຍເນື້ອໃນອັນສໍາຄັນດັ່ງກ່າວ. ທ່ານກ່າວຕື່ມວ່າ: ປີນີ້ເປັນປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ລາວ ຄົບຮອບ 60 ປີ ທັງເປັນປີມິດຕະພາບຈີນ-ລາວ ຝ່າຍຈີນຍິນດີກັບຝ່າຍລາວສືບຕໍ່ລົງເລິກການຮ່ວມມືຢ່າງແທ້ຈິງ. ຫວັງວ່າວິສາຫະກິດຂອງສອງຝ່າຍຈະເພີ່ມການຮ່ວມມື ເພື່ອຊຸກຍູ້ປະເທດລາວໂຊມໂຍງເຂົ້າໃນພາກພື້ນແມ່ນໍ້າຂອງ-ແມ່ລ້ານຊ້າງ.

ຄຳ​ເຫັນ

0