吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພາກ​ສ່ວນ​ຕ້ານ​ການ​ກໍ່​ການ​ຮ້າຍ​ມຽນ​ມາ​ຈະບໍ່​ຈັດ​ເອົາ​ກຳ​ລັງ​ປະ​ກອບ​ອາ​ວຸດຍະ​ໄຂ່​ເປັນ​ອົງ​​ກອນ​​ກໍ່​ການ​ຮ້າຍ​ອີກ​ຕໍ່​ໄປ

2021-03-12 10:53:42 CRI

    ວັນ​ທີ 11 ​ມີ​ນາ​ນີ້, ພາກ​ສ່ວນ​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ມຽນ​ມາ​​ໄດ້ອອກ​ຖະ​ແຫຼງ​ການວ່າ, ນັບ​ແຕ່​ວັນ​ທີ 11 ມີ​ນາ​ນີ້ເປັນ​ຕົ້ນ​ໄປ ​ພາກ​ສ່ວນ​ຕົນ​ຈະບໍ່ຈັດ​ເອົາ​ກຳ​ລັງ​ປະ​ກອບ​ອາ​ວຸດຍະ​ໄຂ່​ເປັນ​ອົງ​​ກອນ​ກໍ່​ການ​ຮ້າຍ​ອີກ​ຕໍ່​ໄປ.

 

ພາກ​ສ່ວນ​ຕ້ານ​ການ​ກໍ່​ການ​ຮ້າຍ​ມຽນ​ມາ​ຈະບໍ່​ຈັດ​ເອົາ​ກຳ​ລັງ​ປະ​ກອບ​ອາ​ວຸດຍະ​ໄຂ່​ເປັນ​ອົງ​​ກອນ​​ກໍ່​ການ​ຮ້າຍ​ອີກ​ຕໍ່​ໄປ_fororder_1615432376309_980_800x486


     ຖະ​ແຫຼງ​ການ​ກ່າວ​ວ່າ,ຍ້ອນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຍະ​ໄຂ່​​ບໍ່​ໄດ້​ມີ​ພຶດ​ຕິ​ກຳ​ກໍ່​ການ​ຮ້າຍ​ອີກ​ແລ້ວ, ອີງ​ຕາມ​ແຜນ​ການ 5 ຂໍ້ ແລະ ເປົ້າ​ໝາຍ​ສ້າງ​ສັນ​ຕິ​ພາບ​ຖາ​ວອນ​ຢູ່​ທົ່ວ​ປະ​ເທດ​​ໜຶ່ງ​ໃນ 9 ​ເປົ້າ​ໝາຍ​ທີ່ກຳ​ນົດ​ຂຶ້ນ​ໂດຍ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​​ລັດ​ມຽນ​ມາ, ນັບ​ແຕ່​ວັນ​ທີ 11 ມີ​ນາ​ປີ 2021 ​​ເປັນ​ຕົ້ນ​ໄປາ​ພກ​ສ່ວນ​ຕ້ານ​ການ​ກໍ່​ການ​ຮ້າຍ​ມຽນ​ມາ​ຈະ​ບໍ່​ຈັດ​ເອົາ​ກຳ​ລັງ​ປະ​ກອບ​ອາ​ວຸດຍະ​ໄຂ່​ເປັນ​ອົງກອນ​ກໍ່​ການ​ຮ້າຍ​ອີກ​ຕໍ່​ໄປ.


     ກຳ​ລັງ​ປະ​ກອບ​ອາ​ວຸດ​ຍະ​ໄຂ່​ຖືກ​ລັດ​ຖະ​ບານ​ມຽນ​ມາ​ຈັດ​ໃຫ້​ເປັນ​ອົງ​ກອ​ນ​ກໍ່​ການ​ຮ້າຍ​ໃນ​ວັນ​ທີ 23 ມີ​ນາ​ປີ 2020.

ຄຳ​ເຫັນ

0