吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫວຽດ​ນາມກ່າວ​ວ່າ:​ເຄົາ​ລົບແລະ​ສະ​ໜັບ​ສະ​ໜູນ​ນະ​ໂຍ​ບາຍ “ປະ​ເທດດຽວ​ສອງ​ລະ​ບອບ” ຂອງ​ຈີນ ແລະ ຫວັງ​ວ່າ​ຮົງ​ກົງ​​ຈະສາ​ມາດ​ພັດ​ທະ​ນາ​ຢ່າງ​ມີ​ຄວາມ​ສະ​ຖຽນ​ລະ​ພາບ ແລະ ຈະ​ເລີນ​ຮຸ່ງ​ເຮືອງ

2021-03-12 10:47:25 CRI

    ວັນ​ທີ 11 ມີ​ນາ​ນີ້, ໃນ​ກອງ​ປະ​ຊຸມ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ທ່ານ​ນາງ​​ລີ​ທີ​ທູ​ຮັງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບກອງ​ປະຊຸມ​​​ຄັ້ງທີ 4 ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ 13 ​ທີ່​ໄດ້​ຮັບ​ຮອງ​​ມະ​ຕິກ່ຽວ​ກັບ​​ການ​ປັບ​ປຸງ​ລະ​ບຽບ​ການ​ເລືອກ​ຕັ້ງ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ.

 

    ​ທ່ານ​ນາງ​ລີ​ທີ​ທູ​ຮັງ​ກ່າວ​ວ່າ, ຫວຽດ​ນາມ​ເຄົາ​ລົບ ແລະ ​ໃຫ້​ການສະ​ໜັບ​ສະ​ໜູນ​ນະ​ໂຍ​ບາຍ “ປະ​ເທດດຽວ​ສອງ​ລະ​ບອບ” ຂອງ​ຈີນ, ສະ​ໜັບ​ສະ​ໜູນ​ກົດ​ໝາຍ​ພື້ນ​ຖານ​ຮົງ​ກົງ ພ້ອມ​ທັງ​ກົດ​ໝາຍ ແລະ ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ. ວຽກ​ງານ​ຮົງ​ກົງ​ແມ່ນວ​ຽກ​ງານ​ພາຍ​ໃນ​ຂອງຈີນ, ຫວັງ​ວ່າ​ຮົງ​ກົງ​ຈະ​ສາ​ມາດ​ຮັກ​ສາ​ສະ​ຖຽນ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ​ການ​ພັ​ດ​ທ​ະ​ນາ​ໄດ້.

ຄຳ​ເຫັນ

0