吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການສະ​ຫະ​ປະ​ຊາ​ຊາດ​ອອກ​ຖະ​ແຫຼງ​ການ​ຕໍ່​ບັນ​ຫາ​ມຽນ​ມາ

2021-03-13 11:41:17 CRI

    ວັນ​ທີ 11 ມີ​ນາ​ນີ້, ສະ​ພາ​ຄວາມ​ໝັ້ນ​ຄົງ​​ອົງ​ການສະ​ຫະ​ປະ​ຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ​ຕໍ່​ບັນ​ຫາ​ມຽນ​ມາ. ວັນ​ທີ 12 ​ເດືອນ​ດຽວ​ກັນ, ທ່ານ​ຈ້າວລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າ​ວວ່າ, ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ທີ່​ກ່ຽວ​ຂ້ອງ​ຢ່າງ​ມີ​ລັກ​ສະ​ນະ​ສ້າງ​ສັນ. ຈີນ​ຫວັງ​ວ່າ, ​ຖະ​ແຫຼງ​ການ​ຂອງທີ່​ສະ​ພາ​ຄວາມ​ໝັ້ນ​ຄົງ​​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ສາ​ມາດ​ຊ່ວຍ​ເຮັດ​ໃຫ້​ສະ​ຖາ​ນະ​ການ​​ຢູ່ມຽນ​ມາ​ຜ່ອນ​ຄາຍ​ລົງ.


    ທ່ານ​ຈ້າວ​ລີ້​ຈ່ຽນ​ຊີ້ອ​ອກວ່າ, ​ວຽກ​ທີ່​ຮີບ​ດ່ວນ​ທີ່​ສຸດ​ໃນປັດ​ຈຸ​ບັນ​ແມ່ນ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ​​ຢ່າງນອງ​ເລືອດ​ຄັ້ງ​ໃໝ່, ເຮັດ​ໃຫ້​ສະ​ຖາ​ນະ​ການ ​ຜ່ອນ​ລາຍ​ລົງ​ໂດຍ​ໄວ, ເພີ່ມ​ທະ​ວີ​​ການ​ໄກ່​ເກ່ຍ​ທາງ​ການ​ທູດ, ຊຸກ​ຍູ້​​ການ​ສົນ​ທະ​ນາ ແລະ ຄວາມ​ປອງ​ດອງ​ກັນ. ປະ​ຊາ​ຄົມ​ໂລກ​ຄວນ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ຕໍ່​ເລື່ອງ​ນີ້.


    ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວຕື່ມ​ວ່າ, ຫວັງ​ວ່າ​ຝ່າຍ​ຕ່າງໆ​ຂອງ​ມຽນ​ມາ​ຈະ​ຮັກ​ສາ​ຄວາມ​ອົດ​ກັ້ນ​ໄວ້, ຖື​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ມ​ຽນ​ມາ​ເປັນ​​ສຳ​ຄັນ, ຍຶດ​ໝັ້ນ​ແກ້​ໄຂ​ຂໍ້​ຂັດ​ແ​ຍ້ງ​ໂດຍ​ຜ່ານ​ການ​ສົນ​ທະ​ນາ ແລະ ການ​​ປຶກ​ສາຫາ​ລື​ກັນ ແລະ ພາຍ​ໃຕ້​ຂອບ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ, ສືບ​ຕໍ່​ຊຸກ​ຍູ້​ຂະ​ບວນ​ການ​​ຫັນປ່​ຽນ​ຮູບ​​ແບບ​ປະ​ຊາ​ທິ​ປະ​ໄຕ​ພາ​ຍ​ໃນ​ປະ​ເທດ​ມຽນ​ມາ. ຈີນ​ສະ​ໜັບ​ສະ​ໜູນ​ອາ​ຊຽນ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ທີ່​ບໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນ ແລະ ​ປຶກ​ສາຫາ​ລື​ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ດຳ​ເນີນ​ການ​ໄກ່​ເກ່ຍ​ດ້ວຍ “ຮູບ​ແບບ​ອາ​ຊຽນ”, ສະ​ແຫວງ​ຫາ​ຄວາມ​ຮັບ​ຮູ້​ທີ່​ຄື​ກັນ. ​ສ່ວນທູດ​ພິ​ເສດ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຕ້ອ​ງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ, ຕັ້ງ​ໜ້າ​ດຳ​ເນີນ​​ການ​ໄກ່​ເກ່ຍ​ທາງ​ການ​​ທູດ.


     ທ່ານ​ຈ້າວ​ລີ້​​ຍັງຈ່ຽນ​ກ່າວ​ຕື່ມ​ວ່າ, ຈີນ​ຍິນ​ດີ​ສືບ​ຕໍ່​ຕິດ​ຕໍ່​ພົວ​ພັນ​ກັບ​ຝ່າຍ​ຕ່າງໆ​ຂອງ​ມຽນ​ມາ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ເພື່ອ​ເຮັດ​ໃຫ້​ສະ​ຖາ​ນະ​ການ​​ທີ່​ພວມເຄັ່ງ​ຕຶງ​ຢູ່​ນັ້ນ​ໄດ້​ຜ່ອຍ​ຄາຍ​ລົງ.

ຄຳ​ເຫັນ

0