郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ປູ​ເຈຍ: ມີ230ພັນ​ກວ່າ​ຄົນ​ໄດ້​ສັກ​ວັກ​ຊີນ​ຈີນ​ແລ້ວໂດຍ​ບໍ່​ມີ​ອາ​ການແພ້​ຢາ​ທີ່​ຮ້າຍ​ແຮງ

2021-03-14 14:45:58 cri

   ​ຕາມ​ສະ​ຖິ​ຕິ​ຫຼ້າ​ສຸດ​ຂອງ​ລັດ​ຖະ​ບານ​ກຳ​ປູ​ເຈຍ​, ນັບ​ມາ​ຮອດ​ຕອນ​ຄ່ຳວັນ​ທີ12ມີ​ນານີ້,ຢູ່​ກຳ​ປູ​ເຈຍ​​ມີ2ແສນ3ໝື່ນ5ພັນ700​ຄົນ​ໄດ້​ສັກ​ວັກ​ຊີນ​ປ້ອງ​ກັນໂຄວິດ19ທີ່​ບໍ​ລິ​ສັດ​ຟາ​ຊີ​ໂນມ​ຈີນ​ຊ່ວຍ​ເຫຼືອ​​ກຳ​ປູ​ເຈຍ.

   ວັນ​ທີ13ມີ​ນານີ້ ທ່ານນາງ​ໂອ ວັນ​​ຕີ​ນ ເລ​ຂາ​ທິ​ການ​ລັດຖະ​ກິດ ທັງ​ເປັນ​ໂຄ​ສົກ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກຳ​ປູ​ເຈຍໄດ້​ໃຫ້​ສຳ​ພາດ​ວ່າ: ພວກ​ເຮົາ​ຂອບ​ໃຈ​ຫຼາຍໆ​ຕໍ່​ເພື່ອນ​ຈີນທີ່​ໄດ້​ສົ່ງ​ຂອງ​ຂວັນ​ທີ່​ລ້ຳ​ຄ່າປານນີ້​ມາ​ໃຫ້​ພວກ​ເຮົາ. ທ່ານກ່າວ​ວ່າ,ຊາວ​ກຳ​ປູ​ເຈຍ​ສັກ​ວັກ​ຊີນ​ຂອງ​ບໍ​ລິ​ສັດ​ຟາ​ຊີ​ໂນມ​ຈີນ​ແລ້ວ​ບໍ່​ໄດ້​ເກີດ​ມີ​ອາ​ການແພ້​ຢາ​ທີ່​ຮ້າຍ​ແຮງຈັກ​ຄົນ.

   ວັກ​ຊີນ​ປ້ອງ​ກັນໂຄວິດ19ທີ່ຈີນ​ຊ່ວຍ​ເຫຼືອກຳ​ປູ​ເຈຍຊຸດ​ທຳ​ອິດ​ໄດ້​ສົ່ງ​ໄປ​ຮອດ​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ໃນ​ວັນ​ທີ7ກຸມ​ພາ​ແລ້ວນີ້,ແລ້ວ​ກຳ​ປູ​ເຈຍ​ເລີ່ມ​ສັກ​ວັກ​ຊີນ​ໃຫ້​ປະ​ຊາ​ຊົນ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ10ກຸ​ມ​ພາ​ແລ້ວນີ້​ເປັນຕົ້ນ​​ມາ.

   ຂໍ້​ມູນ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກຳ​ປູ​ເຈຍ​ສະ​ແດງ​ໃຫ້​ເຫັນ​ວ່າ,ໃນ​ວັນ​ທີ12ມີ​ນານີ້ ປະ​ເທດ​ຕົນ​ໄດ້​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ19ເພີ່ມ​ໃໝ່39ກໍ​ລະ​ນີ,​ເຮັດ​ໃຫ້​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ລວມ1264ກໍ​ລະ​ນີ,ໃນ​ນັ້ນ​ໄດ້​ປົວ​ໃຫ້​ຫາຍ​​ຂາດ​ແລະ​ອອກ​ໂຮງ​ໝໍ 623ຄົນ,ເສຍ​ຊີ​ວິດ​1ຄົນ.

ຄຳ​ເຫັນ

0