尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽ​ນ​ມາ​ປະ​ຕິ​ບັດ​ມາດ​ຕະ​ການ​ຄວ​ບ​ຄຸມ​ທາງກາ​ນ​ທະ​ຫານ​ຢູ່​ບາງ​ເຂດ​ຂອງ​ນະ​ຄອນ​ຢາງ​ກຸ້ງ

2021-03-15 17:38:26 cri

ຄະ​ນະ​ກຳ​ມະ​ການ​ການ​ບໍ​ລິ​ຫານ​ງານ​ແຫ່ງ​ຊາດ​ມຽນ​ມາ​ໄດ້​ປະ​ກາດ​ໃນ​ຕອນ​ຄ່ຳ​ວັນ​ທີ 14 ມີ​ນາ​ນີ້​ວ່າ: ​ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​​ຄວ​ບ​ຄຸມທາງ​ກາ​ນ​ທະ​ຫານ​ຢູ່​ບາງ​ເຂດ​ຂອງ​ນະ​ຄອນ​ຢາງ​ກຸ້ງ.
 

ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ງານ​ແຫ່ງ​ຊາດ​ມຽນ​ມາໄດ້​ແຈ້ງ​ໃຫ້​ຮູ້​ວ່າ​: ໃນ​ມື້​ດັ່ງ​ກ່າວ, ໂຮງ​ງານ​ຈຳ​ນວນ​ໜຶ່ງ​ຢູ່​ນະ​ຄອນ​ຢາງ​ກຸ້ງ​ໄດ້​ຖືກ​​ຈູດ​ເຜົາ, ພະ​ນັກ​ງານ​ດັບ​ເພີງ​​ຖືກ​ກີດ​ຂວາງ​ໂດຍກຸ່ມ​ຄົນ​ກໍ່​ເຫດ​ໃນ​ເວ​ລາ​ເດີນ​ທາງ​ເຖິງ​ສະ​ຖານ​ທີ່​ເກີດ​ເຫດ. ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ​ແລະ​​ປົກ​ຄອງ​ຕາມ​ກົດ​ໝາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ,ຈຶ່ງ​ໄດ້​ຕົກ​ລົງ​ປະ​ຕິ​ບັດ​ການ​ຄວບ​ຄຸມ​ທາງການ​ທະ​ຫານ​ຢູ່​ເຂດ​ດັ່ງ​ກ່າວ ໂດຍ​ທາງກອງ​ທັບ​ທີ່​ປະ​ຈຳ​ຢູ່​ນະ​ຄອນ​ຢາງ​ກຸ້ງ​​ຈະຮັບ​ຜິດ​ຊອບ​ການ​ໃຊ້​ອຳ​ນາດດ້ານ​ການ​ບໍ​ລິ​ຫານ​​ແລະ​ຕຸ​ລາ​ການ.

ຄຳ​ເຫັນ

0