黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກໜຶ່ງລາຍ ເປັນຊາຍຊາວອິນໂດເນເຂຍ

2021-03-15 14:45:45 cri

    ຕາມ​ຂ່າວ​ວຽງ​ຈັນ​ໃໝ່: ວັນທີ 13 ມີນາ 2021 ຢູ່ສູນປະຕິບັດງານຄະນະສະເພາະກິດ ຄວບຄຸມ Covid-19 ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດ ອັກເສບປອດທີ່ເກີດຈາກເຊື້ອຈຸລາໂຣກສາຍພັນໃໝ່ Covid-19 ອອກຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບພົບຜູ້ຕິດເຊື້ອ Covid-19 ລາຍທີ 49 ຢູ່ ສປປ ລາວ ທີ່ເດີນທາງມາແຕ່ຕ່າງປະເທດ.

    ທ່ານໄດ້ກ່າວວ່າ: ຈາກການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 12 ມີນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 466 ຄົນ ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ຄົນ ໂດຍມີລາຍລະອຽດດັ່ງນີ້: 

    ຜູ້ຕິດເຊື້ອນ້ຳເບີ 49 ເພດຊາຍ ອາຍຸ 53 ປີ ສັນຊາດອິນໂດເນເຊຍ ເຮັດວຽກຢູ່ ບໍລິສັດແຫ່ງໜຶ່ງຢູ່ຕ່າງແຂວງ ຜູ້ກ່ຽວຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ໃນນະ ຄອນຫຼວງວຽງຈັນ. 

ຄຳ​ເຫັນ

0